ປະເທດເກົາຫຼີ

ຈາກ ວິກິພີເດຍ

ປະເທດເກົາຫຼີ (ເກົາຫຼີ: 한국 ຫຼື 조선 , ຮັນກຸກ ຫຼື ໂຊຊອນ) ເປັນອະດີດປະເທດ ຕັ່ງຢູ່ໃນແຫຼມເກົາຫຼີ ພາຍຫຼັງສົງຄາມໂລກຄັ້ງທີ 2 ປະເທດເກົາຫຼີຖືກແບ່ງອອກເປັນປະເທດເກົາຫຼີເໜືອແລະປະເທດເກົາຫຼີໃຕ້

ປະຫວັດ[ດັດແກ້]

ປະຫວັດສາດເລີ່ມຈາກອານາຈັກໂຊຊັອນບູຮານ ເຊິ່ງສະຖາປະນາໂດຍ "ທັນກຸນ". ຕໍ່ມາສະໄໝສາມອານາຈັກແຫ່ງເກົາຫຼີ (ແມ່ນ ໂຄກູຢໍ, ແພັກເຈ, ແລະຊິລາ) ໄດ້ລວມກັນເປັນສະຫະອານາຈັກຊິລາ ເຊິ່ງມີພຸດທະສາສະໜາທີ່ຮຸ່ງເຮືອງ. ເມື່ອ ຄ.ສ. 918 ໄດ້ສະຖາປະນາອານາຈັກໂຄລະຢໍເຊິ່ງແມ່ນຊື່ຂອງເກົາຫຼີ (Korea) ແລະເມື່ອລາຊະວົງໂຊຊັອນ (ລາຊະວົງລີ) ຄອງອຳນາດ ໄດ້ປ່ຽນຊື່ອານາຈັກໃໝ່. ອານາຈັກໂຊຊັອນມີນະຄອນຫຼວງຊື່ວ່າ ຮັນຢາງ (ໂຊນ), ມີລັດທິຂົງຈື້ ເປັນຄະຕິທຳປະຈຳຊາດ ແລະໄດ້ປະດິດອັກສອນເກົາຫຼີຂຶ້ນ.

ເມື່ອ ຄ.ສ. 1910 ເກົາຫຼີຢູ່ພາຍໃຕ້ການປົກຄອງຂອງຍີ່ປຸ່ນ ເທົ້າເຖິງສິ້ນສຸດສົງຄາມໂລກຄັ້ງທີ 2. ຕໍ່ມາ ເກົາຫຼີໄດ້ແບ່ງເປັນ 2 ປະເທດ ແມ່ນ ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຢ່າງຖາວອນ ໂດຍເກົາຫຼີໃຕ້ສະຖາປະນາເປັນສາທາລະນະລັດເກົາຫຼີ ສ່ວນເກົາຫຼີເໜືອສະຖາປະນາເປັນສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ.