Jump to content

ບາຣັກ ໂອບາມາ

ຈາກ ວິກິພີເດຍ
ບາຣັກ ໂອບາມາ
Barack Obama
ບາຣັກ ໂອບາມາ
ເກີດ21 ມີນາ ຄ.ສ. 1954 (55ປີ)[1]
ໂຮໂນລູລູ ລັດຮາວາຍ ສະຫະລັດອາເມລິກາ
ສັນຊາດອາເມລິກັນ
ມີຊື່ສຽງຈາກປະທານາທິບະດີຄົນທີ່ 44 ແຫ່ງສະຫະລັດອາເມລິກາ
ຄູ່ສົມລົດມິເຊລ ໂອບາມາ
ບຸດMalia Ann Obama (n. 1998)
Natasha Obama (n. 2001)
ລາຍມືຊື່

ທ່ານບາຣັກ ໂອບາມາ (ອັງກິດ: Barack Obama) ມີຊື່ເຕັມວ່າ ບາຣັກ ຮຸສເຊນ ໂອບາມາ ທີ່ 2 (Barack Hussein Obama II) ເກີດເມື່ອວັນທີ່ 4 ສິງຫາ ຄ.ສ. 1961 ເປັນປະທານາທິບະດີສະຫະລັດອະເມລິກາ ຄົນທີ່ 44 ແລະ ເປັນຄົນແອຟະລິກັນອະເມລິກັນຜູ້ທຳອິດ ຮວມເຖິງຍັງເປັນຊາວອະເມລິກັນຜູ້ທຳອິດຜູ້ເກີດໃນທົດສະວັດທີ່ 60 ຜູ້ໄດ້ຮັບເລືອກຕັ້ງເປັນປະທານາທິບະດີ. ທ່ານເຄີຍດຳລົງຕຳແໜ່ງສະມາຊິກວຸທິສະພາແຕ່ລັດອັລລິນອຍສ໌ ໃນປີ 2005 ກະທັ່ງຮອດວັນທີ່ 16 ພະຈິກ 2008. ຫຼັງຈາກປະກາດລົງສະມັກການເລືອກຕັ້ງປະທານາທິບະດີສະຫະລັດອະເມລິກາ ຄ.ສ. 2008, ທ່ານເຂົ້າດຳລົງຕຳແໜ່ງໃນວັນທີ່ 20 ມັງກອນ ຄ.ສ. 2009 ຢູ່ຕືກຢູເອສແຄປິຕອລ ວໍຊິງຕັນ ດີ.ຊີ.[ຕ້ອງການອ້າງອີງ]

ໂອບາມາເກີດໃນໂຮໂນລູລູ ລັດຮາວາຍ ສຳເລັດການສຶກສາຈາກມະຫາວິທະຍາໄລໂຄລຳເບຍແລະໂຮງຮຽນກົດໝາຍຮາຣ໌ວາດ ທີ່ເຊິ່ງເຂົາໄດ້ເປັນປະທານວາລະສານ Harvard Law Review ເຂົາເຄີຍຜູ້ຈັດການຊຸມຊົນໃນຊິຄາໂກກ່ອນສຳເລັດປະລິນຍາດ້ານກົດໝາຍ ເຂົາເຮັດວຽກເປັນໄອຍະການສິດທິມະນຸດສະຍະຊົນໃນຊິຄາໂກແລະສອນກົດໝາຍລັດຖະທຳມະນູນທີ່ໂຮງຮຽນກົດໝາຍຂອງມະຫາວິທະຍາໄລຊິຄາໂກຕັ້ງແຕ່ ຄ.ສ. 1992 ເຖິງ 2004 ເປັນຜູ້ແທນເຂດ 13 ສາມສະໄໝໃນລັດຖະສະພາອັລລິນອຍສ໌ ຕັ້ງແຕ່ ຄ.ສ. 1997 ເຖິງ 2004[ຕ້ອງການອ້າງອີງ]

ຫຼັງບໍ່ໄດ້ຮັບການເລືອກຕັ້ງເຂົ້າໄປໃນສະພາຜູ້ແທນລາຊະດອນແຫ່ງສະຫະລັດອາເມລິກາໃນນາມຂອງພັກເດໂມແຄຕໃນ ຄ.ສ. 2000 ໂອບາມາໄດ້ລົງຮັບສະມັກເລືອກຕັ້ງເປັນສະພາວຸທິສະພາສະຫະລັດໃນ ຄ.ສ. 2004 ຫຼາຍເຫດການໄດ້ນຳເຂົາໄປສູ່ຄວາມສົນໃຈໃນລະດັບຊາດລະຫວ່າງການລົນລະລົງຫາສຽງ ຮວມທັງໄຊຊະນະຂອງເຂົາໃນການຄັດເລືອກຜູ້ແທນພັກດີໂມແຄຣຕໃນເດືອນມີນາ ຄ.ສ. 2004 ແລະຄຳປາໄສສຳຄັນລະຫວ່າງການປະຊຸມຕົວແທນພັກດີໂມແຄຣຕໃນເດືອນກໍລະກົດ ຄ.ສ. 2004 ເຂົາຊະນະການເລືອກຕັ້ງເປັນວຸທິສະມາຊິກສະພາລັດອິລລິນອຍສ໌ໃນເດືອນພະຈິກ ຄ.ສ. 2004 ການລົນນະລົງເລືອກຕັ້ງປະທານາທິບະດີຂອງເຂົາເລິ່ມຂຶ້ນໃນເດືອນກຸມພາ ຄ.ສ. 2007 ແລະຫຼັງການລົນນະລົງໄລຍະສັ້ນໆ ໃນການຄັດເລືອກຜູ້ສະມັກຜູ້ສະມັກປະທານາທິບະດີສະຫະລັດພັກເດໂມແຄຕ ຄ.ສ. 2008 ແຂ່ງກັບຮິລລາລີ ຄລິນຕັນເຂົາໄດ້ຮັບການສະເໜີຊື່ຈາກພັກ ໃນການເລືອກຕັ້ງປະທານາທິບະດີ ຄ.ສ. 2008 ເຂົາເອົາຊະນະຜູ້ສະມັກຈອນ ແມກເຄນຈາກພັກຣີພັບລິກັນ ແລະເຂົ້າຮັບຕຳແໜ່ງປະທານາທິບະດີຢ່າງເປັນທາງການເມື່ອວັນທີ່ 20 ມັງກອນ ຄ.ສ. 2009 ຫຼັງຈາກນັ້ນບໍ່ດົນກໍໄດ້ຮັບຮາງວັນໂນເບລສາຂາສັນຕິພາບປະຈຳ ຄ.ສ. 2009[ຕ້ອງການອ້າງອີງ]

ໃນລະຫວ່າງການເຮັດໜ້າທີ່ໃນສະພາຄອງເກຣສທີ່ 109 ນັ້ນ ໂອບາມາໄດ້ຮຽກຮ້ອງໃຫ້ມີການຄວບຄຸມການໃຊ້ອາວຸດແລະຮຽກຮ້ອງໃຫ້ມີການຖະແຫຼງການເລື່ອງການໃຊ້ຈ່າຍເງິນທອງຂອງລັດຖະບານໃຫ້ສາທາລະນະຊົນໃຫ້ຊາບນຳ ນອກຈາກນັ້ນໃນຊ່ວງນີ້ ເຂົາຍັງເຄີຍໄປເຍືອນເອີລົບຕາເວັນອອກ ຕາເວັນອອກກາງແລະແອຟິກາຢ່າງເປັນທາງການນຳໃນສະພາຄອງເກຣສທີ່ 110 ເຂົາກໍໄດ້ຮຽກຮ້ອງໃຫ້ມີການດູແລບັນຫາອາຊະຍາກຳທາງອິເລັກທໍນິກສ໌ ສະພາວະອາກາດປ່ຽນແປງຫຼືພາວະໂລກຮ້ອນ ການກໍ່ການຮ້າຍດ້ວຍອາວຸດນິວເຄຍ ແລະໃຫ້ການດູແລທະຫານຜ່ານສຶກສົງຄາມອິຣັກແລະສົງຄາມອັຟການິດສະຖານ[ຕ້ອງການອ້າງອີງ]

ຊີວິດໃນວັຍເດັກຈົນຮອດວັຍເຮັດວຽກ

[ດັດແກ້]
ສູຕິບັດຂອງບາຣັກ ໂອບາມາ

ໂອບາມາເກີດເມື່ອວັນທີ່ 4 ສິງຫາ ຄ.ສ. 1961 ທີ່ເມືອງໂຮໂນລູລູ ລັດຮາວາຍ[2][3] ເປັນບຸດຊາຍຂອງນາຍບາຣັກ ໂອບາມາ ຊີເນຍ ຊາວຈັງຫວັດເຊຍຍາ ປະເທດເຄນຍາ ແລະນາງແອນ ດັນແຮມ ຊາວເມືອງວິຊິທໍ ລັດແຄນຊັສ[4][5] ເຊິ່ງແມ່ຂອງເຂົາມີເຊື້ອສາຍວົງຕະກູນມາຈາກອັງກິດ ໄອແລນ ສະກັອດແລນ ເວລສ໌ ເຢຍລະມັນ ແລະ ສະວິດເຊີແລນ[6][7][8]

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). Obama's maternal heritage consists mostly of English ancestry, with much smaller amounts of German, Irish, Scottish, Welsh, Swiss, and French ancestry.
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).