ປາກແບ່ງ

ຈາກ ວິກິພີເດຍ

ປາກແບ່ງ ເມືອງທ່ອງທ່ຽວ ຂອງແຂວງອຸດົມໄຊ ເປັນຈຸດແວພັກທີ່ສຳຄັນທັງຄົນ ແລະ ເຮືອຈາກຫລວງພະບາງ ຫາກຂີ່ເຮືອຂຶ້ນມາ ເຖິງປາກແບ່ງໃຊ້ເວລາປະມານ 10 ຊົ່ວໂມງ ຖ້າອອກເດີນທາງແຕ່ເຊົ້າກໍ່ຈະເຖິງທ່າເຮືອພໍດີຄ່ຳ ແຕ່ຖ້າຂີ່ເຮືອລ່ອງສາຍນ້ຳຈາກຫ້ວຍຊາຍ ແຂວງບໍ່ແກ້ວ ຈະໃຊ້ເວລາຫນ້ອຍກວ່າແຕ່ກໍ່ຕ້ອງມາແວ່ພັກຄ້າງຄືນຢູ່ທີ່ປາກແບ່ງເຊັ່ນກັນ ຖ້າໄດ້ແວ່ພັກຢູ່ບ່ອນນີ້ ຕອນເຊົ້າສາມາດຕື່ນ ຂຶ້ນມາຊົມທະເລຫມອກ ຂອງສາຍນ້ຳຂອງ ເມືອງປາກແບ່ງອ້ອມຮອບດ້ວຍຜືນປ່າທີ່ອຸດົມສົມບູນສາຍນ້ຳຈະຄົດລ້ຽວມີແກ້ງຢູ່ກາງແມ່ນ້ຳຕະ ຫລອດຢູ່ທ່າເຮືອ ຈະມີເຮືອຈອດຢູ່ຢັງຢາຍເຕັມໄປຫມົດທັງເຮືອຂົນສົ່ງສິນຄ້າ, ເຮືອໄວ ຫລື ຊ້າ ເຊິ່ງເປັນສູນກາງຂອງການແລ່ນເຮືອ ຖ້າ ຕ້ອງການໄປຍັງຫລວງພະບາງ ກໍ່ສາມາດໄປດ້ວຍເຮືອໄວທ້ອງແບນຂີ່ໄດ້ 6 ຄົນຕ້ອງນຸ່ງເສື້ອຊູຊີບ ແລະ ຫມວກກັນນ໋ອກໃຊ້ເວລາປະ ມານ 2 ຊົ່ວໂມງ ຫລື ຖ້າຂີ່ເຮືອຊ້າຈະໃຊ້ເວລາປະມານ 10 ຊົ່ວໂມງ.

ປາກແບ່ງເປັນເມືອງນ້ອຍໆ ແຕ່ຫນ້າຢູ່ຕົວເມືອງຢູ່ເທິງພູຈຸດທີ່ແມ່ນ້ຳຂອງ ແລະ ແມ່ນ້ຳແບ່ງໄຫລມາປ່ອງໃສ່ກັນເປັນສູນກາງຂອງການ ແລ່ນເຮືອທີ່ສຳຄັນຂອງແມ່ນ້ຳຂອງຢູ່ລະຫວ່າງເສັ້ນທາງແລ່ນເຮືອໄປຍັງອຸດົມໄຊ ແລະ ຫລວງນ້ຳທາ. ຊາວບ້ານສ່ວນໃຫຍ່ຈະອາໄສຢູ່ ເທິງເນີນພູ, ດຳລົງຊີວິດທີ່ລຽບງ່າຍຈະມີໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານຫລາກຫລາຍໃວ້ຄອຍບໍລິການນັກທ່ອງທ່ຽວ ແລະ ບໍລິການເຮືອໄປຍັງຫລວງພະບາງ.

ປະຈຸບັນ ປາກແບ່ງນັບເປັນເມືອງທ່ອງທ່ຽວໃຫມ່ ຂອງລາວທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ເພາະການເດີນທາງໄປຕາມສາຍ ນ້ຳຂອງສາມາດເດີນທາງໄດ້ຕະຫລອດປີ ລະດັບນ້ຳຂ້ອນຂ້າງສູງສອງຟາກຝັ່ງຈະຂຽວສະອຸ່ມໄປດ້ວຍຕົ້ນໄມ້ໃຫຍ່ນ້ອຍຖ້າມາຍາມຫນາວ ອາກາດຈະເຢັນສະບາຍນ້ຳເລີ່ມບົກລົງຈະເຫັນເກະດອນຄອນແກ້ງ ແຕ່ຈະໃຊ້ເວລາເດີນທາງດົນກວ່ານັ້ນ ຍັງສາມາດເຫັນຫາດຊາຍທັງ ສອງຟາກຝັ່ງທີ່ສວຍງາມບໍລິເວນປາກແບ່ງ ຈະເປັນສູນກາງຂອງການທ່ອງທ່ຽວໃນແຂວງອຸດົມໄຊ ເພາະຈຸດເຄິ່ງກາງຂອງການແລ່ນເຮືອ ຈາກເມືອງຫ້ວຍຊາຍ ຂອງແຂວງບໍ່ແກ້ວ ມາເຖິງ ເມືອງຫຼວງພະບາງ ທີ່ພັກສ່ວນໃຫຍ່ຈະຢູ່ບໍລິເວນທ່າເຮືອຈະເປັນເຮືອນພັກນ້ອຍໆຢູ່ແບບລຽບງ່າຍລາຄາຍ່ອມເຍົາ.