ພຸ່ມພວງ ດວງຈັນ

ຈາກ ວິກິພີເດຍ
ພຸ່ມພວງ ດວງຈັນ
ຊື່ໃນພາສາອື່ນ
พุ่มพวง ดวงจันทร์
ຊື່ເກີດຣຳພຶງ ຈິດຫານ (ໄທ: รำพึง จิตรหาญ)
ເກີດ4 ສິງຫາ ຄ.ສ. 1961(1961-08-04)
ອຳເພີຫັນຄາ, ຈັງຫວັດໄຊນາດ, ທຸງຊາດຂອງໄທ ໄທ
ເສຍຊີວິດ13 ມິຖຸນາ ຄ.ສ. 1992 (30 ປີ)
ຈັງຫວັດພິສະນຸໂລກ, ທຸງຊາດຂອງໄທ ໄທ
ປະເພດ
ເຄື່ອງດົນຕີນັກຮ້ອງ
ປີປະຕິບັດວຽກ1980–1992
ຄ່າຍອາໂຊນາ (Azona)
ທັອບລາຍ ໄດມອນ (Topline diamond)

ພຸ່ມພວງ ດວງຈັນ ແມ່ນນັກຮ້ອງລູກທຸ່ງ ແລະນັກສະແດງຢິງຊາວໄທ ເກິດເມື່ອວັນທີ່ 4 ສິງຫາ ຄ.ສ. 1961 ທີ່ຈັງຫວັດໄຊນາດ ແຕ່ໂຕທີ່ ຈັງຫວັດສຸພັນບຸລີ ເພິ່ນຖືເປັນນັກຮ້ອງສຸດສາມາດ ຈຳເນື້ອເພງໄດ້ທັ້ງທີ່ບໍ່ຮູ້ໜັງສື ຈືງເປັນແມ່ແບບໃຫ່ນັກຮ້ອງລຸ່ນຫຼັງ ມີສາຢາວ່າ "ລາຊິນີລູກທຸ່ງ"[1]

ປະຫວັດ[ດັດແກ້]

ເພີ່ນເກິດທີ່ບ້ານໜອງນົກເຂົາ ອຳເພີຫັນຄາ ຈັງຫວັດໄຊນາດ[2] ໂຕທີ່ອຳເພີສອງພີ່ນ້ອງ ຈັງຫວັດສຸພັນບຸລີ ສະຖານະພາບຂອງຄອບຄົວຂອງເພິ່ນເປັນຄົນຍາກຈົນເຮັດໃຫ້ເພິ່ນຈົບການສຶກສາໃນຊັ້ນ 2 ເທົ່ານັ້ນ. ເຂົາຮັກການຮ້ອງເພງນັບຕັ້ງແຕ່ເດັກນ້ອຍ. ເຖິງແມ່ນວ່າເຂົາບໍ່ສາມາດອ່ານຫນັງສືໄດ້ ແຕ່ເຂົາມີຄວາມຊົງຈໍາທີ່ດີ. ເຂົາໄດ້ເລີ່ມຕົ້ນການແຂ່ງຂັນຮ້ອງເພງແຕ່ອາຍຸ 8 ປີ. ຫຼັງຈາກນັ້ນ, ເມື່ອເຂົາອາຍຸ 15 ປີ, ມີວົງດົນຕີຂອງໄວພົດ ເພັດສຸພັນ ມາເຮັດການສະແດງທີ່ວັດທັບກະດານ ໂດຍເພິ່ນໄດ້ສະແດງຄວາມສາມາດ ຈນໄວພົດເຫັນຮອດແວວການເປົນນັກຮ້ອງຂອງເພິ່ນ ຈຶງຮັບເພິ່ນເປັນບຸດລ້ຽງ ຕ່ອມາໃນປີ ຄ.ສ. 1976 ມນ ເມືອງເໜືອ ໄດ້ດັດຊື່ເພິ່ນຄືອ ພຸ່ມພວງ ດວງຈັນ

ໃນປີ ຄ.ສ. 1980 ເພິ່ນໄດ້ຮອດກັບລົບ ບຸລີລັດ ຊຶ່ງລົບ ບຸລີລັດ ໄດ້ຂຽນເພງໃຫ້ເພິ່ນຮ້ອງຈນຜົນສໍາເລັດ ອາທິ ກະແຊະເຂົ້າມາຊິ, ນັດພົບໜ້າອຳເພີ, ຂໍໃຫ້ລວຍ ເປັນຕ້ນ

ພຸ່ມພວງ ດວງຈັນ ເສຍຊີວິດໃນວັນທີ່ 13 ມິຖຸນາ ຄ.ສ. 1992 ດ້ວຍໂຮກລູປຸສ (ໂຮກ SLE ຫຼືຄົນໄທຫຼາຍຄົນທີ່ຮຽກເປັນ ໂຮກພຸ່ມພວງ) ທີ່ຈັງຫວັດພິສະນຸໂລກ ຮວມອາຍຸໄດ້ 30 ປີ

ອ້າງອິງ[ດັດແກ້]

  1. "Dance and Music". Thai Culture. OnlyChaAm.com. Retrieved 7 November 2016.ແມ່ແບບ:Unreliable source?
  2. (ตอน1) "ผึ้ง-รำพึง" ลูกผู้เสียสละให้ครอบครัว Archived 2010-06-14 at the Wayback Machine siamdara.com