ບ່ວງ
ຮູບຮ່າງການສະແດງຜົນ

ບ່ວງ ແມ່ນເຄື່ອງຄົວທີ່ມີລັກສະນະເປັນແອ່ງຕື້ນແລະນ້ອຍກວ່າຈອງ ຕົງປາຍມີທີ່ຈັບ ໂດຍທົ່ວໄປໃຊ້ໃນການຕັກອາຫານເຫຼວ ຫຼືອາຫານກຶ່ງເຫຼວ ຫຼືອາຫານແຂງທີ່ບໍ່ອາດໃຊ້ນຳສ້ອມໄດ້ຢ່າງສະດວກ ແມ່ນ ໃຊ້ໃນການຕັກເຂົ້າຫຼືທັນຍະພືດ ນອກຈາກນີ້ ບ່ວງຍັງໃຊ້ໃນການແຕ່ງກິນທີ່ຈະຕວງວັດປໍລິມານສ່ວນປະສົມຂອງອາຫານທີ່ຈະໃຊ້ນຳ. ບ່ວງອາດຈະເຮັດມາຈາກເຫຼັກ ໄມ້ ພະລາສະຕິກ ຫີນ ຫຼືແມ້ນແຕ່ງາຊ້າງ.
ປະຫວັດ
[ດັດແກ້]
ຫຼັກຖານທາງປະຫວັດສາດພົບວ່າໃນສະໄໝເອຊີບບູຮານ ບ່ວງມັກເຮັດດ້ວຍງາຊ້າງ ຫິນເຫຼັກໄຟ ຫິນຊະນວນ ແລະ ໄມ້ ໂດຍສ່ວນຫຼາຍຈະສະຫຼັກເປັນສັນຍະລັກທາງສາສະໜາ.[1] ໃນສະໄໝຍຸກຫິນໃໝ່ຂອງຊາກດີນີ ມີການໃຊ້ຈອງແລະບ່ວງທີ່ເຮັດຈາກເຄື່ອງເຄືອບແລ້ວ. ໃນສະໄໝລາຊະວົງຊາງຂອງປະເທດຈີນ ຄົ້ນພົບວ່າບ່ວງມີການເຮັດຈາກກະດູກ. ສ່ວນບ່ວງເຮັດດ້ວຍທອງສຳລິດບູຮານໃນປະເທດຈີນ ມັກມີຮູບຮ່າງແຫຼມຄົມ ເຊິ່ງສາມາດໃຊ້ເປັນເຄື່ອງຕັດແບບມີດໄດ້.[2] ເອກະສານບັນທຶກບູຮານຂອງອິນເດຍກໍກ່າວເຖິງບ່ວງຄືກັນ.
ອ້າງອີງ
[ດັດແກ້]- ↑ "Spoon." Encyclopædia Britannica Eleventh Edition, 1911. Viewing the linked scan requires the AlternaTiff plugin in most browsers. This article incorporates text from this source, which is now in the public domain.
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).