ມໍຣະກົດ ມະນີສາຍ

ຈາກ ວິກິພີເດຍ
ມໍລະກົດ ມະນີສາຍ
ຊື່ເກີດການຈະນາ ທູນສະຫຼອງ
ຊື່ຫຼີ້ນແອນ
ເກີດ 15 ເມສາ ຄ.ສ. 1975 (45 ປີ)
ການຈະນາ ທູນສະຫຼອງ
ນະຄອນລາຊະສີມາ ປະເທດໄທ
ສ່ວນກ່ຽວຂ້ອງ ໜູ ຄອງເຕີຍ

ມໍລະກົດ ມະນີສາຍ (ໄທ: มรกต มณีฉาย) ຫຼື ແອນ ມີຊື່ຈິງວ່າ ການຈະນາ ທູນສະຫຼອງ (ໄທ: กาญจนา ทูลฉลอง) ແມ່ນອະດີດນັກສະແດງ-ນາງແບບຊາວໄທ ເຊິ່ງຫາກຍ້ອນໄປຮາວ 20 ປີ ຄົງບໍ່ມີໄຜຮູ້ຈັກນາງເພາະມໍລະກົດຖືເປັນເຊັກບອມໝາຍເລກໜຶ່ງຂອງເມືອງໄທ ທີ່ແຈ້ງເກີດໃນວົງການຈາກຜົນງານການຖ່າຍປະຕິທິນວາບຫວິວ ພາຍໃຕ້ການຊັກຊວນຂອງຊ່າງພາບມືໜຶ່ງສະໄໝນັ້ນ ອຸ້ງ ອັນຍະມະນີ ສີຊາດ ເຊິ່ງໃນຕອນນາງເປັນສາວວັຍລະອ່ອນບໍ່ເຖິງ 20 ແຕ່ສັດສ່ວນໜ້າອົກໜ້າໃຈເຖິງ 38 ນິ້ວ ກໍເຮັດໃຫ້ນາງກາຍເປັນຂວັນໃຈໜຸ່ມ ໆ ພາຍໃນຊົ່ວຂ້າມຄືນ ຫຼັງຈາກນັ້ນນາງກໍມີງານຕ່າງໆ ຫຼັ່ງໄຫຼເຂົ້າມາຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນງານຖ່າຍແບບ ລະຄອນ ຮູບເງົາ ອາລະບ້ຳເພງ ໂດຍສະເພາະນາງແບບຄາລາໂອເກະ ເຊິ່ງຖືໄດ້ວ່າເປັນຂອງໃໝ່ແລະບູມສຸດຂີດໃນຍຸກນັ້ນ ແລະຊື່ຂອງ ແອນ ມໍລະກົດ ມະນີສາຍ ກໍຖືເປັນເບີໜຶ່ງຂອງວີດີໂອຄາລາໂອເກະເມືອງໄທ ປັດຈຸບັນນາງມີທຸລະກິດເປັນຂອງໂຕເອງຊື່ຮ້ານວ່າ ເນີວານາ ກ່ຽວກັບອົບນວດສະປາ ຢູ່ທີ່ຊອຍສຸຂຸມວິດ 23

ປະຫວັດ[ດັດແກ້]

ມໍລະກົດ ມະນີສາຍ ມີຊື່ຈິງວ່າ ການຈະນາ ທູນສະຫຼອງ ເກີດເມື່ອວັນທີ 15 ເມສາ ຄ.ສ. 1975 ທີ່ຈັງຫວັດນະຄອນລາຊະສີມາ ແຕ່ລາວເຕີບໂຕທີ່ຈັງຫວັດບຸລີລຳ ດ້ວຍຄວາມທີ່ເປັນເດັກບ້ານນອກຈຶງມາຮຽນທີ່ບາງກອກ ແລະເລິ່ມເຂົ້າສູ່ວົງການບັນເທິງຕັ້ງແຕ່ອາຍຸຍັງບໍ່ເຖິງ 20 ປີ ໂດຍຈາກການຊັກຊວນຂອງ ອຸ້ງ ອັນຍະມະນີ ສີຊາດ ຊ່າງຖ່າຍພາບມືໜຶ່ງຂອງເມືອງໄທໃນຍຸກນັ້ນ ໂດຍມໍລະກົດມີໜ້າອົກໃຫຍ່ເຖິງ 38 ນິ້ວ ແລະໄດ້ຮັບສາຍາວ່າ ໜ້າອົກພູເຂົາໄຟ ແລະເປັນຂວັນໃຈຂອງໜຸ່ມໆ ໃນຍຸກນັ້ນ ແລະເຮັດໃຫ້ລາວມີຊື່ສຽງແລະມີງານຫຼັ່ງໄຫຼເຂົ້າມາຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນງານຖ່າຍແບບ ລະຄອນ ຮູບເງົາ ແລະຖ່າຍແບບວີດີໂອຄາລາໂອເກະ ລາວມີຜົນງານລະຄອນເລື່ອງ ມັງກອນເຈົ້າພະຍາ ແລະຮູບເງົາເລື່ອງ ຫຼວງພີ່ເທັ່ງ ແລະເຄີຍຄົບຫາກັບວັນຊາດ ເພິ່ງສ່ຳ ຫຼື ໜູ ຄອງເຕີຍ ນັກສະແດງຕະຫລົກລະດັບຕຳນານຂອງເມືອງໄທ ເຈົ້າຂອງທ່າເດິນແບບນົກກະຍາງຜູ້ລ່ວງລັບລາວໃຊ້ຊີວິດຮ່ວມກັນກັບໜູ ຄອງເຕີຍມານານຫຼາຍປີ ແຕ່ກໍໄດ້ເລີກລາກັນໄປໃນທີ່ສຸດ ແລະພາຍຫຼັງໜູ ຄອງເຕີຍ ອະດີດສາມີຂອງລາວໄດ້ເສຍຊີວິດລົງເມື່ອວັນທີ 29 ມັງກອນ ຄ.ສ. 2005 ດ້ວຍໂຮກໄວລັດຕິດເຊື້ອໃນສະໝອງແລະໂຮກວັນນະໂລກ ສິຣິອາຍຸໄດ້ 41 ປີ ເຊິ່ງລາວຍອມຮັບວ່າລາວບໍ່ເຄີຍໄດ້ໄປຍ້ຽມຍາມອະດີດສາມີເລີຍ ເຖິງແມ້ນວ່າຈະເລີກລາກັນໄປແລ້ວກໍຕາມ ແຕ່ກໍຖືວ່າເປັນໝູ່ຮ່ວມງານໃນວົງການບັນເທິງນຳກັນ

ผลงาน[ດັດແກ້]

ภาพยนตร์[ດັດແກ້]

  • มังกรเจ้าพระยา

ອ້າງອິງ[ດັດແກ້]

ແມ່ແບບ:ລາຍການອ້າງອິງ