ພາສາອີສະແລນສະກາ

ຈາກ ວິກິພີເດຍ

ພາສາອີສະແລນສະກາ (ອີສະແລນສະກາ: íslenska ກ່ຽວກັບສຽງນີ້ [ˈislɛnska] ) ຫຼື ພາສາໄອສະແລນ (ອັງກິດ: Icelandic) ຫຼື ພາສາອີສະລັງ (ຝຣັ່ງ: islandais) ແມ່ນພາສາສະກັງດີນາວີ ເຊິ່ງຈັດຢູ່ໃນຕະກູນພາສາອິນເດຍ-ເອີລົບ. ມີຜູ້ເວົ້າສ່ວນຫຼາຍໃນປະເທດອີສະລັງ ເຊິ່ງແມ່ນປະເທດທີ່ໃຊ້ພາສານີ້ເປັນພາສາລັດຖະການ ໂດຍພາຍໃນປະເທດມີຜູ້ເວົ້າປະມານ 300,000 ຄົນ ແລະເມື່ອລວມນອກປະເທດທັງໝົດ ມີປະມານ 313,840 ຄົນ (ປີ ຄ.ສ. 2015).[1]

ແມ່ນພາສາສະກັງດີນາວີສາຂາຕາເວັນອອກ. ມີຄວາມໃກ້ຄຽງກັບພາສາເຟີລິດ (Føroyskt) ເຊິ່ງແມ່ນພາສາທີ່ເວົ້າໃນເກາະເຟີລະຢາ (Føroyar) ຂອງປະເທດແດນມາກ. ທັງສອງພາສານີ້ ລວມທັງພາສາສະກັງດີນາວີອື່ນ ມີວິວັດນະນາການມາຈາກພາສາໂນເລີນບູຮານ (Norrœnt mál) ເຊິ່ງອະດີດໃຊ້ສື່ສານໃນສະກັງດີນາວີ ລະຫວ່າງສະຕະວັດທີ 9 ຫາ 13.

ອ້າງອີງ[ດັດແກ້]

  1. Lewis, M. Paul, Gary F. Simons, and Charles D. Fennig (eds.). 2016. Ethnologue: Languages of the World, Nineteenth edition. Dallas, Texas: SIL International. Online version: http://www.ethnologue.com.