Jump to content

ປີໃໝ່ລາວ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ບຸນຫົດນໍ້າ)
ປີໃໝ່ລາວ
ຊາວລາວ ສົງນ້ຳພຣະຊ່ວງປີໃໝ່
ຈັດຂຶ້ນໂດຍລາວ
ຄວາມສຳຄັນຖືເປັນວັນປີໃໝ່ລາວ
ເລີ່ມ13 ເມສາ
ສິ້ນສຸດ16 ເມສາ
ວັນທີ14 ເມສາ
ຄວາມຖີ່ປະຈຳປີ
ສ່ວນກ່ຽວຂ້ອງປີໃໝ່ອາຊີໃຕ້ ແລະ ຕາເວັນອອກສຽງໃຕ້

ປີໃໝ່ລາວ ຫຼື ເວົ້າໜ້ອຍກວ່າທົ່ວໄປແມ່ນ ສົງການ (ອັງກິດ: Songkran) ​ໄດ້​ສະ​ເຫຼີມ​ສະ​ຫຼອງ​ຕັ້ງແຕ່ ວັນທີ 13 ຫາ 16 ເດືອນ​ເມ​ສາ​ ຂອງທຸກໆປີ. ບຸນປີໃໝ່ ແມ່ນຖືກເອີ້ນອີກວ່າ ບຸນຫົດນໍ້າ ເຊິ່ງທຸກຄົນຈະຫົດນໍ້າ ແລະ ອວຍພອນ ເຊິ່ງກັນ ແລະ ກັນ, ເນື່ອງຈາກວ່າ ເດືອນ ເມສາ ແມ່ນ ເດືອນທີ່ຮ້ອນສຸດ ອຸນຫະພູມ ແມ່ນອາດຂື້ນສູງເຖິງ 40 ອົງສາ. ນອກຈາກນັ້ນ, ຢູ່ທີ່ວັດຈະມີການເຮັດບຸນ, ທໍາຄວາມສະອາດທາດ ແກ່ຍາດຕິພີ່ນ້ອງ ທີ່ລ່ວງລັບໄປ ແລະ ມີການທໍາຄວາມສະອາດທາດພຣະ ເອີ້ນວ່າ ສົງພຣະ. ທີ່ຫຼວງພະບາງ ທຸກໆປີ ຍັງມີການແຫ່ ນາງສັງຂານ ອີກດ້ວຍ


ບຸນປີໃໝ່ລາວຍັງຕິດພັນກັບຄຳວ່າ: “ສັງຂານຕ໌” (ສັງ-ຂານ) ເຊິ່ງເປັນຄຳສັບມາຈາກພາສາປາລີ ມີຄວາມໝາຍສະເພາະຕົວຫລາຍຄວາມໝາຍເຊັ່ນວ່າ: ການເສື່ອມ, ການໝົດ, ການສິ້ນສຸດ ຫຼື ໝາຍເຖິງການປ່ຽນໃໝ່. ຄຳວ່າ: “ສັງຂານຕ໌” ນີ້ໄດ້ຕິດພັນກັບເລື່ອງເລົ່າ ຫຼື ນິທານນາງສັງຂານ ເຊິ່ງເປັນທິດາທັງເຈັດ(7)ຂອງທ້າວ ກະບິນລະພົມ(ກບິລພຣົມ) ທີ່ພວກເຮົາຮຽກວ່າ: “ນາງສັງຂານຕ໌” ເຊິ່ງແປຄວາມໝາຍວ່າ: ຜູ້ຜັດປ່ຽນການເວລາ ເຊິ່ງທິດາທັງເຈັດນາງຂອງທ້າວກະບິນລະພົມນັ້ນ ມັນມີໝາຍຕິດພັນກັບເຈັດວັນໃນຮອບສັບປະດາ. ສ່ວນຄຳວ່າ: “ ສົງການ ຫຼື ສົງກຣານຕ໌ ” (ສົງ-ກຣານ) ເປັນຄຳມາຈາກສັບໃນພາສາ ສັນສະກຣິຕ ທີ່ຊາວຂະເມ ແລະ ສະຫຍາມ ພາກັນນິຍົມໃຊ້, ເຊິ່ງຈະມີຄວາມໝາຍດຽວກັນກັບຄຳວ່າ: “ສັງຂານ” ທີ່ຊາວລ້ານຊ້າງ ແລະ ລ້ານນາ ນິຍົມໃຊ້ມາແຕ່ປາງປະຖົມ. ວັນສັງຂານຕ໌ຣ່ວງ: “ຣ່ວງ” ໃນທີ່ນີ້ ໝາຍເຖິງ “ຕົກຫລົ່ນ” (“ລ່ວງ” ແປວ່າ ລ່ວງເກີນ ຫຼື ຜ່ານໄປ). ວັນສັງຂານລ່ວງ ແມ່ນມື້ທໍາອິດຂອງການສະຫລອງປີໃໝ່ລາວ ໃນມື້ນີ້ ຊາວບ້ານຈະເລີ່ມມີການຫ້າງຫາກະກຽມດອກໄມ້, ເຄື່ອງຫອມ, ປັດກວາດເຮືອນຊານໃຫ້ສະອາດງາມຕາ, ຈັດແຕ່ງພາຫວານ, ພາເຂົ້າໄປວັດ; ຫລັງຈາກຖວາຍເພນແລ້ວ ພຣະສົງຈະອັງເຊີນພຣະພຸດທະຮູບລົງຈາກບັນລັງ ຫລື ບຸດສະບົກ ຫລື ຮ້ານພະ ໃຫ້ພຸດທະ ສາສະນິກະຊົນໄດ້ຫົດສົງ ດ້ວຍນໍ້າອົບນ້ຳຫອມທີ່ຈັດຕຽມມາ

. ວັນເນົາ: “ເນົາ” ຄຳນີ້ແປວ່າ: ຈຶ້ງຢູ່, ບໍ່ຍົກຍ້າຍ, ບໍ່ເຄື່ອນທີ່. ນອກນີ້ ວັນເນົາຍັງໝາຍເຖິງວັນຢູ່ລະຫວ່າງ ກາງຂອງການປ່ຽນປີ ຈ.ສ ຫລື ຈຸນລະສັກກະລາດ. ມື້ເນົານີ້ ພຣະສົງສາມະເນນ ຈະເນົາຢູ່ໃນວັດ ເພື່ອສູດມົງຄຸນໃຫ້ພອນ (ສູດລົດນ້ໍາ), ຝ່າຍຄາລະວາດກໍຈະພ້ອມພາກັນຈັດແຫ່ນາງສັງຂານ ທີ່ໄດ້ປະກວດຄັດເລືອກມາແລ້ວ, ແລະ ການແຫ່ມະໂຫລະສົບຕ່າງໆ ປະເພນີນີ້ນິຍົມປະຕິບັດຄ້າຍຄືກັນໃນທົ່ວປະເທດ. ແຕ່ທີ່ພິເສດກວ່າໝູ່ແມ່ນຢູ່ແຂວງຫລວງພະບາງ ເພາະເພິ່ນມີການອັງເຊີນເອົາອົງພຣະ “ພຸດທະລາວັນ” (ພຣະບາງ) ອອກໃຫ້ມວນຊົນໄດ້ສັກກາລະບູຊາ ແລະ ຫົດສົງ.

ຂະບວນແຫ່ພະບາງນີ້ເອີ້ນວ່າ ແຫ່ຫວໍ່ ອັນປະກອບມີຂະບວນແຫ່ອົງພຣະບາງ, ປູ່ເຍີ-ຍ່າເຍີ, ພຣະສົງສາມະເນນ, ພຸດທະຄຳພີ, ຂະບວນນາງແກ້ວ, ຕົວລະຄອນໃນເລື່ອງພະລັກ-ພະລາມ, ຂະບວນມະໂຫລີ-ປີ່ພາດ, ຂະບວນແຫ່ສຽນ (ຫົວ) ທ້າວກະບິນລະພົມ, ນາງສັງຂານ, ຂະບວນບ່າວສາວ ແລະ ຂະບວນມະຫາຊົນຢ່າງອະເນກອະນັນຕາທີ່ຍິ່ງໃຫຍ່ ເຊິ່ງນັບວ່າ ເປັນພິທີແຫ່ທີ່ງົດງາມ ແລະ ຍິ່ງໃຫຍ່ທີ່ສຸດ.

ວັນສັງຂານຕ໌ຂຶ້ນ: ເປັນມື້ຂຶ້ນປີໃໝ່ລາວ ແລະ ປີຈຸນລະສັກກະລາດ ຈະເລື່ອນຕົວເລກຂຶ້ນອີກໜຶ່ງປີ ກໍເປັນມື້ສຸດທ້າຍຂອງການສະຫລອງປີໃໝ່ລາວ. ນອກນີ້ແລ້ວມື້ສັງຂານຂຶ້ນ ຫລື ມື້ຂຶ້ນປີໃໝ່ ຍັງເປັນວັນໂຮມຍາດຕິພີ່ນ້ອງ ເຊິ່ງຊາວລາວຈະຖືເອົາໂອກາດນີ້ ເປັນການສົມມາຜູ້ມີພະຄຸນຂອງຕົນ ອັນມີ ພໍ່-ແມ່, ຜູ້ເຖົ້າຜູ້ແກ່ປະຈຳວົງຕະກູນ ແລະ ບຸກຄົນທີ່ເຮົາເຄົາລົບ.[1]

  1. https://lnr.org.la/ບຸນປີໃຫມ່ລາວບຸນເດືອນ໕/[dead link]