ພິຊຊ່າ

ຈາກ ວິກິພີເດຍ
ພິຊຊ່າ
ພິຊຊ່າມາເກຣີຕາ
ກຳເໜີດ
ແຫຼ່ງກຳເໜີດອິຕາລີ
ພູມິພາກນາໂປລີ
ລາຍລະອຽດ
ປະເພດອາຫານທ່ຽງ, ອາຫານຄ່ໍາ
ຊະນິດເຂົ້າຈີ່ແບນ
ອຸນະຫະພູມໃນການຈັດໃຫ້ກິນຮ້ອນຫຼືອຸ່ນ
ເຄື່ອງປຸງຫຼັກໂດ, ຊອດ​ໝາກ​ເລັ່ນ​, ເນີຍແຂງ
ຮູບແບບອື່ນຄັລໂຊເນ, ປັນເຊຣອຕຕີ, ສະຕຣອມໂບລີ

ພິຊຊ່າ (ອິຕາລີ: pizza) ເປົນອາຫານຂອງອິຕາລີແລະອາຫານໄວທີ່ຊາວອິຕາລີໄດ້ປະດິດ ພິຊຊ່າມີເບິ່ງ​ເປັນແປ້ງແບບກລົມເທດ້ວຍ​ຊອດ​ໝາກ​ເລັ່ນ​ ຫຼັງຈາກນັ້ນປຸງແຕ່ງໂດຍການອົບໃນເຕົາອົບ

ໃນອິຕາລີ ການຮັບໃຊ້ພິຊຊ່າສໍາລັບໂອກາດທີ່ເປັນທາງການຈະຮັບໃຊ້ບໍ່ຕັດແລະກິນດ້ວຍມີດກັບສ້ອມ[1][2] ໃນຂະນະທີ່ຊາວອິຕາລີໂດຍທົ່ວໄປໃນເວລາທີ່ກິນພິຊຊ່າໃນໂອກາດທີ່ບໍ່ເປັນທາງການເຊັ່ນ ​ການ​ກິນ​ອາ​ຫານ​ຢູ່​ເຮືອນ​ ພິຊຊ່າຖືກຕັດອອກເປັນຕ່ອນຂະໜາດນ້ອຍ ແລະ ມັກກິນດ້ວຍມື ຄໍາວ່າພິຊຊ່າໄດ້ຖືກບັນທຶກໄວ້ຄັ້ງທໍາອິດໃນສະຕະວັດທີ 10 ໃນເອກະສານພາສາລາຕິນ ໃນ​ເມືອງກາເອຕາ (Gaeta) ເຊິ່ງຢູ່ໃນທາງພາດໃຕ້ຂອງອິຕາລີແຄວ້ນລັຕຊີໂຕ[3] ພິຊຊ່າທີ່ສະໄໝ່ໃໝ່ໄດ້ຖືກປະດິດໃນເມືອງເນເປົລ ແລະເປັນທີ່ນິຍົມຢ່າງກວ້າງຂວາງໃນພາຍຫລັງ[4] ພິຊຊ່າໄດ້ກາຍເປັນຫນຶ່ງໃນອາຫານທີ່ນິຍົມທີ່ສຸດໃນໂລກແລະເປັນອາຫານໄວທົ່ວໄປໃນເອີຣົບແລະອາເມລິກາເໜືອ ເຊິ່ງຊອກຫາໄດ້ງ່າຍໃນຮ້ານອາຫານທີ່ຂາຍພິຊຊ່າໂດຍສະເພາະ (Pizzerias) ໃນຮ້ານອາຫານຕາເວັນຕົກປົກກະຕິ ແລະໃນຮູບແບບການຈັດສົ່ງ[5][6] ບໍລິສັດຈໍານວນຫຼາຍໄດ້ຂາຍພິຊຊ່າໃນຮູບແບບແຊ່ແຂງ[7] ເພື່ອເພີ່ມຄວາມສະດວກໃຫ້ແກ່ລູກຄ້າໃນການນໍາເຂົ້າໄມໂຄເວຟພ້ອມກິນ[8]

Associazione Verace Pizza Napoletana (True Neapolitan Pizza Association) ເປັນອົງການທີ່ບໍ່ຫວັງຜົນກໍາໄລທີ່ສ້າງຕັ້ງຂຶ້ນໃນປີ 1984 ໂດຍມີສໍານັກງານໃຫຍ່ຢູ່ໃນເມືອງເນເປິລ, ປະເທດອິຕາລີ ມີຈຸດປະສົງເພື່ອສົ່ງເສີມລົດຊາດພື້ນເມືອງແລະຄວາມນິຍົມຂອງພິຊຊ່າ ໃນປີ 2009 ອົງການໄດ້ລົງທະບຽນກັບສະຫະພາບເອີຣົບເພື່ອຮັບຮອງພິຊຊ່າເປັນອາຫານພິເສດແລະສະທ້ອນໃຫ້ເຫັນວັດທະນະທໍາພື້ນເມືອງຂອງຜູ້ຜະລິດ[9] ແລະໃນປີ 2017 ສິລະປະການເຮັດພິຊຊ່າໄດ້ຖືກບັນຈຸເຂົ້າໃນບັນຊີລາຍຊື່ມໍລະດົກໂລກທາງວັດທະນະທໍາທີ່ບໍ່ມີຕົວຕົນຂອງອົງການຍູເນສໂກ[10]

ອ້າງອີງ[ດັດແກ້]

  1. "Italians To New Yorkers: 'Forkgate' Scandal? Fuhggedaboutit". NPR.org (in ອັງກິດ).
  2. "How to eat: Neapolitan-style pizza". the Guardian (in ອັງກິດ). 2019-09-06.
  3. "yourDictionary.com • Library: Origin of Pizza". web.archive.org. 2003-01-15. Archived from the original on 2003-01-15. Retrieved 2021-06-27.{{cite web}}: CS1 maint: bot: original URL status unknown (link)
  4. "American Pie | AMERICAN HERITAGE". www.americanheritage.com.
  5. "Order Pizza Online for Carryout & Delivery – Domino's Pizza Thailand". Domino's Pizza Thailand, Order Online in Thailand (in ໄທ).
  6. Baofu, Peter (2013-01-03). The Future of Post-Human Culinary Art: Towards a New Theory of Ingredients and Techniques (in ອັງກິດ). Cambridge Scholars Publishing. ISBN 978-1-4438-4484-0.
  7. "AVPN - about us". AVPN (in ອັງກິດ (ອາເມລິກັນ)).
  8. "Best Frozen Pizza | Frozen Pizza Brand". Home Run Inn Pizza (in ອັງກິດ (ອາເມລິກັນ)).
  9. https://eur-lex.europa.eu/LexUriServ/LexUriServ.do?uri=OJ:L:2010:034:0007:0016:EN:PDF
  10. Naples, Agence France-Presse in (2017-12-07). "Naples' pizza twirling wins Unesco 'intangible' status". the Guardian (in ອັງກິດ).