ລຸຍໂລກລຶກລັບ
| ລຸຍໂລກລຶກລັບ | |
|---|---|
ໂປສເຕີຮູບເງົາພາສາລາວ | |
| ກຳກັບ | ດອນ ຮໍລ |
| ຂຽນບົດ | Qui Nguyen |
| ອຳນວຍການສ້າງ | ຣອຍ ຄອນລິ |
| ນັກສະແດງນຳ | |
| ດົນຕີປະກອບ | Henry Jackman |
| ບໍລິສັດຜູ້ສ້າງ | |
| ຈຳໜ່າຍ/ເຜີຍແຜ່ | ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ |
| ວັນສາຍ | 18 ພະຈິກ 2022 (ເທດສະການຮູບເງົາຟອຍລ໌) 23 ພະຈິກ 2022 (ສະຫະລັດອາເມຣິກາ) 24 ພະຈິກ 2022 (ລາວ) |
| ຄວາມຍາວ | 102 ນາທີ[1] |
| ປະເທດ | ສະຫະລັດອາເມຣິກາ |
| ພາສາ | ອັງກິດ |
| ທຶນສ້າງ | 135–180 ລ້ານໂດລາສະຫະລັດ[lower-alpha 1] |
| ລາຍໄດ້ | 61.8 ລ້ານໂດລາສະຫະລັດ[4][5] |
ລຸຍໂລກລຶກລັບ (ອັງກິດ: Strange World) ເປັນຮູບເງົາປະເພດຄອມພິວເຕີແອນິເມຊັນແນວວິທະຍາສາດ ຜະຈົນໄພ ທີ່ມີກຳນົດອອກສາຍໃນປີ 2022 ອຳນວຍການສ້າງໂດຍວໍລ ດິສນີ ແອນິເມຊັນ ສະຕູດີໂອສ໌ແລະ ຈັດຈຳໜ່າຍໂດຍວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ ເປັນຮູບເງົາແອນິເມຊັນລຳດັບທີ່ 61 ທີ່ສ້າງໂດຍສະຕູດິໂອ ຮູບເງົາກຳກັບໂດຍດອນ ຮໍລ ຂຽນບົດ ແລະ ຮ່ວມກຳກັບໂດຍ Qui Nguyen ອຳນວຍການສ້າງໂດຍຣອຍ ຄອນລີ ຜູ້ພາກສຽງຕົວລະຄອນຫຼັກເຊັ່ນ: ເຈກ ຈິລເລັນຮາລ, ເດນດິສ ເຄວດ, Jaboukie Young-White, Gabrielle Union ແລະ Lucy Liu ເລື່ອງລາວກ່ຽວກັບຄອບຄົວເຄລດ ຄອບຄົວນັກສຳຫຼວດທີ່ເດິນທາງໄປຍັງດາວເຄາະລຶກລັບທີ່ມີຊື່ອາວາໂລເນຍເຊິ່ງມີສິ່ງທີ່ມີຊີວິດເໜືອຈິງຕ່າງໆ ອາໄສຢູ່
ຮູບໄດ້ຮັບແຮງບັນດານໃຈຈາກນິຍາຍດັງໃນພັລພ໌ແມກກາຊີນຊ່ວງໃນຕົ້ນສະຕະວັດທີ 20 ຮູບເງົາຍັງໃຫ້ກຽດແກ່ຮູບເງົາແນວວິທະຍາສາດທີ່ໃນອະດີດເຊັ່ນ: Journey to the Center the Earth ແລະ King Kong
ລຸຍໂລກລຶກລັບສາຍຮອບປະຖົມມະທັດໃນເທສະການຮູບເງົາຟອຍລ໌ໃນອຽກລັງເໜືອເມື່ອວັນທີ 18 ພະຈິກ 2022 ມີກຳນົດອອກສາຍໃນປະເທດສະຫະລັດອາເມຣິກາໃນວັນທີ 23 ພະຈິກ 2022 ແລະ ໃນປະເທດລາວໃນວັນທີ 24 ພະຈິກ 2022[6]
ນັກພາກ
[ດັດແກ້]- ເຈກ ຈິລເລນຮາລ ຮັບບົດ ເຊີຈເຊີ ເຄລດ ຊາວກະສິກອນ ລູກຊາຍຂອງເຢເກີ ສາມີຂອງເມຣິດຽນ ແລະ ພໍ່ຂອງອີທານ[7]
- ເດນນິສ ເຄວດ ຮັບບົດ ເຢເກີ ເຄລດ ພໍ່ຂອງເຊີຈເຊີ ແລະ ປູ່ຂອງອີທານ[8]
- ຈາບູກີ້ ຢັງ-ໄວທ໌ ຮັບບົດ ອີທານ ເຄລດ ລູກຊາຍອາຍຸ 16 ປີຂອງເຊີຈເຊີ [8]
- ແກບຣຽລ ຢູນຽນ ຮັບບົດ ເມຣິດຽນ ເຄລດ ເມຍຂອງເຊີຈເຊີ ແລະ ແມ່ຂອງອີທານ[8]
- ລູຊີ ຫຼິວ ຮັບບົດ ຄັລລິສໂຕ ມັລ ປະທານາທິບໍດີແຫ່ງດິນແດນອາວາໂລເນຍ ແລະ ຜູ້ນໍາຄະນະສຳຫຼວດໃນໂລກລຶກລັບ[8][9]
- ແຄເຣນ ໂຊນິ ຮັບບົດ ແຄສປຽນ ສະມາຊິກໃນຄະນະສຳຫຼວດໂລກລຶກລັບ[10]
- ອາລັນ ຕູດິກ ຮັບບົດ ດັຟເຟິລ ນັກບິນຄະນະສຳຫຼວດໂລກລຶກລັບ[10]
- ຕູດິກ ຍັງຮັບບົດເປັນຜູ້ບັນຍາຍໃນຊ່ວງຕອນຕົ້ນຂອງຮູບເງົາ ແລະ ຍັງຮັບບົດເປັນຜູ້ປະກາດທາງວິທະຍຸ
- ອະເດລິນາ ແອນໂທນີ ຮັບບົດ ກັບຕັນພັລຄ໌ ຮອງຜູ້ຮຳຄະນະສຳຫຼວດໂລກລຶກລັບ[10]
- ອັບຣາຮາມ ເບັນຣູບີ ຮັບບົດ ລອນນີ່ ເຣດເຊີຣ໌ດ ສະມາຊິກຮ່າງໃຫຍ່ຂອງຄະນະສຳຫຼວດໂລກລຶກລັບ[10]
- ໂຈນາທານ ເມໂລ່ ຮັບບົດ ດິອາໂຊ ຄົນຮັກຂອງອີທານ[10]
- ນິກ ໂດດານິ ຮັບບົດ ຄາຣ໌ເດຊ ໝູ່ຄົນໜຶ່ງຂອງອີທານ
- ຟຣານເຊສກ້າ ຣຽວ ຮັບບົດ ອາຊິມຸດທ໌ ໝູ່ຄົນໜຶ່ງຂອງອີທານ
ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

- ↑ ແມ່ແບບ:Cite The Numbers
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 3 4 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 3 4 5 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
ແຫຼ່ງຂໍ້ມູນອື່ນ
[ດັດແກ້]- ↑ ເດດລາຍ ຮໍລີວູດລາຍງານວ່າຮູບເງົາໃຊ້ເງິນທຶນສ້າງ 135 ລ້ານໂລລາສະຫະລັດ ສ່ວນວາໄຣຕີ້ລາຍງານວ່າຮູບເງົາໃຊ້ເງິນທຶນສ້າງ 180 ລ້ານໂດລາສະຫະລັດ[2][3]
<ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found.