Jump to content

ຜົນປະໂຫຍດ (ເສດຖະສາດ)

ຈາກ ວິກິພີເດຍ

ໃນ ເສດຖະສາດຈຸນລະພາກ, ຜົນປະໂຫຍດ (ຄຳເຄົ້າ: ຜົລປໂຍຊນ໌[1]) ແມ່ນ ບັນທັດຖານແບບນອກໂຕ ຂອງ ຄວາມສຸກ ຫຼື ຄວາມພໍໃຈ ທີ່ເກີດຈາກ ການຊົມໃຊ້ ສິນຄ້າ ແລະ ການບໍລິການຕ່າງໆ. ພວກເຮົາຈະສາມາດ ເວົ້າເຖິງການ ເພີ່ມຂຶ້ນ ຫຼື ຫຼຸດລົງ ຂອງຕຳລານີ້ ຫຼື ເວົ້າອີກຢ່າງໜຶ່ງ ກໍ່ ແມ່ນ ການອະທິບາຍ ການປະພຶດທາງດ້ານເສດຖະກິດ ເພື່ອຈະຍົກລະດັບ ຜົນປະໂຫຍດ ນີ້ ຂອງ ຜູ້ໃດຜູ້ໜຶ່ງ ໂດຍ ບັນທັດຖານນີ້ໄດ້.

ຕຳລາຜົນປະໂຫຍດ

[ດັດແກ້]

ໃນ ຂະນະ ທີ່ ລົດນິຍົມ ຫຼື ຄວາມມັກ ແມ່ນ ພື້ນຖານ ຂອງ ເສດຖະສາດຈຸນລະພາກ, ການ ສະແດງ ລົດນິຍົມ ໂດຍ ຕຳລາຜົນປະໂຫຍດ ແລະ ຊອກຫາ ເຫດຜົນ ຂອງ ລົດນິຍົມ ແບບທາງອ້ອມ ຈະເປັນສິ່ງສະດວກກ່ວາ.

ຖ້າໃຫ້ X ແມ່ນ ໝວດການຊົມໃຊ້, ທີ່ປະກອບດ້ວຍ ບັນດາ ການຊົມໃຊ້ ທີ່ຕ່າງກັນ.  
ຕຳລາຜົນປະໂຫຍດ ຂອງ ຜູ້ຊົມໃຊ້
  
ຈະກຳນົດລະດັບ ຂອງ ແຕ່ລະ ການຊົມໃຊ້ ໃນ ໝວດການຊົມໃຊ້.  
ຖ້າ u(x) > ຫຼື = u(y) (x R y), ຜູ້ ຊົມໃຊ້ ຈະມັກ x ຫຼາຍກ່ວາ ຫຼື ເທົ່າກັນ y.

ຕົວຢ່າງ, ສົມມຸດວ່າ ໝວດການຊົມໃຊ້ ຂອງ ຜູ້ຊົມໃຊ້ ແມ່ນ

 X = {ບໍ່ມີຫຍັງ, ໝາກໂປມ 1 ໝ່ວຍ, ໝາກກ້ຽງ 1 ໜ່ວຍ, ໝາກໂປມ 1 ໜ່ວຍ ແລະ ໝາກກ້ຽງ 1 ໜ່ວຍ, ໝາກໂປມ 2 ໜ່ວຍ, ໝາກກ້ຽງ 2 ໜ່ວຍ}, 
ແລະ ຕຳລາຜົນປະໂຫຍດ ແມ່ນ  
u(ບໍ່ມີຫຍັງ) = 0, 
u (ໝາກໂປມ 1 ໜ່ວຍ) = 1, 
u (ໝາກກ້ຽງ 1 ໜ່ວຍ) = 2, 
u (ໝາກໂປມ 1 ໜ່ວຍ ແລະ ໝາກກ້ຽງ 1 ໜ່ວຍ) = 4, 
u (ໝາກໂປມ 2 ໜ່ວຍ) = 2 ແລະ 
u (ໝາກກ້ຽງ 2 ໜ່ວຍ) = 3  
ບາງຂໍ້ສະຫຼຸບ ທີ່ ສາມາດໄດ້ ຈາກ ຕຳລາຜົນປະໂຫຍດທາງເທິງນີ້ກໍ່ຈະແມ່ນ ເຊັ່ນ ຜູ້ຊົມໃຊ້ ມັກ ໝາກກ້ຽງ 1 ໜ່ວຍ ຫຼາຍກ່ວາ ໝາກໂປມ 1 ໜ່ວຍ, ແຕ່ ມັກຢ່າງລະໜ່ວຍ ຫຼາຍກ່ວາ ໝາກກ້ຽງ 2 ໜ່ວຍ.

ໃນ ແບບຈຳລອງ (model) ເສດຖະສາດຈຸນລະພາກ, ໂດຍທົ່ວໄປ ມັນຈະມີ ໝວດທີ່ມີຂອບເຂດ ຂອງ ສິນຄ້າ L , ແລະ ຜູ້ຊົມໃຊ້ ສາມາດ ເລືອກ ຊົມໃຊ້ ແຕ່ລະສິນຄ້າ ດ້ວຍປະລິມານ ທີ່ຕົນເອງມັກໄດ້. ເຮັດໃຫ້ ໝວດການຊົມໃຊ້ , ແລະ ການປະສົມປະສານ ແມ່ນ ເວັກເຕີ ທີ່ ປະກອບດ້ວຍ ຈຳນວນຕ່າງໆ ຂອງ ແຕ່ລະສິນຄ້າ. ໃນຕົວຢ່າງ ຂ້າງເທິງ, ແມ່ນ ມີ ສອງ ສິນຄ້າ : ໝາກໂປມ ແລະ ໝາກກ້ຽງ. ຖ້າ ໃຫ້ ໝາກໂປມ ແມ່ນ ສິນຄ້າທຳອິດ, ແລະ ໝາກກ້ຽງ ແມ່ນ ສິນຄ້າທີ່ສອງ, ໝວດການຊົມໃຊ້ X = ແລະ u (0, 0) = 0, u (1, 0) = 1, u (0, 1) = 2, u (1, 1) = 4, u (2, 0) = 2, u (0, 2) = 3 ດັ່ງທີ່ເຫັນໃນ ຂ້າງເທິງ. ເອົາໃຈໃສ່ ວ່າ ເພື່ອທີ່ u ຈະເປັນຕຳລາຜົນປະໂຫຍດ ຂອງ X ນັ້ນ, ມັນຈະຕ້ອງຖືກກຳນົດ ໃນ ທຸກໆ X.

ເບິ່ງຕື່ມ

[ດັດແກ້]

ອ້າງອີງ

[ດັດແກ້]
  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.