ລາວ ເຊັນໂທຣ ແອລາຍ

ຈາກ ວິກິພີເດຍ
Lao Central Airlines
ລາວ ເຊັນໂທຣ ແອລາຍ
IATA
'
ICAO
'
Callsign
'
ສ້າງຕັ້ງ2010
ສູນການບິນສະໜາມບິນສາກົນວັດໄຕ
ເມືອງສຸມສະໜາມບິນສາກົນສຸວັນນະພູມ
ຂະຫນາດຝູງບິນ11 (+ 9 ສັ່ງຊື້)
ຈຸດຫມາຍ1
ສູນໃຫຍ່ນະຄອນຫລວງວຽງຈັນ, ປະເທດລາວ
ບຸກຄົນສໍາຄັນທ່ານ​ພົນ​ຕີ ໄອ່ ສຸ­ລິ­ຍະ​ແສງ


ສາຍການບິນເອກະຊົນຖືຫຸ້ນ 100% ແຫ່ງທຳອິດ ຂອງລາວ ໄດ້ປະກາດປ່ຽນຊື່ ຈາກ ພົງ​ສະ­ຫວັນ ແອ​ລາຍ ມະ­ຫາ­ຊົນ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ແນວ­ທາງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ​ຂອງ​ລັດ­ຖະ­ບານ​ເຮົາ ແລະ ວິ­ໄສ​ທັດ​ຂອງ​ບໍ­ລິ­ສັດ​ທີ່​ມີ​ຄວາມ​ມຸ້ງ​ຫວັງ​ເປັນ​ທ່າ­ແຮງ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ການ​ບໍ­ລິ­ການ​ການ­ບິນ​ພົນ​ລະ​ເຮືອນ ແລະ ບໍ­ລິ­ການ​ຂົນ­ສົ່ງ​ສິນ­ຄ້າ​ທາງ​ອາ­ກາດ​ຂອງ​ປະ­ເທດ​ເຮົາ ໃຫ້​ນັບ​ມື້​ນັບ​ຂະ­ຫຍາຍ­ຕົວ​ເຂັ້ມ­ແຂງ ເພື່ອ​ໃຫ້​ກາຍ­ເປັນ​ສູນ​ກາງ​ບໍ­ລິ­ການ​ການ­ບິນ​ທີ່​ທັນ​ສະ­ໄໝ​ໄປ​ສູ່​ລະ­ດັບ​ສາ­ກົນ ດັ່ງ­ນັ້ນ ຈຶ່ງ​ໄດ້​ປ່ຽນ​ຊື່​ມາ​ເປັນ​ ບໍ­ລິ­ສັດ ລາວເຊັນ​ໂທຣແອ​ລາຍ ມະ­ຫາ­ຊົນ.

ບໍ­ລິ­ສັດ ພຣາຍ ວໍ​ເຕີ ເຮົາ​ສ໌ ກຣຸບ(PricewaterhouseCoopers) ຈະ​ໃຫ້­ການ​ບໍ­ລິ­ການ​ທີ່​ປຶກ­ສາ​ດ້ານ​ການ​ສ້າງ​ບົດ​ວິ­ພາກ ແຜນ​ທຸ­ລະ​ກິດ ແລະ ແຜນ​ຕົວ​ແບບ​ທາງ​ການ​ເງິນ ໃຫ້​ກັບ​ບໍ­ລິ­ສັດ ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ຊຶ່ງ​ບໍ­ລິ­ສັດ​ດັ່ງ­ກ່າວ​ນີ້​ເມື່ອ​ກ່ອນ​ຊື່­ວ່າ ບໍ­ລິ­ສັດ ພົງ​ສະ­ຫວັນ ແອ​ລາຍ ມະ­ຫາ­ຊົນ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ແນວ­ທາງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ​ຂອງ​ລັດ­ຖະ­ບານ​ເຮົາ ແລະ ວິ­ໄສ​ທັດ​ຂອງ​ບໍ­ລິ­ສັດ​ທີ່​ມີ​ຄວາມ​ມຸ້ງ​ຫວັງ​ເປັນ​ທ່າ­ແຮງ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ການ​ບໍ­ລິ­ການ​ການ­ບິນ​ພົນ​ລະ​ເຮືອນ ແລະ ບໍ­ລິ­ການ​ຂົນ­ສົ່ງ​ສິນ­ຄ້າ​ທາງ​ອາ­ກາດ​ຂອງ​ປະ­ເທດ​ເຮົາ ໃຫ້​ນັບ​ມື້​ນັບ​ຂະ­ຫຍາຍ­ຕົວ​ເຂັ້ມ­ແຂງ ເພື່ອ​ໃຫ້​ກາຍ­ເປັນ​ສູນ​ກາງ​ບໍ­ລິ­ການ​ການ­ບິນ​ທີ່​ທັນ​ສະ­ໄໝ​ໄປ​ສູ່​ລະ­ດັບ​ສາ­ກົນ ດັ່ງ­ນັ້ນ ຈຶ່ງ​ໄດ້​ປ່ຽນ​ຊື່​ມາ​ເປັນ​ບໍ­ລິ­ສັດ ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ.

ສາຍການບິນລາວ ເຊັນໂທຣ ແອລາຍ ໄດ້ວາງຕົວ ເປັນສາຍກິນບິນແບບຕົ້ນທຶນຕ່ຳ ມີທັງຊັ້ນທຸລະກິດ ແລະ ຊັ້ນປະຫຍັດ. ກ່ອນໜ້ານີ້ ທາງສາຍການບິນ ລາວ ເຊັນໂທຣ ແອລາຍ ໄດ້ສັ່ງຊື້ຍົນ ຊູຄອຍ ຊຸບເປີ ເຈັດ(Sukhoi Superjet-100) ຈາກ ຣັດເຊຍ ຈຳນວນ 9 ລຳ

ສຳ­ລັບ​ການ​ເປີດ​ການ​ບໍ­ລິ­ການ​ສາຍ​ການ­ບິນ​ຂອງ​ບໍ­ລິ­ສັດ​ດັ່ງ­ກ່າວ ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ປີ​ນີ້ ເພາະ​ປັດ­ຈຸ­ບັນ ບໍ­ລິ­ສັດ​ດັ່ງ­ກ່າວ​ໄດ້​ຊື້​ຍົນ​ເຂົ້າ​ມາ​ແລ້ວ ແລະ ກຳ­ລັງ​ຕົບ­ແຕ່ງ​ສີ​ໃຫ້​ເປັນ​ເຄື່ອງ­ໝາຍ​ຂອງ​ບໍ­ລິ­ສັດ ຊຶ່ງ​ມີ​ນັກ​ບິນ 2 ຄົນ ເປັນ​ນັກ​ບິນ​ມື​ອາ­ຊີບ​ມາ​ຈາກ​ປະ­ເທດ​ອິນ​ເດຍ ເປັນ​ສັນ­ຊາດ​ໄທ ສຳ­ເລັດ​ການ​ເຝິກ­ອົບ­ຮົມ​ໃຫ້​ລາວ​ບໍ­ລິ­ການ​ເທິງ​ເຮືອ­ບິນ ຈຳ­ນວນ 10 ຄົນ ໃນ​ເບື້ອງ​ຕົ້ນ ແລະ ການ​ເປີດ​ບໍ­ລິ­ການ​ເບື້ອງ​ຕົ້ນ ຈະ​ເປີດ​ສາຍ​ການ­ບິນ ລາວ-ບາງ­ກອກ ຕໍ່​ໄປ ຮ່າ​ໂນ້ຍ-ຄຸນ​ໝິງ ກຳ­ປູ­ເຈຍ ກໍ​ຄື​ຈະ​ເປີດ​ບິນ​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ​ເສຍ​ກ່ອນ ຈາກ​ນັ້ນ​ກໍ​ຈະ​ບິນ​ໄປ​ບັນ­ດາ​ປະ­ເທດ​ອາ​ຊຽນ ແລະ ການ​ເປີດ​ບໍ­ລິ­ການ​ເບື້ອງ​ຕົ້ນ​ຈະ​ໃຊ້​ ຍົນ​ A320-200 ຂະໜາດ 150 ບ່ອນນັ່ງ ຈຳ­ນວນ 2 ລຳ ເພື່ອ​ບໍ­ລິ­ການ​ບິນ​ແຕ່​ນະ­ຄອນ­ຫຼວງ​ວຽງ​ຈັນ-ບາງ­ກອກ ມື້​ລະ 4 ຖ້ຽວ. ແລະ ສາຍການບິນມີແຜນຈະເປີດທ້ຽວບິນ ຈາກວຽງຈັນ ໄປ ຮາໂນ້ຍ, ຄຸນໝິງ, ສຽມຣຽບ ແລະ ບັນດານະຄອນຫຼວງຂອງປະເທດອາຊຽນ ໃນອະນາຄົດ.