ລັດມິຊິແກນ

ຈາກ ວິກິພີເດຍ

ມິຊິແກນ (ອັງກິດ: Michigan) ແມ່ນລັດຕັ້ງຢູ່ໃນ Great Lakes ແລະພາກຕາເວັນອອກກາງຂອງສະຫະລັດອາເມລິກາ. ຊື່ Michigan ແມ່ນຮູບພາສາຝະລັ່ງຂອງຄຳພາສາໂອຈິບເວວ່າ mishigamaa, ມີຄວາມໝາຍວ່າ "ແຫຼ່ງນ້ຳທີ່ຍິ່ງໃຫຍ່" ຫຼື "ທະເລສາບທີ່ກວ້າງໃຫຍ່".[1] ມິຊິແກນແມ່ນ 1 ໃນ 50 ລັດຂອງສະຫະລັດອາເມລິກາທີ່ມີປະຊາກອນເປັນອັນດັບທີ່ 10 ຂອງໂລກ, ແລະມີພື້ນທີ່ໂດຍລວມກວ້າງໃຫຍ່ເປັນອັນດັບທີ່ 11 ຂອງສະຫະລັດອາເມລິກາ (ລັດທີ່ໃຫຍ່ທີ່ສຸດໂດຍພື້ນທີ່ລວມດ້ານຕາເວັນອອກຂອງແມ່ນ້ຳມິດຊິດຊິບປີ). ເມືອງຫຼວງຂອງມັນແມ່ນ ແລນຊິງ, ແລະເມືອງທີ່ໃຫຍ່ທີ່ສຸດຂອງມັນແມ່ນ ດິທອຍ.

ລັດມິຊິແກນ ຖືກກໍ່ຕັ້ງຂຶ້ນໂດຍຊົນເຜົ່າທ້ອງຖິ່ນອາເມລິກັນຕ່າງໆຫຼາຍທ້ອງຖິ່ນນຳກັນ ກ່ອນທີ່ຈະໄດ້ຕົກເປັນອານານິຄົມຂອງຝະລັ່ງ ໂດຍນັກສຳລວດຄົນຝະລັ່ງ ໃນສະຕະວັດທີ່ 17 ແລະໄດ້ກາຍເປັນສ່ວນໜຶ່ງຂອງຝະລັ່ງໃໝ່. ຫຼັງຈາກທີ່ຝະລັ່ງໄດ້ພ່າຍແພ້ໃນສົງຄາມຝະລັ່ງແລະອິນເດຍໃນປີ ຄ.ສ. 1762 ພູມພາກນີ້ກໍຖືກອັງກິດຍຶດຄອງ, ແລະໃນທີ່ສຸດກໍໄດ້ເປັນລັດອິດສະລະຢູ່ໃນສະຫະລັດອາເມລິກາຫຼັງຈາກທີ່ອັງກິດໄດ້ພ່າຍແພ້ໃນສົງຄາມປະຕິວັດອາເມລິກາ. ພື້ນທີ່ດັງກ່າວໄດ້ຖືກຕັ້ງຂຶ້ນເປັນສ່ວນໜຶ່ງຂອງດິນແດນຕາເວັນຕົກສຽງເໜືອອັນຍິ່ງໃຫຍ່ຈົນເຖິງປີ ຄ.ສ. 1800, ເມື່ອມິຊິແກນ ທີ່ຢູ່ພາຍໃຕ້ການປົກຄອງຂອງອັງກິດ ໄດ້ກາຍເປັນສ່ວນໜຶ່ງຂອງດິນແດນອິນເດຍນາ. ໃນທີ່ສຸດ, ປີ ຄ.ສ. 1805, ດິນແດນມິຊິແກນ ໄດ້ຕັ້ງຂຶ້ນ, ແລະໄດ້ລວມໂຕເຂົ້າກັບສະຫະລັດອາເມລິກາເມື່ອວັນທີ່ 26 ມັງກອນ ຄ.ສ. 1837, ເປັນລັດທີ່ 26. ປັດຈຸບັນລັດມິຊິແກນໄດ້ກາຍເປັນສູນກາງສຳຄັນຂອງອຸດສາຫະກຳແລະການຄ້າຢູ່ພາຍໃນພູມພາກ Great Lakes ແລະແມ່ນຈຸດໝາຍປາຍທາງສຳຫຼັບການຍ້າຍເຂົ້າເມືອງທີ່ໄດ້ຮັບຄວາມນິຍົມ.

ເຖິງແມ້ວ່າມິຊິແກນຈະໄດ້ຮັບການພັດທະນາໃນເລື່ອງຂອງຄວາມຫຼວງຫຼາຍທາງດ້ານເສດຖະກິດແລ້ວ, ມັນກໍຍັງຄົງເປັນທີ່ຮູ້ຈັກວ່າເປັນສູນກາງຂອງອຸດສາຫະກຳຍານຍົນຂອງສະຫະລັດອາເມລິກາ, ກາຍເປັນບ້ານເຮືອນໃຫ້ກັບສາມບໍລິສັດຍານຍົນທີ່ມີຊື່ສຽງຂອງປະເທດ (ເຊິ່ງສຳນັກງານໃຫຍ່ຂອງບໍລິສັດເຫຼົ່ານັ້ນທັງໝົດຕັ້ງຢູ່ໃນເຂດປະລິມົນທົນຂອງດີທອຍ). ໃນຂະນະທີ່ມີປະຊາຊົນກະຈັດກະຈາຍ,ແຫຼມທາງເໜືອມີຄວາມສຳຄັນທາງດ້ານເສດຖະກິດຫຼາຍ ເພາະວ່າມີສະຖານະເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ແລະມີແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບູນ, ໃນຂະນະທີ່ແຫຼມທາງໃຕ້ແມ່ນສູນກາງຂອງການຜະລິດ, ການບໍລິການ, ແລະອຸດສາຫະກຳທີ່ໃຊ້ເຕັກໂນໂລຊີທີ່ທັນສະໄໝ.

ລາຍການອ້າງອິງ[ດັດແກ້]

  1. "Michigan in Brief: Information About the State of Michigan" (PDF). Department of History, Arts and Libraries.