ພະລັງງານແບບຍືນຍົງ (Sustainable energy)
ພະລັງງານແບບຍືນຍົງ ແມ່ນຫຼັກການທີ່ກ່ຽວກັບ ການທີ່ມະນຸດໃຊ້ພະລັງງານນັ້ນສາມາດຕອບສະຫນອງຄວາມຕ້ອງການໃນປະຈຸບັນ ໂດຍປາສະຈາກການລົດທອນຄວາມສາມາດໃນການຜະລິດພະລັງງານໃນອະນາຄົດອັນສາມາດຕອບສະໜອງຄວາມຕ້ອງການຂອງພວກເຂົາໄດ້." [1] ຍຸດທະສາດຂອງພະລັງງານແບບຍືນຍົງ ໂດຍທົ່ວໄປມີຢູ່ສອງເສົາຫລັກຄື: ມີວິທີການໃນການຜະລິດພະລັງງານທີ່ສະອາດຂຶ້ນ ແລະ ການອະນຸລັກຮັກສາພະລັງງານ .
ເຕັກໂນໂລຢີຕ່າງໆຂອງພະລັງງານແບບຍືນຍົງແມ່ນຖືກນໍາໃຊ້ເພື່ອຜະລິດໄຟຟ້າ, ເພື່ອປັບອາກາດຮ້ອນແລະເຢັນໃນອາຄານຕ່າງໆ, ແລະ ເພື່ອໃຊ້ໃນການອອກລະບົບຍານພາຫະນະຂົນສົ່ງ ແລະ ເຄື່ອງຈັກຕ່າງໆ. ເມື່ອກ່າວເຖິງວິທີການຜະລິດພະລັງງານ, ຄໍາສັບ "ພະລັງງານແບບຍືນຍົງ(Sustainable energy)" ແມ່ນຖືກໃຊ້ແທນກັນເລື້ອຍໆກັບຄໍາສັບທີ່ວ່າ " ພະລັງງານທົດແທນ (Renewable energy) ". ແຫຼ່ງພະລັງງານທົດແທນໂດຍທົ່ວໄປມີຄື: ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຄວາມຮ້ອນໃຕ້ດິນ ແລະ ພະລັງງານຂອງທະເລ ແມ່ນຖືວ່າເປັນແຫຼ່ງພະລັງງານທີ່ຍືນຍົງຢ່າງກວ້າງຂວາງ. ເຖິງຢ່າງໃດກໍ່ຕາມ, ການດຳເນີນປະຕິບັດໂຄງການພະລັງງານທົດແທນໜຶ່ງໆ, ເຊັ່ນ: ການສ້າງເຂື່ອນເພື່ອການຜະລິດ ໄຟຟ້າພະລັງງານນຳ້, ຫຼື ການຖາງປ່າເພື່ອການຜະລິດ ເຊື້ອໄຟຊີວະພາບ, ບາງຄັ້ງກໍ່ເຮັດໃຫ້ມີຄວາມກັງວົນຕໍ່ຄວາມຍືນຍົງທີ່ສໍາຄັນ. ມັນມີຫຼາກຫຼາຍການໂຕ້ຖຽງກ່ຽວກັບວ່າ ພະລັງງານນິວເຄຼຍນັ້ນຈະສາມາດເປັນພະລັງງານທີ່ຍືນຍົງຫຼືໄດ້ບໍ່.
ຕົ້ນທຶນຂອງແຫຼ່ງພະລັງງານແບບຍືນຍົງແມ່ນໄດ້ຫຼຸດລົງຢ່າງຮ້າຍແຮງໃນປີທີ່ຜ່ານໆມາ, ແລະກໍຈະຫຼຸດລົງເລື້ອຍໆ. ນະໂຍບາຍລັດຖະບານທີ່ມີປະສິທິພາບໄດ້ເພີ່ມການສະໜັບສະໜູນຄວາມເຊື່ອໝັ້ນຂອງນັກລົງທຶນຂຶ້ນເລື້ອຍໆ ແລະ ຕະຫຼາດເຫຼົ່ານີ້ກໍ່ກຳລັງເຕີບໃຫຍ່ຂະຫຍາຍຕົວ. ຄວາມກ້າວຫນ້າທີ່ຍິ່ງໃຫຍ່ແມ່ນກຳລັງໄດ້ເກີດຂຶ້ນໃນການປ່ຽນແປງພະລັງງານ (Energy transition) ຈາກ ພະລັງງານເຊື້ອໄຟຟອດຊິລ ສູ່ ລະບົບນິເວດທີ່ຍືນຍົງ ໃນຈຸດທີ່ວ່າຫຼາກຫຼາຍນັກວິຊາການແມ່ນສະໜັບສະໜູນ ພະລັງງານທົດແທນແບບ 100 ເປີເຊັນ
ວິຖີການຈັດຕັ້ງປະຕິບັດ ເພື່ອຄວາມຍືນຍົງແມ່ນ ການພັດທະນາແບບຍືນຍົງ ເຊິ່ງລວມມີ ສີ່ ຂອບເຂດທີ່ເຊື່ອມໂຍງເຊັ່ນ: ນິເວດສາດ, ເສດຖະສາດ, ການເມືອງແລະວັດທະນະທໍາ. [2] ວິທະຍາສາດຄວາມຍືນຍົງ ແມ່ນການສຶກສາຂອງການພັດທະນາແບບຍືນຍົງ ແລະ ວິທະຍາສາດສິ່ງແວດລ້ອມ. [3]
ຄໍານິຍາມ
[ດັດແກ້]ແນວຄິດການພັດທະນາແບບຍືນຍົງໄດ້ຖືກອະທິບາຍໂດຍ ຄະນະກໍາມະການກ່ຽວກັບສິ່ງແວດລ້ອມແລະການພັດທະນາຂອງໂລກ ໃນປື້ມ ອະນາຄົດຂອງພວກເຮົາ (Our common Future) ປີ 1987 . ຄໍານິຍາມຂອງ "ຄວາມຍືນຍົງ", ໃນປັດຈຸບັນຖືກນໍາໃຊ້ກັນຢ່າງກວ້າງຂວາງ, ຄື: "ການພັດທະນາແບບຍືນຍົງຄວນຕອບສະຫນອງຄວາມຕ້ອງການໃນປະຈຸບັນໂດຍປາສະຈາກການຫຼຸດຜ່ອນຄວາມສາມາດຂອງການສ້າງພະລັງງານໃນອະນາຄົດອັນສາມາດຕອບສະໜອງຄວາມຕ້ອງການຂອງພວກເຂົາໄດ້'.
ໃນປຶ້ມນັ້ນ, ຄະນະກໍາມະການໄດ້ອະທິບາຍເຖິງ ສີ່ ອົງປະກອບທີ່ສໍາຄັນຂອງຄວາມຍືນຍົງກ່ຽວກັບພະລັງງານຄື : ຄວາມສາມາດໃນການເພີ່ມການຈັດຫາພະລັງງານເພື່ອຕອບສະຫນອງຄວາມຕ້ອງການຂອງມະນຸດທີ່ເພີ່ມຂຶ້ນເລື້ອຍໆ, ປະສິດທິພາບແລະການອະນຸລັກພະລັງງານ, ສຸຂະພາບແລະຄວາມປອດໄພຂອງປະຊາຊົນ ແລະ " ການປົກປ້ອງຂອງຊີວະນາໆພັນ ແລະ ການປ້ອງກັນຕໍໍໍ່ຮູບແບບຕ່າງໆທີ່ສ້າງມົນລະພິດ. " [4] ຄໍານິຍາມຕ່າງໆຂອງພະລັງງານແບບຍືນຍົງໄດ້ຖືກສະເຫນີຕັ້ງແຕ່ນັ້ນມາ, ຊຶ່ງໄດ້ອີງໃສ່ສາມເສົາຫຼັກ ຂອງການພັດທະນາແບບຍືນຍົງ ຄື: ສະພາບແວດລ້ອມ, ເສດຖະກິດ ແລະ ສັງຄົມ. [5]
- ເງື່ອນໄຂ ດ້ານສິ່ງແວດລ້ອມ ລວມມີ: ການປ່ອຍອາຍພິດເຮືອນແກ້ວ, ຜົນກະທົບຕໍ່ ຊີວະນາໆພັນ , ການຜະລິດສິ່ງເສດເຫຼືອທີ່ອັນຕະລາຍ ແລະ ການປ່ອຍອາຍພິດຕ່າງໆ.
- ເງື່ອນໄຂ ເສດຖະກິດ ປະກອບມີຄ່າໃຊ້ຈ່າຍຂອງພະລັງງານ, ບໍ່ວ່າຈະເປັນພະລັງງານທີ່ມີຄວາມໜ້າເຊື່ອຖືສູງ ສົ່ງໃຫ້ແກ່ຜູ້ຊົມໃຊ້, ແລະ ຜົນກະທົບຕໍ່ວຽກງານອັນກ່ຽວຂ້ອງກັບການຜະລິດພະລັງງານ.
- ເງື່ອນໄຂ ດ້ານສັງຄົມ - ວັດທະນະທໍາ ປະກອບມີ: ການປ້ອງກັນຂອງສົງຄາມຕໍ່ການສະຫນອງ ພະລັງງານ ( ຄວາມປອດໄພດ້ານພະລັງງານ ) ແລະຄວາມສາມາດໃຊ້ພະລັງງານໄດ້ໃນໄລຍະຍາວ. [5]
ເນື່ອງຈາກບໍ່ມີແຫຼ່ງພະລັງງານທີ່ຕອບສະຫນອງເງື່ອນໄຂເຫຼົ່ານີ້ຢ່າງສົມບູນ, ແຫຼ່ງພະລັງງານແບບຍືນຍົງຕ່າງໆ ແມ່ນມີຄວາມຍືນຍົງ ຖ້າທຽບໃສ່ກັບແຕ່ແຫຼ່ງອື່ນໆ. [5] ການທີ່ບໍ່ມີແຫລ່ງພະລັງງານທີ່ສົມບູນແບບ ນັ້ນຫມາຍຄວາມວ່າ ການສະໜັບສະໜູນການນໍາໃຊ້ພະລັງງານທີ່ມີປະສິດທິພາບ ແມ່ນເປັນສິ່ງຈໍາເປັນສໍາລັບຍຸດທະສາດພະລັງງານທີ່ຍືນຍົງ. [5]
ພະລັງງານສີຂຽວ ແມ່ນພະລັງງານທີ່ສາມາດກັ່ນຕອງ, ຜະລິດ ແລະ / ຫຼື ບໍລິໂພກໄດ້ໂດຍບໍ່ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມ. ໂລກ ມີຄວາມສາມາດທາງທໍາມະຊາດທີ່ຈະຟື້ນຕົວ, ຊຶ່ງຫມາຍຄວາມວ່າ ມົນລະພິດທີ່ບໍ່ໄດ້ຮ້າຍແຮງເກີນກວ່າທີ່ໂລກຈະຮັບໄຫວແມ່ນສາມາດເອີ້ນໄດ້ວ່າ ສີຂຽວ. ມັນເປັນຕົວແທນຂອງແຫຼ່ງພະລັງງານທົດແທນ ແລະ ເຕັກໂນໂລຢີທີ່ໃຫ້ຜົນປະໂຫຍດສູງສຸດທາງດ້ານສິ່ງແວດລ້ອມ. ອົງການປົກປັກຮັກສາສິ່ງແວດລ້ອມຂອງສະຫະລັດອາເມລິກາ ໃຫ້ນິຍາມແກ່ພະລັງງານສີຂຽວວ່າ ເປັນໄຟຟ້າທີ່ຜະລິດຈາກ ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຄວາມຮ້ອນໃຕ້ດິນ, ກ໊າສຊີວະພາບ, ຊີວະມວນ ແລະ ແຫຼ່ງພະລັງງານນໍ້າໄຟ້ານ້ອຍທີ່ມີຜົນກະທົບຕໍ່າ. [6]
ແຫຼ່ງພະລັງງານທົດແທນ
[ດັດແກ້]ເມື່ອເວົ້າເຖິງແຫລ່ງພະລັງງານ, ຄໍາສັບທີ່ວ່າ "ພະລັງງານແບບຍືນຍົງ" ແລະ "ພະລັງງານທົດແທນ" ແມ່ນຖືກນໍາໃຊ້ກັນເລື້ອຍໆ, ແຕ່ໂຄງການພະລັງງານທົດແທນບາງຄັ້ງກໍ່ເຮັດໃຫ້ເກີດມີຄວາມກັງວົນຕໍ່ຄວາມຍືນຍົງທີ່ສຳຄັນ. ເຕັກໂນໂລຢີຂອງພະລັງງານທົດແທນແມ່ນເປັນສ່ວນປະກອບທີ່ສໍາຄັນຕໍ່ພະລັງງານແບບຍືນຍົງ, ຍ້ອນພວກມັນ (ພະລັງງານທົດແທນຕ່າງໆ) ໂດຍທົ່ວໄປແມ່ນປະກອບສ່ວນໃຫ້ກັບຄວາມປອດໄພດ້ານພະລັງງານຂອງ ໂລກ, ຫຼຸດຜ່ອນການເອື້ອອີງຊັບພະຍາກອນນໍ້າມັນເຊື້ອໄຟ [7] ແລະ ເປັນໂອກາດໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. [7] ການວິເຄາະຄ່າໃຊ້ຈ່າຍທີ່ເຮັດໂດຍກຸ່ມຜູ້ຊ່ຽວຊານ ແລະ ອົງການທີ່ແຕກຕ່າງກັນຕ່າງໆ ໄດ້ຖືກດໍາເນີນການເພື່ອກໍານົດເສັ້ນທາງຂອງ ລາຄາທີ່ຖືກ ແລະ ວີທິທີ່ໄວທີ່ສຸດໃນການຈັດຫາພະລັງງານຂອງໂລກ ອັນປາສະຈາກການປ່ອຍອາຍພິດເຮືອນແກ້ວ, ເຊິ່ງມີຫົວຂໍ້ຫນຶ່ງທີ່ເປັນການໂຕ້ຖຽງກັນຢ່າງໃຫຍ່ຫຼວງ ໂດຍສະເພາະແມ່ນກ່ຽວກັບບົດບາດຂອງພະລັງງານນິວເຄຼຍ . [8] [9] [10] [11] [12]
ພະລັງນຳ້
[ດັດແກ້]ໃນບັນດາແຫລ່ງພະລັງງານທົດແທນ, ໂຮງພະລັງງານໄຟ້ານຳ້ມີຂໍ້ໄດ້ປຽບຂອງການມີອາຍຸຍືນ - ໂຮງພະລລັງງານໄຟ້ານຳ້ທີ່ມີຢູ່ເປັນຈຳນວນຫຼາຍແມ່ນໄດ້ດຳເນີນການມາແລ້ວ ຫຼາຍກວ່າ 100 ປີ. ນອກຈາກນີ້, ໂຮງພະລັງງານໄຟ້ານຳ້ຕ່າງໆ ແມ່ນສະອາດ ແລະ ມີການປ່ອຍອາຍພິດຫນ້ອຍ. ,ມະຫາກາບການວິພາກວິຈານຕ່າງໆ ຕໍ່ໂຮງງານພະລັງງານໄຟ້ານ້ໍາປະກອບມີ: ການເຄື່ອນຍ້າຍຂອງປະຊາຊົນທີ່ອາໃສຢູ່ບ່ອນທີ່ມີການວາງແຜນສ້າງອ່າງເກັບນ້ໍາ ແລະ ການປ່ອຍອາຍພິດຄາບອນໄດອອກໄຊໃນຊ່ວງການກໍ່ສ້າງແລະ ໄພນຳ້ຖ້ວມຈາກອ່າງເກັບນຳ້. [13]
ຢ່າງໃດກໍ່ຕາມ, ພົບວ່າການປ່ອຍອາຍພິດທີ່ສູງແມ່ນມີຄວາມກ່ຽວຂ້ອງມາຈາກອ່າງເກັບນຳ້ທີ່ຕື້ນໃນບໍລິເວນທີ່ມີອາກາດອົບອຸ່ນ (ຮ້ອນ) ແລະ ນະວັດຕະກຳລ່າສຸດ ໃນເທັກໂນໂລຢີພະລັງງານໄຟຟ້າກັງຫັນນຳ້ ໄດ້ເຮັດໃຫ້ເກີດການພັດທະນາທີ່ມີປະສິດທິຜົນຂອງໂຄງການພະລັງງານໄຟ້ານຳ້ທີ່ໄຫຼລົງສູ່ແມ່ນຳ້ອັນມີຜົນກະທົບຫນ້ອຍ. [14] ໂດຍທົ່ວໄປແລ້ວ, ໂຮງພະລັງງານໄຟຟ້ານຳ້ຕ່າງໆແມ່ນຜະລິດອາຍພິດເຮືອນແກ້ວຕ່ໍາກວ່າການຜະລິດປະເພດອື່ນໆ. ພະລັງງານໄຟຟ້ານຳ້ທີ່ໄດ້ຮັບການພັດທະນາຢ່າງກວ້າງຂວາງໃນລະຫວ່າງການຂະຫຍາຍຕົວຂອງການໃຊ້ພະລັງງານໄຟຟ້າ ໃນສະຕະວັດທີ 19 ແລະ 20 ແມ່ນກຳລັງປະສົບກັບການຟື້ນຕົວໃໝ່ໃນສະຕະວັດ 21. ເຂດທີ່ມີການຂະຫຍາຍຕົວຂອງພະລັງງານໄຟ້ານຳ້ທີ່ໃຫຍ່ທີ່ສຸດແມ່ນເສດຖະກິດໃນອາຊີ. ຈີນ ແມ່ນຜູ້ນໍາໃນການພັດທະນາ; ຢ່າງໃດກໍ່ຕາມ, ບັນດາປະເທດອາຊີອື່ນໆກໍາລັງຕິດຕັ້ງພະລັງງານໄຟຟ້ານຳ້ຢ່າງໄວວາ. ການເຕີບໂຕນີ້ແມ່ນໄດ້ເພີ່ມຄ່າໃຊ້ຈ່າຍດ້ານພະລັງງານຫລາຍຂຶ້ນ - ໂດຍສະເພາະແມ່ນພະລັງງານນຳເຂົ້າ - ແລະ ຄວາມຕ້ອງການຢ່າງກວ້າງຂວາງ ສໍາລັບການຜະລິດພະລັງງານທີ່ ສະອາດ, ທົດແທນ ແລະ ປະຫຍັດພາຍໃນປະເທດ.
ພະລັງງານຄວາມຮ້ອນໃຕ້ດິນ
[ດັດແກ້]ພະລັງງານຄວາມຮ້ອນໃຕ້ດິນ ສາມາດນໍາໃຊ້ເພື່ອການຜະລິດໄຟຟ້າ ແລະ ສໍາລັບການໃຫ້ຄວາມຮ້ອນ. ເຕັກໂນໂລຢີໃນການນໍາໃຊ້ປະກອບມີ ສະຖານີພະລັງງານອາຍນຳ້ແຫ້ງ, ສະຖານີພະລັງງານອາຍນຳ້ແສງແລບ ແລະສະຖານີພະລັງງານຮອບວຽນ. ໃນປີ 2010, ການຜະລິດພະລັງງານຄວາມຮ້ອນໃຕ້ດິນແມ່ນຖືກນຳໃຊ້ໃນຢູ່ 24 ປະເທດ, [15] ໃນຂະນະທີ່ ການໃຫ້ຄວາມຮ້ອນຈາກພະລັງງານຄວາມຮ້ອນໃຕ້ດິນ ແມ່ນຖືກໃນໃຊ້ຢູ່ໃນ 70 ປະເທດ. [16] ຕະຫຼາດສາກົນໄດ້ເຕີບໃຫຍ່ຂຶ້ນໃນອັດຕາສະເລ່ຍປະຈໍາປີທີ່ 5ເປີເຊັນ ໃນຊ່ວງສາມປີທີ່ຜ່ານມາເຖິງ ປີ 2015 ແລະ ໄດ້ຄາດວ່າພະລັງງານຄວາມຮ້ອນໃຕ້ດິນຂອງໂລກຈະສາມາດບັນລຸລະດັບ 14,5-17,6 GW ໃນປີ 2020. [17]
ພະລັງງານຄວາມຮ້ອນໃຕ້ດິນແມ່ນຖືວ່າເປັນແຫລ່ງພະລັງງານທົດແທນທີ່ຍືນຍົງ ເນື່ອງຈາກວ່າການສະກັດເອົາຄວາມຮ້ອນຂອງມັນແມ່ນມີຂະຫນາດນ້ອຍເມື່ອທຽບກັບແກ່ນສານຄວາມຮ້ອນຂອງໂລກ . [18] ການປ່ອຍອາຍພິດເຮືອນແກ້ວຂອງສະຖານີພະລັງງານຄວາມຮ້ອນໃຕ້ດິນຕ່າງໆໃນເຂດຮ້ອນແມ່ນ ສະເລ່ຍປະມານ 45ແກມຂອງ ອາຍແກັສຄາບອນໄດອອກໄຊ ຕໍ່ ກິໂລວັດຊົ່ວໂມງ ຫລື ຫນ້ອຍກວ່າ 5 ເປີເຊັນຂອງໂຮງງານເຜົາຖ່ານໄຟຫີນແບບທັນສະໄຫມ. [16] ໃນຖານະທີ່ເປັນແຫລ່ງພະລັງງານທົດແທນ ທັງພະລັງງານ ແລະ ຄວາມຮ້ອນ, ຄວາມຮ້ອນໃຕ້ດິນໃນເຂດຮ້ອນມີທ່າແຮງທີ່ຈະຕອບສະຫນອງຄວາມຕ້ອງການຂອງໂລກເຖິງ 3-5% ໃນປີ 2050. ດ້ວຍການຊຸກຍູ້ເສດຖະກິດ, ຄາດວ່າໃນປີ 2100 ມັນຈະສາມາດຕອບສະຫນອງໄດ້ເຖິງ 10% ຂອງຄວາມຕ້ອງການຂອງໂລກ. [19]
ຊີວະມວນ ແລະ ເຊື້ອເພີງຊີວະພາບ
[ດັດແກ້]ຊີວະມວນ (Biomass) ແມ່ນວັດຖຸທາງຊີວະພາບທີ່ມາຈາກການດໍາລົງຊີວິດ, ຫຼື ສິ່ງທີ່ມີຊີວິດຢູ່ໃນປະຈຸບັນ. ໃນຖານະທີ່ເປັນແຫຼ່ງພະລັງງານ, ຊີວະມວນສາມາດຖືກເຜົາໄຫມ້ເພື່ອຜະລິດຄວາມຮ້ອນແລະຜະລິດໄຟຟ້າ, ຫຼືຖືກປ່ຽນແປງໄປໃນຮູບແບບຕ່າງໆຂອງ ເຊື້ອເພີງຊີວະພາບ. ນ້ໍາມັນເຊື້ອໄຟເຊັ່ນ: ອາຍແກັສກາຊວນ ແລະ ເອທານອນ ແມ່ນມີຄຸນຄ່າສູງສຳລັບແຫລ່ງພະລັງງານຂອງລົດໃຫຍ່.
ຊີວະມວນແມ່ນໃຊ້ໄດ້ຫຼາຍຢ່າງ (ອະເໜກປະສົງ) ແລະເປັນໜຶ່ງໃນແຫຼ່ງພະລັງງານທົດແທນທີ່ນໍາໃຊ້ຫຼາຍທີ່ສຸດ. ມັນມີຢູ່ໃນຫຼາຍປະເທດ, ເຊິ່ງເຮັດໃຫ້ມັນເປັນທີ່ຫນ້າສົນໃຈ ໃນການຫຼຸດຜ່ອນການເອື້ອອີງນໍ້າມັນເຊື້ອໄຟນໍາເຂົ້າ. ຖ້າການຜະລິດຊີວະມວນໄດ້ມີການຈັດການຢ່າງດີ, ມັນສາມາດຊົດເຊີຍການປ່ອຍອາຍຄາບອນໄດອອກໄຊໄດ້ ໂດຍການດູດຊຶມກາກບອນຂອງພືດ ໃນລະຫວ່າງຊ່ວງອາຍຸໄຂຂອງພວກມັນ (ພືດ). ຖ້າແຫຼ່ງຊີວະມວນແມ່ນປະສິ່ງເສດເຫຼືອຈາກການກະສິກຳ ຫຼື ຈາກເທດສະບານ, ການເຜົາໄຫມ້ມັນ ຫຼື ການປ່ຽນມັນໃຫ້ກາຍເປັນ ອາຍແກ໊ສຊີວະພາບກໍ່ຍັງແມ່ນວິທີໜຶ່ງໃນການທໍາລາຍສິ່ງເສດເຫຼືອນີ້.
ໃນປີ 2012, ໄມ້ຍັງເປັນແຫຼ່ງພະລັງງານຊີວະມວນທີ່ໃຫຍ່ທີ່ສຸດໃນປະຈຸບັນ. [20] ຖ້າຊີວະມວນຖືກເກັບກ່ຽວຈາກການປູກພືດເຊັ່ນ: ການປູກຕົ້ນໄມ້, ການປູກພືດເຫຼົ່ານີ້ສາມາດທຳລາຍລະບົບນິເວດທໍາມະຊາດ, ທໍາລາຍດິນ ແລະເປືອງແຫຼ່ງນ້ໍາ ແລະ ປຸ໋ຍສັງເຄາະ. ໃນບາງກໍລະນີ, ຜົນກະທົບເຫຼົ່ານີ້ ແມ່ນສາມາດເຮັດໃຫ້ເກີດການປ່ອຍອາຍຄາບອນໂດຍລວມທີ່ສູງຂຶ້ນ ເມື່ອທຽບກັບການນໍາໃຊ້ນໍ້າມັນຈາກນໍ້າມັນເຊື້ອໄຟຕ່າງໆ.
ການນໍາໃຊ້ທີ່ດິນປູກຝັງເພື່ອການຂະຫຍາຍຕົວຂອງນໍ້າມັນເຊື້ອໄຟສາມາດເຮັດໃຫ້ມີເນື້ອທີ່ຫນ້ອຍລົງສໍາລັບການປູກພັນພືດ . ເນື່ອງຈາກ ການສັງເຄາະແສງ ແມ່ນບໍ່ມີປະສິດທິພາບ ແລະ ຜົນຜະລິດຍັງຕ້ອງໃຊ້ຈຳນວນຂອງພະລລັງງານທີ່ສໍາຄັນໃນການເກັບກ່ຽວ, ການຕາກແຫ້ງ ແລະ ການຂົນສົ່ງ, ຈໍານວນພະລັງງານທີ່ຜະລິດໃນແຕ່ລະພື້ນທີ່ແມ່ນຫນ້ອຍຫຼາຍ, ຢູ່ໃນລະດັບ 0.25 W / m 2 ຫາ 1.2 W / m 2 . ໃນປະເທດສະຫະລັດອາເມລິກາ, ເອທານອນຈາກສາລີ ໄດ້ທົດແທນການໃຊ້ອາຍແກັສມໍເຕີຫນ້ອຍກວ່າ 10% ນັບຕັ້ງແຕ່ປີ 2011, ແຕ່ໄດ້ໃຊ້ປະມານ 40% ຂອງການເກັບກ່ຽວສາລີປະຈຳປີພາຍໃນປະເທດ.
ລົມ
[ດັດແກ້]ໃນທະວີບເອີຣົບ ສະຕະວັດທີ່ 19, ມີປະມານ 200,000 ກັງຫັນລົມ (windmills) ທີ່ຫຼາຍກ່ວາເຕັກໂນໂລຍີພະລັງງານລົມທີ່ທັນສະໄຫມຂອງສະຕະວັດ 21 ໜ້ອຍໜຶ່ງ[21] ແມ່ນໄດ້ຖືກນຳໃຊ້ເພື່ອຂູດເມັດພືດ ແລະ ສູບນ້ໍາ. ໃນຍຸກຂອງເຄື່ອງຈັກອາຍນຳ້ພະລັງງານຖ່ານຫີນ ມັນໄດ້ແທນທີ່ການນຳໃຊ້ຂອງພະລັງງານລົມລັກສະນະນີ້ໄປແລ້ວ.
ພະລັງງານລົມມີທ່າແຮງສູງ ແລະ ໄດ້ມີຕົ້ນທຶນໃນການຜະລິດຕ່ໍາ. ໃນຕອນທ້າຍຂອງ 2008 , ຄວາມອາດສາມາດຂອງຟາມພະລັງງານລົມທົ່ວໂລກແມ່ນຢູ່ທີ່ 120.791 ເມກາວັດ (MW), ເຊິ່ງສະແດງໃຫ້ເຫັນເຖິງການເພີ່ມຂຶ້ນທີ່ 28,8ເປີເຊັນສ່ວນຮ້ອຍຂອງປີ, [23] ແລະ ພະລັງງານລົມໄດ້ຜະລິດ 1.3 ເປີເຊັນສຳລັບການອຸປະໂພກໄຟຟ້າໃນທົ່ວໂລກ. [24] ພະລັງງານລົມກວມປະມານ 20% ຂອງການໃຊ້ໄຟຟ້າໃນເດນມາກ, 9% ໃນ ສະເປນ ແລະ 7% ໃນ ເຢຍລະມັນ . [25] [26] ຢ່າງໃດກໍ່ຕາມ, ມັນອາດຈະເປັນການຍາກທີ່ຈະນໍາໃຊ້ເຕັກໂນໂລຍີພະລັງງານລົມຢູ່ໃນບາງພື້ນທີ່ສໍາລັບເຫດຜົນທາງສະພາບແວດລ້ອມຫຼື ສິ່ງແວດລ້ອມ ແລະໃນບາງກໍລະນີ, ມັນອາດຈະຍາກທີ່ຈະນຳໄຟຟ້າເຂົ້າໄປໃນຕາຂ່າຍໄຟຟ້າ. [7]
ພະລັງງານແສງຕາເວັນ
[ດັດແກ້]ລະບົບຂອງພະລັງງານແສງຕາເວັນໂດຍທົ່ວໄປແມ່ນປະກອບດ້ວຍຕົວສະສົມອາຍຮ້ອນຈາກແສງອາທິດ, ລະບົບນໍ້າທີ່ເຄື່ອນຍ້າຍຄວາມຮ້ອນຈາກຕົວສະສົມສູ່ຈຸດການນໍາໃຊ້, ແລະ ອ່າງເກັບນ້ໍາເພື່ອເກັບຮັກສາຄວາມຮ້ອນ ແລະ ເພື່ອການນໍາໃຊ້ຄັ້ງຕໍ່ໄປ. ລະບົບດັ່ງກ່າວອາດຈະຖືກນໍາໃຊ້ເພື່ອໃຫ້ຄວາມຮ້ອນແກ່ນຳ້ພາຍໃນປະເທດ, ສະລອຍນ້ໍາ ຫຼື ໃຫ້ຄວາມຮ້ອນແກ່ພື້ນທີ່. [27] ຄວາມຮ້ອນສາມາດນໍາໃຊ້ໄດ້ໃນອຸດສາຫະກໍາ ຫຼື ເປັນພະລັງງານສໍາລັບການນໍາໃຊ້ອື່ນໆເຊັ່ນ: ອຸປະກອນເຮັດຄວາມເຢັນ. [28] ໃນຫລາຍໆສະພາບອາກາດ, ລະບົບຄວາມຮ້ອນພະລັງແສງຕາເວັນ ສາມາດສະຫນອງພະລັງງານນ້ໍາຮ້ອນພາຍໃນປະເທດໃນເປີເຊັນທີ່ສູງ ( 20% ເຖິງ 80%). ພະລັງງານທີ່ໂລກໄດ້ຮັບຈາກແສງຕາເວັນແມ່ນລັງສີແມ່ເຫຼັກໄຟຟ້າ. ປະເພດຂອງແສງທີ່ເບິ່ງເຫັນໄດ້ເຊັ່ນ: ອິນຟາເລດ (infrared), ອາວຕຣ້າໄວໂດເລດ(ultraviolet), ເອັກຊະເລ (x-rays), ແລະ ຄື້ນວິທະຍຸ (radio waves) ທີ່ໂລກໄດ້ຮັບໂດຍຜ່ານພະລັງງານແສງຕາເວັນ. ພະລັງງານສູງສຸດຂອງລັງສີແມ່ນມາຈາກແສງສະຫວ່າງທີ່ເບິ່ງເຫັນ. ພະລັງງານແສງຕາເວັນແມ່ນຄ່ອນຂ້າງສັບສົນເນື່ອງຈາກການປ່ຽນແປງໃນລະດູການແລະ ຈາກກາງເວັນສູ່ກາງຄືນ. ການປົກຫຸ້ມຂອງເມກໝອກກໍ່ສາມາດເພີ່ມຄວາມສັບສົນໃຫເກັບພະລັງງານແສງຕາເວັນໄດ້, ແລະບໍ່ແມ່ນລັງສີທັງໝົດຈາກດວງຕາເວັນທີ່ສາມາດສ່ອງສູ່ເທິງໜ້າໂລກ, ເພາະມັນໄດ້ຖືກດູດຊຶມ ແລະ ເຮັດແຕກຢາຍຊະຊາຍ ເນື່ອງຈາກເມກໝອກ ແລະ ກ໊າສໃນຊັ້ນບັນຍາກາດຂອງໂລກ. [29]
ໂຮງໄຟຟ້າພະລັງງານແສງຕາເວັນໄດ້ດຳເນີນການຢູ່ California ຢ່າງເປັນທາງການນັບຕັ້ງແຕ່ທ້າຍຊຸມປີ 1980, ລວມທັງໂຮງໄຟຟ້າພະລັງງານແສງຕາເວັນທີ່ໃຫຍ່ທີ່ສຸດ, 350 MW Solar Generation Systems (ຊື່ໂຮງໄຟ້າ) . Nevada Solar One ແມ່ນອີກໂຮງ 64MW ໜຶ່ງທີ່ຫາກໍ່ເປີດໃຫມ່. [30] ໂຮງໄຟ້າພາຣາໂບລິກ (Parabolic)ອື່ນໆທີ່ຖືກສະເຫນີແມ່ນ ສອງໂຮງງານໄຟ້າຄື: ໂຮງ 50 MW ໃນ ສະເປນ ແລະ ໂຮງ 100 MW ໃນ ອິດສະຣາເອນ . [31]
ການຜະລິດໄຟຟ້າພະລັງງານແສງຕາເວັນ ໃຊ້ເຊວແສງອາທິດ photovoltaic (PV) ເພື່ອປ່ຽນແສງເປັນກະແສໄຟຟ້າ. ໂມດູນ Photovoltaic ສາມາດຮວມເຂົ້າໃນອາຄານຫຼື ນໍາໃຊ້ໃນ ໂຮງພະລັງງານໄຟຟ້າທີ່ເຊື່ອມຕໍ່ກັບຕາຂ່າຍໄຟຟ້າ. ພວກມັນຍິ່ງມີຜົນປະໂຫຍດຫຼາຍສໍາລັບການສະຫນອງໄຟຟ້າໃນເຂດຫ່າງໄກສອກຫຼີກ .
ໂຄງການການຄົ້ນຄວ້າຂະໜາດໃຫຍ່ລະດັບຊາດ ແລະ ລະດັບພາກພື້ນ ກ່ຽວກັບການສັງເຄາະແສງແບບປະດິດທີ່ຖືກອອກແບບມາເພື່ອລະບົບນາໂນເຕັກໂນໂລຢີທີ່ໃຊ້ໃນການແຍກນຳ້ໃຫ້ກາຍເປັນນຳ້ມັນໄຮໂດເຈນ[32]. ແລະ ຂ້ໍສະເໜີດັ່ງກ່າວແມ່ນໄດ້ຖືກຍື່ນໃຫ້ກັບໂຄງການສັງເຄາະແສງແບບປະດີດສາກົນ[33]ໃນປີ 2011, ນັກຄົ້ນຄ້ວາຈາກ Massachusetts Institute of Technology (MIT) ໄດ້ພັດທະນາສິ່ງທີ່ເຂົາເຈົ້າເອີ້ນວ່າ "ໃບປະດິດ", ຊຶ່ງສາມາດແຍກນຳ້ໃຫ້ກາຍເປັນໄຮໂດຣເຈນ ແລະ ອົກຊີເຈນໄດ້ໂດຍກົງຈາກພະລັງງານແສງຕາເວັນຍາມທີ່ຢອດເມັດນຳ້ລົງໄປໃນຈອກແກ້ວ. ອີກຂ້າງໜຶ່ງຂອງ "ໃບທຽມ" ແມ່ນຜະລິດຟອງນ້ໍາຂອງໄຮໂດເຈນ, ໃນຂະນະທີ່ອີກຂ້າງໜຶ່ງນັ້ນຜະລິດຟອງນຳ້ຂອງອົກຊີເຈນ. [34]
ໂຮງໄຟຟ້າພະລັງງານແສງຕາເວັນໃນປະຈຸບັນສ່ວນຫຼາຍແມ່ນເຮັດຈາກຂະບວນຂອງຫນ່ວຍທີ່ຄ້າຍຄືກັນ ທີ່ແຕ່ລະຫນ່ວຍຖືກດັດປັບຢ່າງຕໍ່ເນື່ອງ, ເຊັ່ນ: ຂັ້ນຕອນເຄື່ອງຈັກບາງຢ່າງ. ດັ່ງນັ້ນຕົວປ່ຽນແປງແສງຈະຢູ່ໃນຈຸດສຸມຂອງແສງແດດ. ຄ່າໃຊ້ຈ່າຍໃນການເລັງຈຸດສຸມຂອງແສງໃສ່ກັບຕົວປ່ຽນແປງຕ່າງໆມີຄື: ແຜງພະລັງງານແສງຕາເວັນທີ່ມີພະລັງງານສູງ, ເຄື່ອງຈັກ Stirling ແລະອື່ນໆທີ່ສາມາດຫຼຸດລົງຢ່າງຫຼວງຫຼາຍດ້ວຍເຊືອກກົນໄກທີ່ທຳມະດາ ແລະ ມີປະສິທິພາບ . [35] ໃນວິທີການນີ້ຫຼາກຫຼາຍຫນ່ວຍແມ່ນເຊື່ອມຕໍ່ກັບເຄືອຂ່າຍຂອງສາຍເຊືອກ ສະນັ້ນ ດຶງ ສອງ ຫຼື ສາມສາຍເຊືອກກໍ່ພຽງພໍແລ້ວໃນການເຮັດໃຫ້ຕົວປ່ຽນແປງແສງຢູ່ໃນຈຸດສຸມພ້ອມກັບຕອນທີ່ທິດທາງຂອງແສງຕາເວັນໄດ້ປ່ຽນໄປ
ຍີ່ປຸ່ນ Archived 2018-07-25 at the Wayback Machine ແລະ ຈີນ Archived 2018-07-25 at the Wayback Machine ມີແຜນການແຫ່ງຊາດທີ່ມີຈຸດປະສົງໃນການຜະລິດພະລັງງານແສງຕາເວັນໂດຍພື້ນຖານ (SBSP) . The China Academy of Space Technology (CAST) ໄດ້ຊະນະການແຂ່ງຂັນ International SunSat Design Competition 2015 ດ້ວຍວີດີໂອ Multi-Rotary Joint ຂອງພວກເຂົາ. ຜູ້ສະຫນັບສະຫນູນຂອງ SBSP ອ້າງ ວ່າພະລັງງານແສງຕາເວັນທີ່ໃຊ້ໃນພື້ນທີ່ຈະ ສະອາດ, ຄົງທົນແລະ ໃຊ້ໃນທົ່ວໂລກ ແລະສາມາດຕອບສະຫນອງຄວາມຕ້ອງການພະລັງງານດາວເຄາະທັງຫມົດໄດ້. [19] ບົດສະເຫນີ ອຸດສາຫະກໍາສະຫະອົງການທີ່ຜ່ານມາ (ສະທ້ອນໃຫ້ເຫັນ The 2008 Pentagon Recommendation) ໄດ້ຊະນະລາງວັນ The SECDEF / SECSTATE / USAID Director D3 (Diplomacy, Development, Defense) Innovation Challenge [36]
ພະລັງງານນຳ້ທະເລ
[ດັດແກ້]ປະເທດປອກຕຸຍການ ມີຟາມກະສິກໍາຄື້ນຟອງການຄ້າແຫ່ງທໍາອິດຂອງໂລກ,ນັ້ນຄືສວນຄື້ນຟອງAguçadora, ທີ່ຖືກສ້າງຂຶ້ນໃນປີ 2007. ຟາມ, ໃນເບື້ອງຕົ້ນແມ່ນຈະນໍາໃຊ້ສາມ Pelamis P-750 ເຄື່ອງຈັກທີ່ຜະລິດ 2.25 MW. [38] [39] ແລະຄ່າໃຊ້ຈ່າຍແມ່ນຢູ່ທີ່ 8,5 ລ້ານເອີໂຣ . ພາຍໃຕ້ການດໍາເນີນງານທີ່ປະສົບຜົນສໍາເລັດ, ອີກ 70 ລ້ານເອີໂຣ ຈະມີການລົງທຶນກ່ອນປີ 2009 ສຳລັບອີກ 28 ເຄື່ອງຈັກ ເພື່ອຜະລິດ 525 ເມກາວັດ. [40] ການສະຫນອງທຶນສໍາລັບຟາມຄື້ນຟອງໃນ Scotland ໄດ້ຖືກປະກາດໃນເດືອນກຸມພາປີ 2007 ໂດຍ ຜູ້ບໍລິຫານຊາວສະກ໋ອດແລນ ເຊິ່ງມີມູນຄ່າຫຼາຍກວ່າ 4 ລ້ານປອນ, ເຊິ່ງເປັນສ່ວນຫນຶ່ງຂອງ 13 ລ້ານໂດລາສະຫະລັດສໍາລັບການຊ່ວຍເຫຼືອ ພະລັງງານໄຟ້າທະເລຢູ່ໃນ Scotland . ຟາມນັ້ນຈະເປັນຟາມທີ່ໃຫຍ່ທີ່ສຸດໃນໂລກ ທີ່ມີກໍາລັງການຜະລິດ 3 MW ດ້ວຍ ສີ່ເຄື່ອງຈັກ Pelamis. [41] (ເບິ່ງຕື່ມທີ່ Farm Wave ).
ໃນປີ 2007, ເຕັກໂນໂລຢີກັງຫັນທໍາອິດຂອງໂລກທີ່ສ້າງຈຳນວນການຄ້າຂອງພະລັງງານສຳລັບການໃຊ້ພະລັງງານໄຟ້າທະເລ ແມ່ນໄດ້ຖືກຕິດຕັ້ງໃນຂອບເຂດຂອງ ສຕຣັງຝອດ ເລົ້າ (Strangford Lough) ໃນພາກເຫນືອໄອແລນ, ປະເທດອັງກິດ. ການຜະລິດພະລັງງານໄຟຟ້ານຳ້ທະເລໃນລະດັບ 1.2 MW ນັ້ນ, ໄດ້ຜົນປະໂຫຍດຈາກການໄຫຼທີ່ວ່ອງໄວຂອງນຳ້ທະເລ ເຊິ່ງສາມາດເພີ່ມລະດັບຂຶ້ນສູງເຖິງ 4 m / s . ເຖິງແມ່ນວ່າເຄື່ອງປັ່ນໄຟຈະມີອໍານາດພຽງພໍທີ່ຈະສາມາດສະຫນອງໄຟຟ້າໃຫ້ກັບຫນຶ່ງພັນຄົວເຮືອນໄດ້, ກັງຫັນກໍ່ມີຍັງຜົນກະທົບໜ້ອຍໜຶ່ງຕໍ່ສິ່ງແວດລ້ອມ, ເນື່ອງຈາກວ່າມັນຢູ່ໃນໃຕ້ນຳ້ເກືອບທັງໝົດ, ແລະ ໃບພັດຂອງມັນກໍເຮັດວຽກຊ້າພໍທີ່ຈະບໍ່ເປັນອັນຕະລາຍຕໍ່ ສັດປ່າ . [42] [43]
ການເປີດໃຊ້ງານເທັກໂນໂລຢີສຳລັບພະລັງງານທົດແທນ
[ດັດແກ້]ພະລັງງານແສງຕາເວັນ ແລະ ພະລັງງານລົມແມ່ນ ແຫຼ່ງພະລັງງານທີ່ບໍ່ສະໝໍ່າສະເໝີ ເຊິ່ງສະຫນອງໄຟຟ້າປະມານ 10-40% ໃນຊ່ວງເວລາໃດໜຶ່ງ. ເພື່ອຊົດເຊີຍໃນອາການລັກສະນະນີ້, ຕາມທຳມະດາແມ່ນຈະຕ້ອງຈັບຄູ່ກັບພະລັງງານໄຟ້ານຳ້ທີ່ມີຢູ່ແລ້ວ ຫຼື ການຜະລິດແກັສທໍາມະຊາດ . ໃນຂົງເຂດບ່ອນທີ່ບໍ່ສາມາດງານໃຊ້ໄດ້, ພະລັງງານລົມແລະພະລັງງານແສງຕາເວັນສາມາດຈັບຄູ່ກັບພະລັງງານນຳ້ທີ່ເກັບຮັກສາແບບປຳ້ທີ່ມີລາຄາແພງ
ແຫລ່ງພະລັງງານທີ່ບໍ່ສາມາດທົດແທນໄດ້
[ດັດແກ້]ມັນມີຂໍ້ໂຕ້ຖຽງກັນວ່າ ພະລັງງານນິວເຄລຍ ສາມາດຖືວ່າເປັນຄວາມຍືນຍົງໄດ້ຫຼືບໍ່. ບາງຮູບແບບຂອງ ພະລັງງານນິວເຄຼຍ (ສິ່ງທີ່ສາມາດ "ເຜົາ" ສິ່ງເສດເຫຼືອຂອງນິວເຄຼຍໂດຍຜ່ານຂະບວນການທີ່ເອີ້ນວ່າ nuclear transmutation, ເຊັ່ນ: [./https://en.wikipedia.org/wiki/Integral_Fast_Reactor Integral Fast Reactor],ເຊິ່ງສາມາດຈັດຢູ່ໃນຫມວດ "ພະລັງງານສີຂຽວ"ໄດ້).
ບາງຊຸມຊົນ, ລວມທັງ Greenpeace ຜູ້ກໍ່ຕັ້ງແລະສະມາຊິກທໍາອິດ ທ່ານ ແພັດທຣິກ ມໍຣ໌ ( Patrick Moore), [44] [45] [46] ຈອດຈ໌ ມອນບຽດ (George Monbiot), [47] ບິວ ເກດສ໌ (Bill Gates) [48] ແລະ ເຈມສ໌ ເລີຟລ໋ອກ (James Lovelock) [49] ໄດ້ຈັດຈຳແນກພະລັງງານນິວເຄລຍ ເປັນພະລັງງານສີຂຽວ. ບາງອື່ນໆ ລວມທັງ ຟິວ ຣາຟອດ (Phil Radford) ຂອງ Greenpeace [50] [51] ບໍ່ເຫັນດີນໍາ ວ່າບັນຫາທີ່ກ່ຽວຂ້ອງກັບສິ່ງເສດເຫຼືອທີ່ເປັນອັນຕະລາຍ ແລະ ຄວາມສ່ຽງຂອງອຸປະຕິເຫດນິວເຄລຍ (ເຊັ່ນ: ໄພພິບັດເຊີໂນບິວ ) ເຮັດໃຫ້ເກີດຄວາມສ່ຽງຢ່າງຮັບບໍ່ໄດ້ຕໍ່ສິ່ງແວດລ້ອມແລະມະນຸດ. ເຖິງຢ່າງໃດກໍ່ຕາມ, ການສ້າງແບບທົດລອງນິວເຄຼຍໃຫມ່ກໍ່ສາມາດນໍາໃຊ້ສິ່ງທີ່ຖືກພິຈາລະນາວ່າ "ສິ່ງເສດເຫລືອຂອງນິວເຄຼຍ" ຈົນກ່ວາມັນບໍ່ເປັນອັນຕະລາຍ (ຫຼືຫນ້ອຍລົງ) ແລະມອອກແບບຮູບແບບທີ່ສາມາດຫຼຸດຜ່ອນຄວາມເປັນໄປໄດ້ຂອງອຸປະຕິເຫດນິວເຄລຍ. ການອອກແບບເຫຼົ່ານີ້ຍັງບໍ່ທັນໄດ້ໂຄສະນາເຜີຍແຜ່ເທື່ອ. (ເບິ່ງ: Molten salt reactor )
ປະສິດທິພາບຂອງພະລັງງານ
[ດັດແກ້]ການກ້າວໄປສູ່ຄວາມຍືນຍົງດ້ານພະລັງງານຈະຕ້ອງມີການປ່ຽນແປງບໍ່ພຽງແຕ່ໃນການສະຫນອງພະລັງງານເທົ່ານັ້ນແຕ່ໃນທາງທີ່ຖືກນໍາໃຊ້ ແລະ ຫຼຸດຜ່ອນຈໍານວນພະລັງງານທີ່ຕ້ອງການສຳລັບການສົ່ງສິນຄ້າ ຫຼື ບໍລິການຕ່າງໆທີ່ຈໍາເປັນນຳ. ໂອກາດສໍາລັບການປັບປຸງດ້ານຄວາມຕ້ອງການຂອງຄວາມສົມດຸນຂອງພະລັງງານແມ່ນມີຄວາມອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍທີ່ສຸດໃນດ້ານການສະຫນອງ ແລະ ຜົນປະໂຫຍດທາງເສດຖະກິດທີ່ສໍາຄັນ. [52]
ເຕັກໂນໂລຊີ Smart-grid (ຕາຂ່າຍໄຟ້າ)
[ດັດແກ້]ຕາຂ່າຍໄຟຟ້າແມ່ນປະເພດຂອງເຕັກໂນໂລຢີຫນຶ່ງ ທີ່ປະຊາຊົນໃຊ້ເພື່ອນໍາລະບົບການໃຊ້ໄຟຟ້າເຂົ້າມາສູ່ ສະຕະວັດທີ 21, ໂດຍນໍາໃຊ້ການຄວບຄຸມຣີໂໝດຈາກຄອມພິວເຕີ້ ແລະ ການເຮັດວຽກແບບອັດຕະໂນມັດ. [53] ລະບົບເຫຼົ່ານີ້ສາມາດເຮັດໄດ້ໂດຍເຕັກໂນໂລຢີການສື່ສານສອງທາງ ແລະ ການຂະບວນການຄອມພິວເຕີ້ທີ່ໃຊ້ມາຢູ່ຫລາຍທົດສະວັດໃນອຸດສາຫະກໍາຕ່າງໆ. ພວກເຂົາກໍາລັງເລີ່ມຕົ້ນນໍາໃຊ້ເຂົ້າໃນເຄືອຂ່າຍໄຟຟ້າຕ່າງໆ, ຕັ້ງແຕ່ໂຮງງານໄຟຟ້າ ແລະ ພະລັງງານລົມ,ຟາມກະສິກໍາ ແລະ ພະລັງງານທັງຫມົດເພື່ອສົ່ງໃຫ້ຜູ້ບໍລິໂພກໄຟຟ້າໃນບ້ານເຮືອນແລະທຸລະກິດ. ພວກເຂົາໄດ້ໃຫ້ຫຼາກຫຼາຍຜົນປຕໍ່ການໃຊ້ປະໂຫຍດ ແລະ ຜູ້ບໍລິໂພກ, ສ່ວນຫຼາຍແມ່ນເຫັນໄດ້ໃນການປັບປຸງປະສິດທິພາບພະລັງງານໃນລະບົບໄຟຟ້າ ແລະ ໃນບ້ານເຮືອນ ແລະ ສໍານັກງານຂອງຜູ້ໃຊ້ພະລັງງານ. [53]
ບົດຄວາມທີ່ກ່ຽວຂ້ອງ
[ດັດແກ້]ໃນບັນບົດຄວາມວິທະຍາສາດທີ່ກ່ຽວຂ້ອງກັບການສຶກສາ ຂອງພະລັງງານທີ່ຍືນຍົງແມ່ນ:
- ພະລັງງານແລະສິ່ງແວດລ້ອມວິທະຍາສາດ
- ພະລັງງານສໍາລັບການພັດທະນາແບບຍືນຍົງ
- ນະໂຍບາຍພະລັງງານ
- Journal of Energy Renewable and Sustainable Energy
- ການທົບທວນພະລັງງານທົດແທນແລະຍືນຍົງ
ເບິ່ງຕື່ມ
[ດັດແກ້]- Ashden Awards for sustainable energy
- Electric vehicle
- Environmental impact of the energy industry
- Energy Globe Award
- Energy hierarchy
- Energy park
- Hydrogen economy
- International Network for Sustainable Energy - INFORSE
- International Renewable Energy Agency
- Leadership in Energy and Environmental Design (LEED)
- List of energy storage projects
- Microgrid
- Renewable Energy and Energy Efficiency Partnership - REEEP
- RESCO
- U.S. Department of Energy Solar Decathlon
- Sustainable Energy for All initiative
- The Venus Project
- GA Mansoori, N Enayati, LB Agyarko (2016), ພະລັງງານ: ແຫຼ່ງຂໍ້ມູນ, ການນໍາໃຊ້, ກົດຫມາຍ, ຄວາມຍືນຍົງ, Illinois ເປັນຕົວແບບລັດ, ໂລກ Sci. Pub Co, ISBN 978-981-4704-00-7
ບັນນານຸກົມ
[ດັດແກ້]- Edenhofer, Ottmar (2014). ການປ່ຽນແປງດິນຟ້າອາກາດ 2014: ການຫຼຸດຜ່ອນຄວາມປ່ຽນແປງດິນຟ້າອາກາດ : ກຸ່ມທີ III ການປະກອບສ່ວນຂອງບົດລາຍງານການປະເມີນຜົນທີ 5 ຂອງຄະນະກໍາມະການສາກົນກ່ຽວກັບການປ່ຽນແປງດິນຟ້າອາກາດ . ນິວຢອກ, NY: Cambridge University Press. ISBN 978-1-107-05821-7 ທີ່ຢູ່ OCLC 892580682
- Kutscher, CF Milford, JB Kreith, F (2018) ຫຼັກການຂອງລະບົບພະລັງງານແບບຍືນຍົງ, ສະບັບທີສາມ ທີ່ຢູ່ Mechanical Engineering ແລະ Aerospace Engineering Series. CRC Press ISBN 978-0-429-93916-7 ທີ່ຢູ່ Retrieved 10 February 2019
- Smil, Vaclav (2017) ການຫັນປ່ຽນພະລັງງານ: ທັດສະນະທົ່ວໂລກແລະແຫ່ງຊາດ . Santa Barbara, California: Praeger, ເປັນຈຸດປະສົງຂອງ ABC-CLIO, LLC. ISBN 978-1-4408-5324-1 ທີ່ຢູ່ OCLC 955778608
- Tester, Jefferson (2012). ພະລັງງານທີ່ຍືນຍົງ : ເລືອກເອົາຕົວເລືອກຕ່າງໆ . Cambridge, MA: MIT Press ISBN 978-0-262-01747-3 ທີ່ຢູ່ OCLC 892554374
ອ້າງອິງ
[ດັດແກ້]- ↑
{{cite web}}
: Empty citation (help) - ↑
{{cite book}}
: Empty citation (help);{{cite journal}}
: Empty citation (help) - ↑
{{cite book}}
: Empty citation (help) - ↑
{{cite book}}
: Empty citation (help) - ↑ 5.0 5.1 5.2 5.3
{{cite journal}}
: Empty citation (help) - ↑
{{cite web}}
: Empty citation (help) - ↑ 7.0 7.1 7.2 International Energy Agency (2007). Renewables in global energy supply: An IEA facts sheet, OECD, 34 pages. Archived 12 ຕຸລາ 2009 at the Wayback Machine
- ↑
{{cite web}}
: Empty citation (help) - ↑
{{cite web}}
: Empty citation (help) - ↑
{{cite journal}}
: Empty citation (help) - ↑
{{cite journal}}
: Empty citation (help) - ↑
{{cite web}}
: Empty citation (help) - ↑ Hydroelectric power's dirty secret revealed New Scientist, 24 February 2005.
- ↑ Ferris, David. "The Power of the Dammed: How Small Hydro Could Rescue America's Dumb Dams", 3 November 2011. ຮຽກຂໍ້ມູນວັນທີ 4 January 2012
- ↑ Geothermal Energy Association. Geothermal Energy: International Market Update Archived 2017-05-25 at the Wayback Machine May 2010, p. 4-6.
- ↑ 16.0 16.1 Moomaw, W., P. Burgherr, G. Heath, M. Lenzen, J. Nyboer, A. Verbruggen, 2011: Annex II: Methodology. In IPCC: Special Report on Renewable Energy Sources and Climate Change Mitigation (ref. page 10)
- ↑
{{cite web}}
: Empty citation (help) - ↑ Geothermal Sustainability
- ↑ 19.0 19.1
{{cite journal}}
: Empty citation (help) - ↑ [1] Retrieved on 12 April 2012.
- ↑
{{cite web}}
: Empty citation (help) - ↑
{{cite web}}
: Empty citation (help) - ↑
{{cite web}}
: Empty citation (help) - ↑ World Wind Energy Association (2008). Wind turbines generate more than 1 % of the global electricity Archived 22 ພະຈິກ 2009 at the Wayback Machine
- ↑
{{cite web}}
: Empty citation (help) - ↑
{{cite web}}
: Empty citation (help) - ↑ Solar water heating energy.gov
- ↑
{{cite web}}
: Empty citation (help) - ↑ Energy and the Environment, Jack J Kraushaar and Robert A Ristinen, section 4.2 Energy from the Sun pg.92
- ↑
{{cite web}}
: Empty citation (help) - ↑
{{cite web}}
: Empty citation (help) - ↑ Collings AF and Critchley C. Artificial Photosynthesis- from Basic Biology to Industrial Application. WWiley-VCH. Weinheim (2005) p xi.
- ↑ Faunce TA, Lubitz W, Rutherford AW, MacFarlane D, Moore GF, Yang P, Nocera DG, Moore TA, Gregory DH, Fukuzumi S, Yoon KB, Armstrong FA, Wasielewski MR Styring S. Energy and Environment "Policy Case for a Global Project on Artificial Photosynthesis." Energy and Environmental Science 2013, 6 (3), 695 - 698 ແມ່ແບບ:DOI
- ↑
{{cite web}}
: Empty citation (help) - ↑
{{cite web}}
: Empty citation (help) - ↑
{{cite web}}
: Empty citation (help) - ↑
{{cite journal}}
: Empty citation (help) - ↑ Sea machine makes waves in Europe BBC News, 15 March 2006.
- ↑ Wave energy contract goes abroad BBC News, 19 May 2005.
- ↑
{{cite web}}
: Empty citation (help) - ↑ Orkney to get 'biggest' wave farm BBC News, 20 February 2007.
- ↑
{{cite web}}
: Empty citation (help) - ↑
{{cite web}}
: Empty citation (help) - ↑ "Going Nuclear". ຮຽກຂໍ້ມູນວັນທີ 2013-01-08
- ↑
{{cite web}}
: Empty citation (help) - ↑ "Co-Founder of Greenpeace Envisions a Nuclear Future". ຮຽກຂໍ້ມູນວັນທີ 2013-01-08
- ↑ "George Monbiot: A kneejerk rejection of nuclear power is not an option | Environment". ຮຽກຂໍ້ມູນວັນທີ 2013-08-21
- ↑ "Has Bill Gates come up with a safe, clean way to harness nuclear power?". ຮຽກຂໍ້ມູນວັນທີ 2013-01-09
- ↑ Lovelock, James (2006). The Revenge of Gaia. Reprinted Penguin, 2007. ISBN 978-0-14-102990-0
- ↑
{{cite web}}
: Empty citation (help) - ↑
{{cite web}}
: Empty citation (help) - ↑ InterAcademy Council (2007). Lighting the way: Toward a sustainable energy future p. xvii. Archived 2017-05-18 at the Wayback Machine
- ↑ 53.0 53.1
{{cite web}}
: Empty citation (help)