ນິກາຍໂບດທູຈີຊັດ

ຈາກ ວິກິພີເດຍ

ນິກາຍໂບດທູຈີຊັດແປວ່າ ໂບດຂອງພະເຢຊູໂດຍແທ້ຈິງ ແມ່ນ ກຸ່ມຄວາມເຊື່ອທາງ ສາສະໜາຄິດ ເຊິ່ງແຕກຂະແໜງອອກມາຈາກຄິດຕະສາສະໜາ ນິກາຍໂປເຕດແຕນ ຕົ້ນສັງກັດຢູ່ ປະເທດຈີນ ໂດຍກຸ່ມເຊິ່ງເອີ້ນວ່າ Pentecostal ເຊິ່ງຕັ້ງຂຶ້ນຢູ່ເມືອງ ປັກກິ່ງ ປະເທດຈີນ ໃນປີ ຄ.ສ.໑໙໑໗.

ປະທານຂອງກຸ່ມ ທີ່ໄດ້ຈາກການເລືອກຕັ້ງຄົນປັດຈຸບັນ ແມ່ນ ຫຼວງພໍ່ Yung-Ji Lin ກຸ່ມນີ້ມີຄວາມເຊື່ອທາງສາສະໜາຫຼັກ ເຊິ່ງວ່າມີພະເຈົ້າພຽງອົງດຽວ ແລະ ເຊື່ອໃນຄຳສອນຂອງພະເຢຊູ.

ຄຳສອນຫຼັກ ໑໐ ປະການ[ດັດແກ້]

  1. ວິນຍານສັກສິດ: ການເວົ້າອັນແຈ່ມແຈ້ງ ສະແດງເຖິງຈິດວິນຍານອັນສັກສິດ ເປັນການຮັບຮອງ ທີ່ພວກເຮົາສືບທອດກັນມາເທິງອານາຈັກແຫ່ງສະຫວັນ.
  2. ພິທີລ້າງບາບ: ພິທີສີນລ້າງບາບ ຫຼືສີນຈຸ່ມ ເປັນການໃຫ້ສັດຕະຍາບານ ເພື່ອລົບລ້າງບາບ ແລະລິເລີ່ມຕົ້ນຊີວິດໃໝ່ ພິທີສີນລ້າງແດ່ ຕ້ອງເຮັດໃນສະຖານທີ່ເຊິ່ງມີນ້ຳຕາມທຳມະຊາດ ເຊັ່ນ ແມ່ນ້ຳ ທະເລ ຫຼືນ້ຳພຸຕາມທຳມະຊາດ. ຜູ້ເຮັດພິທີນີ້ແລ້ວ ແມ່ນຜູ້ໄດ້ຮັບ ວິນຍານອັນສັກສິດ ເຊິ່ງເປັນສື່ລະຫວ່າງຜູ້ເຮັດພິທີ ແລະພະເຢຊູຄິດ ໃນການເຮັດພິທີ ຜູ້ທີ່ໄດ້ຮັບການເຮັດພິທີ ຕ້ອງດຳລົງໃນນ້ຳໃຫ້ມິດ ຕັ້ງແຕ່ຫົວຮອດຕີນ.
  3. ພິທີີລ້າງຕີນ: ພິທີຮັບເຂົ້າເປັນຄິສະສາສະນະຊົນແຫ່ງການຊຳລະຕີນ ສາມາດເຮັດໃຫ້ຄົນຜູ້ນັ້ນ ເປັນສ່ວນໜຶ່ງຂອງພະເຢຊູເຈົ້າ ແລ້ວຍັງຖືເປັນການຮັບໃຊ້ປະດຸດສິ່ງເຊິ່ງຢູ່ເປັນນິລັນດອນ ມີໄວ້ເຊິ່ງຄວາມຮັກ, ຄວາມສັກສິດ, ຄວາມອ່ອນນ້ອມຖ່ອມຕົນ, ການໃຫ້ອະໄພ ແລະການຮັບໃຊ້ ທຸກຄົນຜູ້ໄດ້ຮັບນ້ຳໃນ ພິທີຊຳລະບາບ ໃຫ້ຕີນຂອງເຂົາເຈົ້າເຫຼົ່ານັ້ນ ຖືກຊຳລະໃນນາມຂອງພະຄິດ ການສຳລະລ້າງຕີນເຊິ່ງກັນແລະກັນນັ້ນ ບໍ່ວ່າເມື່ອໃດ ກໍ່ຖືວ່າເປັນສິ່ງສົມຄວນ.
  4. ສິນມະຫາສະນິດ: ສີນມະຫາສະນິດ ແມ່ນພິທີສັກສິດໃນການລະເລິກຮອດການສິ້ນພະຊົນຂອງພະເຢຊູ ເພື່ອເຮັດໃຫ້ໄດ້ມີສ່ວນຮ່ວມໃນພະກາຍ ແລະພະໂລຫິດຂອງພະຄິດເຈົ້າ ແລະຢູ່ກັບພະອົງເພື່ອໃຫ້ມີຊີວິດຊົ່ວນິລັນດອນ ແລະຢູ່ຈົນເຖິງມື້ຫຼ້າ ເຊິ່ງພິທີນີ້ຄວນຈັດຂຶ້ນເລື້ອຍ ໆ ເທົ່າທີ່ຈະເຮັດໄດ້ ໂດຍໃຊ້ພຽງເຂົ້າຈີ່ແລະນ້ຳອະງຸ່ນ.
  5. ມື້ບໍລິສຸດ: ມື້ບໍລິສຸດ, ມື້ທີ 7 ຂອງອາທິດ (ວັນເສົາ), ເປັນມື້ສັກສິດ, ໄດ້ຮັບພອນ ແລະຊ່ອຍໃຫ້ພົ້ນຈາກບາບໂດຍພະຜູ້ເປັນເຈົ້າ ຈະຖືກເຝົ້າເບິ່ງແຍງ ພາຍໃນການສະເຫຼີມສະຫຼອງແຫ່ງການດົນບັນດານ ແລະການໄຖ່ບາບຈາກພະຜູ້ເປັນເຈົ້າຜູ້ງາມສະຫງ່າ ແລະດ້ວຍຄວາມຫວັງແຫ່ງການໄດ້ພັກຢ່າງນິລັນດອນຂອງຊີວິດເຊິ່ງເຂົ້າມາ.
  6. ພະເຢຊູ: ພະເຢຊູ ຜູ້ບັງເກີດຂຶ້ນເປັນເນື້ອໜັງ ສິ້ນພະຊົນເທິງໄມ້ກາງເຂນເພື່ອການໄຖ່ບາບ ແລະ ກັບຄືນຊີບໃນມື້ທີສາມ ແລ້ວສະເດັດຂຶ້ນສະຫວັນ ຊົງເປັນຜູ້ໄຖ່ບາບພຽງໜຶ່ງດຽວ ຂອງ ມະນຸດຊາດ ເປັນ ຜູ້ສ້າງສະຫວັນ ແລະ ໂລກ ແລະ ເປັນ ພະເຈົ້າທີ່ແທ້ຈິງພຽງໜຶ່ງດຽວເທົ່ານັ້ນ.
  7. ພະຄໍາພີ: ພະຄຳພີ (ເຊິ່ງປະກອບດ້ວຍ ພັນທະສັນຍາເດີມ ແລະພັນທະສັນຍາໃຫມ່) ໄດ້ຮັບການດົນໃຈຈາກພະເຈົ້າ ເປັນຄຳພີແຫ່ງສັດຈະທຳ ແລະເປັນບັນທັດຖານໃນການດຳເນີນຊິວິດຂອງ ຊາວຄິດ.
  8. ການໄຖ່ບາບ: ດ້ວຍວ່າເຊິ່ງມະນຸດທັງຫລາຍລອດນັ້ນ ກໍ່ລອດໂດຍພະຄຸນໂດຍຄວາມເຊື່ອ ໂດຍທີ່ພະເຈົ້າຊົງເມດຕາປະທານໃຫ້ ເຈົ້າຕ້ອງເຊື່ອໝັ້ນໃນວິນຍານສັກສິດ ເພື່ອຊັກນຳໄປສູ່ຄວາມສັກສິດ ໃນການເທີດທູນພະເຈົ້າ ແລະ ໃນການຮັກເຫຼົ່າມະນຸດຊາດ.
  9. ໂບດ: ໂບດແຫ່ງພະເຢຊູອັນແທ້ຈິງເຊິ່ງຕັ້ງຂຶ້ນໂດຍພະເຢຊູ ຜ່ານ ວິນຍານສັກສິດໃນຊ່ວງແຫ່ງຝົນ ເປັນການບູລະນະກັບຄືນມາ ຂອງໂບດອັນແທ້ຈິງ.
  10. ການຕັດສິນຫຼ້າ: ການກັບມາເທື່ອທີສອງ ຂອງ ພະເຈົ້າ ພະເຈົ້າຈະລົງມາຈາກສະຫວັນໃນມື້ຫຼ້າ ເພື່ອພິພາກສາ: ຄົນດີຈະມີຊີວິດນິລັນ ສ່ວນຄົນຊົ່ວຈະຖືກລົງໂທດຕະຫຼອດການ.

ອ້າງອີງ[ດັດແກ້]

  • ພະຄິດຕະທຳຄຳພີ ໂດຍ ສະມາຄົມພະຄິດຕະທຳໄທ

ເບິ່ງຕື່ມ[ດັດແກ້]

Commons
Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ນິກາຍໂບດທູຈີຊັດ