ສະປາຍ × ແຟມິລີ

ຈາກ ວິກິພີເດຍ

ສະປາຍ × ແຟມິລີ (ອັງກິດ: SPY×FAMILY ອ່ານອອກສຽງ "ສະປາຍ ແຟມິລີ") ແມ່ນຊີຣີມັງງະຍີ່ປຸ່ນ ຂຽນເລື້ອງແລະວາດພາບໂດຍ ທັດສຶຍະ ເອັນໂດະ ເລື້ອງລາວກ່ຽວກັບສາຍລັບຜູ້ສ້າງຄອບຄົວເພື່ອປະຕິບັດພາລະກິດ ໂດຍບໍ່ໄດ້ຮູ້ວ່າເດັກຍິງທີ່ຮັບເປັນລູກສາວລ້ຽງເປັນຜູ້ມີຄວາມສາມາດການອ່ານໃຈ ແລະຜູ້ຍິງແຕ່ງງານຫຼອກໆ ດ້ວຍເປັນມືສັງຫານ ເຜີຍແຜ່ຟຣີເປັນລາຍສອງອາທິດທາງແອັບພລີເຄຊັ້ນແລະເວັບໄຊໂຊເນັງຈຳພລັສຕັ້ງແຕ່ວັນທີ 25 ມີນາ 2019 ແລະລວບລວມຕີພິມເປັນໜັງສືກາຕູນລວມເລັ່ມ (ທັງໂກບົງ) ໂດຍສຳນັກພິມຊູເອຊະເຖິງເລັ່ມທີ່ 10 ເມື່ອເດືອນຕຸລາຄົມ 2022​

ຊີຣີອະນິເມະໂທລະພາບດັດແປງ ສ້າງໂດຍ ວິດສະຕູດີໂອ ແລະ ໂຄລເວີເວີກສ໌ ອອກອາກາດຕັ້ງແຕ່ເດືອນເມສາເຖິງມິຖຸນາ 2022 ຊີຣີອະນິເມະພາດ 2 ອອກອາກາດຕັ້ງແຕ່ເດືອນຕຸລາເຖິງທັນວາ 2022 ລະດູການທີ່ສອງແລະຮູບເງົາອະນິເມະມີການປະກາດສ້າງໃນເດືອນທັນວາ 2022 ແລະມີກຳໜົດສາຍໃນປີ 2023 ທັ້ງຄູ່