ສະມາທິ

ຈາກ ວິກິພີເດຍ
Jump to navigation Jump to search

ການຝຶກສະມາທິ

ການຝຶກສະມາທິໝາຍເຖິງການພັດທະນາຈິຕໃຈໃຫ້ເຂັ້ມແຂງ ໃຫ້ມີສະຕິຮູ້ທຸກອີຣິຍາບົດການເຄື່ອນໄຫວຂອງຕົນຢູ່ຕະຫລອດເວລາ,ເປັນການພັດທະນາຈິດໃຈໃຫ້ເຂັ້ມແຂງ ໃຫ້ມີຄຸນນະພາບ ກ້າໃຫ້ໃນທາງທັມ, ການເຮັດໃຫ້ຈິຕລວມເປັນໜຶ່ງດຽວ ເອີ້ນວ່າສະມາທິ.

໑.ສະມະຖຸະກັມມະຖານ[ແກ້ໄຂ]

ໃນພຣະພຸດທະສາສນານີ້ ມີການຝຶກສະມາທິຢູ່ ໒ ປະເພດຄື

໑. ສະມາຖະກັມມະຖານ ໒. ວິປັສສນາກັມມະຖານ

ສະມະຖະກັມມະຖານ ກັມມະ ແປວ່າ ການກະທຳ, ຖານ ແປວ່າ ທີ່ຕັ້ງ ໝາຍເຖິງທີ່ຕັ້ງຂອງການຝຶກຈິຕໃຫ້ມີສະມາທິ ທີ່ຕັ້ງຂອງການປະຕິບັດງານ ຄືງານແຫ່ງການຝຶກຈິຕ. ສະມະຖະກັມມະຖານ ມີ ບັນຍັດ ເປັນອາຣົມໃນການປະຕິບັດ ເຊັ່ນ ເວລາຫາຍໃຈເຂົ້າກຳນົດວ່າ "ພຸດ" ຫາຍໃຈອອກກຳນົດວ່າ "ໂທ" ຫລືວິທີການນັບ ເຊັ່ນ



ຫາຍໃຈເຂົ້ານັບ ໑.........ຫາຍໃຈອອກນັບ ໑ ຫາຍໃຈເຂົ້ານັບ ໒.........ຫາຍໃຈອອກນັບ ໒ ຫາຍໃຈເຂົ້ານັບ ໓.........ຫາຍໃຈອອກນັບ ໓ ຫາຍໃຈເຂົ້ານັບ ໕.........ຫາຍໃຈອອກນັບ ໕ ຫາຍໃຈເຂົ້ານັບ ໖.........ຫາຍໃຈອອກນັບ ໖ ຫາຍໃຈເຂົ້ານັບ ໗.........ຫາຍໃຈອອກນັບ ໗


ນັບໃນໃຈໄປເລື້ອຍໆ ຈົນຮອດ ໑໐ ຫລື ກາຍກວ່ານັ້ນ ແລ້ວນັບກັບຄືນໄປມາແບບອານຸໂລມ-ປະຕິໂລມ ເພື່ອລໍ້ໃຫ້ຈິຕສະຫງົບ ໃຫ້ຈິດນິ້ງ ເມື່ອໃດຈິຕນິ້ງ ເອີ້ນວ່າຈິຕມີສະມາທິ. ຫລືຈະໃຊ້ວິທີກຳນົດລົມຫາຍໃຈ ເມື່ອລົມຫາຍໃຈອອກສັ້ນກໍ່ໃຫ້ຮູ້ວ່າ ລົມຫາຍໃຈອອກສັ້ນ ເມື່ອລົມຫາຍໃຈອອກຍາວກໍ່ໃຫ້ຮູ້ວ່າລົມຫາຍໃຈອອກຍາວ ກຳນົດຕາມອາການຂອງລົມຫາຍໃຈ.

໒.ວິປັສສນາກັມມະຖານ[ແກ້ໄຂ]

ວິປັສສນາກັມມະຖານ ແປວ່າ ກັມມະຖານເປັນອຸບາຍເຮັດໃຫ້ໃຈເກີດປັນຍາ ຮູ້ແຈ້ງເຫັນຈິງ ຄືເຫັນປັດຈຸບັນ, ຮູບນາມ, ພຣະໄຕຣລັກ, ມັກຄ໌(ຫົນທາງດັບທຸກ), ຜົລແລະ ນິພພານ. ວິປັສສນາກັມມະຖານມີ ປະຣະມັຕຖ໌ເປັນອາຣົມ ໄດ້ແກ່ ຂັນທ໌ ໕, ອາຍະຕະນະ ໑໒, ທາດ ໑໘, ອິນຊີ ໒໒, ອະຣິຍະສັຈ ໔, ປະຕິຈຈະສະມຸບບາດ ໑໒ ຫຍໍ້ໃຫ້ສັ້ນລົງໄດ້ແກ່ ຮູບນາມ ຄື ກາຍກັບໃຈ.

ເຫດໃດຈິ່ງເອີ້ນວ່າ ມີບັນຍັຕ ແລະ ປະຣະມັຕຖ໌ ເປັນອາຣົມ?

ຄຳວ່າ ອາຣົມ(objects) ໝາຍເຖິງສິ່ງທີ່ມາກະທົບທາງຕາ, ຫູ, ດັງ, ລີ້ນ, ກາຍ ແລະ ໃຈ...

ຄຳວ່າ ບັນຍັຕ ໝາຍເຖິງສິ່ງທີ່ບໍ່ແມ່ນຂອງຈິງ ເປັນພຽງການບັນຍັຕຂື້ນມາ ເຊັ່ນ: ຊື່ຄົນ, ຊື່ລົດ, ຊື່ຕົ້ນໄມ້, ຜູ້ຍິງ, ຜູ້ຊາຍ ແຕ່ຄວາມເປັນຈິງແລ້ວ ບໍ່ແມ່ນຍິງແມ່ນຊາຍ ບໍ່ແມ່ນບຸກຄົນຕົວຕົນ.

ຄຳວ່າ ປະຣະມັຕຖ໌ ໝາຍເຖິງຄວາມຈິງໂດຍທຳມະຊາດ ເຊັ່ນ ບໍ່ວ່າຜູ້ຍິງ ຜູ້ຊາຍ ແຕ່ເປັນພຽງ ອົງປະກອບຂອງທາດ ດິນ, ນ້ຳ, ລົມ, ໄຟ ຫລືເປັນພຽງແຕ່ ຮູບກັບນາມເທົ່ານັ້ນ ນີ້ຄືຄວາມຈິງໂດຍແທ້.

ສາຍເຫດທີ່ວ່າ ສະມະຖະກັມມະຖານ ຖືບັນຍັດເປັນອາຣົມກໍ່ຍ້ອນວ່າ ເວລາຫາຍໃຈເຂົ້າກໍ່ ເອົາຄຳໃດຄຳໜຶ່ງມາບໍຣິກັມໃນໃຈ.ເຊັ່ນພຸດໂທ, ເວລາຍ່າງຈົງກົມ ກໍ່ວ່າພຸດໂທໄປເລື້ອຍໆ ເຊິ່ງບໍ່ໄດ້ກຳໜົດຕາມຄວາມເປັນຈິງຂອງອາການເຄື່ອນໄຫວ.

ສວ່ນວິປັສສນາກັມມະຖານ ແມ່ນການປະຕິບັດແບບເອົາປັດຈຸບັນເປັນອາຣົມ ໝາຍເຖິງກຳນົດເອົາອາການຂອງຄວາມເປັນຈິງທີ່ເກີດຂື້ນເຊັ່ນ: ເວລານັ່ງ ກໍ່ເອົາຈິດ ຄືຄວາມຮູ້ສຶກໄປກຳນົດ ຮູ້ວ່ານັ່ງ ໂດຍໃຊ້ຄຳບໍຣິກັມວ່າ "ນັ່ງໜໍ" ເວລາຢືນກໍ່ເອົາຄຳບໍຣິກັມວ່າ "ຢືນໜໍ", ເວລາຍ່າງ ກຳນົດວ່າ" ຂວາຍ່າງໜໍ, ຊ້າຍຍ່າງໜໍ" ທ່າຍ່າງຈົງກົມທັງໝົດມີ ໖ ທ່າດວ້ຍກັນ ແລະ ນອກຈາກນັ້ນ ອິຣິຍາບົດຍ່ອຍອື່ນ ເຊັ່ນ ຢືນ, ຍ່າງ, ນັ່ງ, ນອນ, ງວກ, ຫລຽວຊ້າຍ ແລຂວາ, ຕລອດຮອດຄວາມຄິດ ເຊັ່ນເວລາຄິດດີ ກໍ່ໃຫ້ເອົາຈິດໄປຕາມຮູ້ ຮູ້ວ່າ "ຄິດໜໍ" ຖ້າຄິດດີ ກໍ່ວ່າ"ຄິດດີໜໍ" ຖ້າຄິດບໍ່ດີ ເປັນອະກຸສົລ ກໍ່ກຳນົດວ່າ " ຄິດເປັນອະກຸສົລໜໍ" ທຸກການເຄື່ອນທັງທາງກາຍ ແລະ ໃຈໃຫ້ມີສະຕິຮູ້ ທັນເອີ້ນວ່າການຮູ້ແຈ້ງຕາມອາຣົມປັດຈຸບັນຂອງສະພາວະຈິຕໃຈ ການກະທຳທຸກຢ່າງທີ່ເກີດຂື້ນໃຫ້ກຳນົດຮູ້.ກາຍເຄື່ອນໄຫວ, ໃຈຮັບຮູ້. ໃຈຄິດໄປ,ໃຈຮູ້ວ່າໃຈຄິດ ນີ້ຄືການຝຶກຈິດແບບວິປັສສນາກັມມະຖານ.

ສຳຫລັບການຝຶກແບບສະມະຖະກັມມະຖານ ເປັນວິທີການຝຶກສະມາທິທີ່ມີມາແຕ່ດົນນານແລ້ວ ກ່ອນພຣະພຸດທະສາສນຈະເກີດຂື້ນ ແລະ ກໍ່ມີໃນສາສນາອື່ນນຳອີກ ຕົວຢ່າງເຊັ່ນ ກ່ອນພຣະພຸດທະເຈົ້າຈະໄດ້ຕັສຮູ້ອະນຸຕຕະຣະສັມມາສັມໂພທິຍານ ເຄີຍສຶກສາແບບສະມະຖະກັມມະຖານນຳລືສີສອງອົງ ຄືທ່ານລືສີ ອາລາລະດາບົດກາລາມະໂຄດ ແລະ ອຸດທະກະດາບົດຣາມະບຸຕ ພຣະພຸດທະອົງໄດ້ບັນລຸທັມພຽງຊານສີ່ ແລະ ສະມາບັດແປດເທົ່ານັ້ນ ຄືສາມາດສະແດງລິດໄດ້ ແຕ່ຍັງບໍ່ທັນແມ່ນຫົນທາງບັນລຸເປັນພຣະສັມມາສັມພຸດທະເຈົ້າ ໝາຍຄວາມວ່າຕອນນັ້ນຍັງເປັນນັກບວຊນາມວ່າ ສິດທັດຖະ ແຕ່ຫລັງຈາກພຣະອົງໄດ້ໄປປະຕິບັດເອງໂດຍໃຊ້ວິທີ ວິປັສສນາກັມມະຖານຈິ່ງສາມາດຮູ້ແຈ້ງແທງຕລອດ ບັນລຸອະນຸຕຕະຣະສັມມາສັມໂພທິຍານ ຫລືຕັດສະຮູ້ທັມ ເປັນພຣະພຸດທະເຈົ້າ ຍ້ອນວິປັສສນາກັມມະຖານ ແລະ ເປັນວິທີປະຕິບັດທີ່ມີຢູ່ໃນສະເພາະພຣະພຸດທະສາສນາເທົ່ານັ້ນ.

ສະມາທິແມ່ນຫຍັງ?[ແກ້ໄຂ]

ຫລາຍຄົນຍັງບໍ່ທັນເຂົ້າໃຈໃນຄວາມໝາຍຂອງຄຳວ່າ "ສະມາທິ". ຄຳວ່າ "ສະມາທິ" ແປວ່າຄວາມຕັ້ງໝັ້ນຂອງຈິຕ ສະພາວະຈິຕທີ່ມີອາການສະຫງົບ ບໍ່ຄິດ ບໍ່ວອກແວກໄປມາ ມີອາຣົມເປັນໜຶ່ງດຽວ.

ສະມາທິແບ່ງອອກເປັນ ໓ ຂັ້ນຄື:

໑. ຂະນິກະສະມາທິ ຫລື ບໍຣິກັມສະມາທິ: ສະມາທິແບບຊົ່ວຄາວ ຊົ່ວຂະນະ ເປັນອາການຂອງຈິຕທີ່ຍັງບໍ່ທັນໝັ້ນຄົງ ຈິດຍັງກວັດແກວ່ງໄປມາ ເຊັ່ນເວລານັ່ງ ຄາວໜຶ່ງກໍ່ເກີດມີສະມາທິ ຄືມີອາການຮູ້ວ່າ ຈິຕໃຈຢູ່ກັບເນື້ອກັບໂຕ ຢູ່ກັບລົມຫາຍໃຈ ຫລືຄຳບໍຣິກັມ ພຸດໂທ ຫລືການນັບເລກ ຄາວໜຶ່ງກໍ່ຄິດໄປທີ່ອື່ນອີກ.

໒. ອຸປະຈາຣະສະມາທິ: ສະມາທິ ຂັ້ນທີສອງ ທີ່ໜັກແໜ້ນກວ່າຂັ້ນໜຶ່ງ ເປັນສະມາທິກຳລັງຈະກ້າວໄປສູ່ຊານ ສະມາທິໃກ້ຊານ ແຕ່ຍັງບໍຣິກັມລົມຫາຍໃຈເຂົ້າອອກ ຫລືອາການທ້ອງພອງຍຸບ ເປັນປະຕິພາກນິມິຕເປັນອາຣົມ.

໓. ອັປປະນາສະມາທິ: ເປັນສະມາທິຂັ້ນເລິກ ຂັ້ນຈິຕນິ້ງທີ່ສຸດ ຂັ້ນມະຫາກຸສົລ ສະຫງົບ ເປັນຂັ້ນຂອງການໄດ້ຊານ ເປັນຂັ້ນທີ່ວິປັສສນາຍານເກີດຂື້ນ ມີພະລັງມະຫາສານ ສາມາດຕິດຕໍ່ກັບໂລກວິນຍານໄດ້ ສາມາດເຂົ້າເຖິງອັປປະນາຊານ.


ໃນຂັ້ນຂອງສະມາທິນີ້ ວິປັສສນາກັມມະຖານມັກໃຊ້ພຽງແຕ່ ຂັ້ນທີສອງ ຄືອຸປະຈາຣະສາມາທິ ຄືສະມາທິທີ່ບໍ່ນິ້ງປານໃດ ແຕ່ສາມາດຮັບຮູ້ສະພາວະທັມທຸກຢ່າງທີ່ເກີດຂື້ນ ແລ້ວກຳໜົດເອົາສະພາວະທັມນັ້ນເປັນອາຣົມ ເພື່ອການຮູ້ແຈ້ງ. ແຕ່ສະມະຖະກັມມະຖານຈະມັກໃຊ້ສະມາທິຂັ້ນສາມ ເພື່ອເຂົ້າເຖິງຊານ ສະມາບັດ ນັກປະຕິບັດແບບສະມະຖະກັມມະຖານ ເມື່ອປະຕິບັດເຖິງຂັ້ນສຸດຍອດ ສາມາດສະແດງລິດໄດ້ ແຕ່ບໍ່ສາມາດເຂົ້າເຖິງພຣະນິພພານ ເມື່ອດັບຂັນໄປ ຮອດແຕ່ພຣົມມະໂລກ ຄືໄປອຸບັດຢູ່ໃນຊັ້ນພຣົມ ແຕ່ການປະຕິບັດແບບວິປັສສນາກັມມະຖານ ເປັນຫົນທາງໂດຍກົງ ທີ່ຈະນຳໄປສູ່ການຮູ້ແຈ້ງຄືການຕັດສະຮູ້ ແລ້ວເຂົ້າເຖິງກະແສພຣະນິພພານ. ແຕ່ວ່າ ຖ້ານັກປະຕິບັດແບບສະມະຖະກັມມະຖານ ເມື່ອໄດ້ຊານສະມາບັດຕ່າງໆແລ້ວ ພິຈາຣະນາປະຣະມັຕຖ໌ເປັນອາຣົມ ຍົກຈິຕຂື້ນສູ່ວິປັສສນາຍານ ກໍ່ຈະສາມາດເຂົ້າເຖິງພຣະນິພພານໄດ້.


ທຸກຄົນສາມາດເຂົ້າເຖິງກະແສແຫ່ງພຣະນິພພານໄດ້ ທັງນັກບວດ ແລະ ຄະຣາວາດ (ຖ້າຢາກໃຫ້ການປະຕິບັດກ້າວໜ້າຕ້ອງຖືສີລແປດ)ເພາະວ່າທຸກຄົນມີອົງປະກອບຂອງຮ່າງກາຍຕົວຕົນອັນດຽວກັນ ຄືຮູບກັບນາມຫລືການກັບໃຈ ແລະ ມີອຸປະກອນການຝຶກສະມາທິຄືກັນ ຕ່າງແຕ່ວ່າໃຜຈະໃຊ້ວິທີໃດໃຫ້ເໝາະສົມຂື້ນຢູ່ກັບວ່າໃຜປະຕິບັດ ແລະ ຝຶກຝົນຕົນເອງ ແລະ ສັ່ງສົມປາຣະມີມາຫລາຍນ້ອຍພຽງໃດເທົ່ານັ້ນ.


ວິປັສສນາກັມມະຖານ ເໝາະສົມກັບທຸກຄົນ ທຸກເພດທຸກໄວ ສວ່ນສະມະຖະມີວິທີການຝຶກຫລາຍແບບ ອັນມີອາຣົມກັມມະຖານ ໔໐ ຫ້ອງເປັນເຄື່ອງມີໃນການປະຕິບັດ ໃຫ້ແທດເໝາະກັບນິໄສ ຈາຣິຕຂອງຄົນ. ສວ່ນວິປັສສນາ ສາມາດຝຶກໄດ້ຕລອດເວລາ ທຸກອິຣິຍາບົດການເຄື່ອນໄຫວ ເພາະວ່າເອົາສະຕິໄປກຳໜົດທຸກອາການເຄື່ອນໄຫວທາງກາຍ ແລະ ໃຈນັ້ນໆທີ່ເກີດຂື້ນ.