Jump to content

ສາສະໜາປະຈຳຊາດ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ສາສະຫນາຂອງລັດ)
ປະເທດທີ່ມີສາສະໜາປະຈຳຊາດ
  Ambiguous states or no data

ສາສະໜາປະຈຳຊາດ (ຫຼື ສາສະໜາທາງການ, ສາສະໜາປະຈຳລັດ) ແມ່ນສາສະໜາທີ່ຖືກຮັບຮອງໂດຍລັດຢ່າງເປັນທາງການ ແລະ ມີບົດບາດສຳຄັນໃນການຄຸ້ມຄອງປະເທດ. ລັດຈະສົ່ງເສີມ ແລະ ສະໜັບສະໜູນສາສະໜານີ້ຜ່ານກົດໝາຍ, ການສຶກສາ, ແລະ ພິທີການລັດ. ຢູ່ໃນຕາເວັນອອກກາງ, ລັດທີ່ມີຊາວມຸດສະລິມສ່ວນໃຫຍ່ຈະເອົາອິດສະລາມມາເປັນສາສະໜາປະຈຳຊາດ, ແຕ່ມີຂໍ້ຈຳກັດທາງສາສະໜາແຕກຕ່າງກັນ. ຕົວຢ່າງເຊັ່ນ ຜູ້ປົກຄອງຂອງປະເທດຊາອຸດິອາຣັບບີມີອໍານາດທັງທາງຄະລະວາດແລະທາງສາສະຫນາ, ໃນຂະນະທີ່ປະທານາທິບໍດີຂອງອີຣ່ານແມ່ນຂຶ້ນກັບການຕັດສິນໃຈຂອງອໍານາດການປົກສາສະຫນານັບຕັ້ງແຕ່ການປະຕິວັດອີຣ່ານ ປີ 1979.

ໃນລາວ, ຄົນສ່ວນໃຫ່ຍນັບຖືພຸດທະສາສະໜາເປັນສາສະໜາຫຼັກ ແຕ່ບໍ່ໄດ້ຖືເອົາເປັນສາສະໜາປະຈຳຊາດຢ່າງເປັນທາງການ. ລັດຍັງສົ່ງເສີມຄວາມສາມັກຄີລະຫວ່າງສາສະໜາ ແລະ ປະຕິບັດນະໂຍບາຍສາກົນລະຫວ່າງສາສະໜາ.[1] ດັ່ງນັ້ນ, ລາວຈຶ່ງບໍ່ມີສາດສະໜາປະຈຳຊາດທີ່ຊັດເຈນ, ແຕ່ພຸດທະສາດສະໜາຍັງມີອິດທິພົນຫຼາຍໃນສັງຄົມ ແລະ ວັດທະນະທຳ.

  1. "ລັດຖະທຳມະນູນ ສປປ ລາວ" (PDF). ສະພາແຫ່ງຊາດ. March 22, 2025. ຄົ້ນຫາເມື່ອ July 31, 2025.