ສານສົນເທດ

ຈາກ ວິກິພີເດຍ

ສານສົນເທດ (ອັງກິດ ແລະ ຝຣັ່ງ: information) ແມ່ນຜົນລັບຂອງການປະມວນຜົນ ການຈັດດຳເນີນການ ແລະການເຂົ້າປະເພດຂໍ້ມູນໂດຍການລວມຄວາມຮູ້ເຂົ້າໄປຕໍ່ຜູ້ຮັບສານສົນເທດນັ້ນ. ສານສົນເທດມີຄວາມໝາຍຫຼືແນວຄຶດທີ່ກວ້າງ ແລະຫຼາກຫຼາຍ ຕັ້ງແຕ່ການໃຊ້ຄຳວ່າສານສົນເທດໃນຊີວິດປະຈຳວັນ ຈົນຮອດຄວາມໝາຍແນວເຕກນິກ. ຕາມປົກກະຕິໃນພາສາເວົ້າ ແນວຄຶດຂອງສານສົນເທດໃກ້ຄຽງກັບຄວາມໝາຍຂອງການສື່ສານ ເງື່ອນໄຂ ການຄວບຄຸມ.

ສານສົນເທດແຂງ ແມ່ນສິ່ງທີ່ເຊື່ອຖືໄດ້ ສາມາດນຳໄປໃຊ້ປະໂຫຍດສຳລັບການຕັດສິນໃຈແລະການວາງແຜນ ຫຼືການເຮັດວຽກໄດ້. ສານສົນເທດອ່ອນ ມີຄຸນະສົມບັດກົງຂ້າມກັບສານສົນເທດແຂງ ແມ່ນ ເຊື່ອຖືໄດ້ໜ້ອຍ ບໍ່ສາມາດນຳໄປໃຊ້ປະໂຫຍດໄດ້. ປະໂຫຍດ ແມ່ນ ສາມາດສ້າງຄວາມໝັ້ນໃຈແລະການວາງແຜນ.