ຢາງລຶບ

ຈາກ ວິກິພີເດຍ

ຢາງລຶບ ແມ່ນເຄື່ອງຂຽນຊະນິດນຶ່ງ ໃຊ້ສຳລັບລຶບຮອຍສໍດຳຫຼືບິກທີ່ຂຽນເທິງວັດສະດຸຢ່າງນຶ່ງເຊັ່ນເຈ້ຍ ໂດຍໃຊ້ຢາງລຶບຖູໄປມາຈົນຮອຍຂຽນຫາຍໄປ. ສໍດຳສ່ວນຫຼາຍມັກຈະມີຢາງລຶບຕິດມານຳເພື່ອໃຊ້ຄວບຄູ່ກັນ. ຢາງລຶບນັ້ນເຮັດມາຈາກຢາງເປັນຫຼັກ ແຕ່ສຳລັບຢາງລຶບທີ່ໃຊ້ງານສະເພາະທາງກໍອາດຜະລິດດ້ວຍວີນິນ ພະລາສະຕິກ ຫຼືຢາງທຳມະຊາດອື່ນ ໆ ກໍໄດ້. ສ່ວນຫຼາຍຈະພົບເປັນສີຂາວ ແຕ່ກໍສາມາດຜະລິດໃຫ້ເປັນສີອື່ນ ໆ ໄດ້ ແລ້ວແຕ່ສ່ວນປະສົມຂອງວັດສະດຸ.