ນາຊາ
ຮູບຮ່າງການສະແດງຜົນ
ອົງການບໍລິຫານການບິນແລະອະວະກາດແຫ່ງຊາດ ຫຼື ນາຊາ (ອັງກິດ: National Aeronautics and Space Administration - NASA) ກໍ່ຕັ້ງຂຶ້ນເມື່ອວັນທີ 29 ກໍລະກົດ ຄ.ສ. 1958 ຕາມລັດຖະບັນຫຍັດການບິນແລະອະວະກາດແຫ່ງຊາດ[1] ແມ່ນໜ່ວຍງານສ່ວນລາຊະການ ຮັບຜິດຊອບໃນໂຄງການອະວະກາດແລະງານວິໄຈຫ້ວງອາກາດອະວະກາດ (aerospace) ໄລຍະຍາວຂອງສະຫະລັດອາເມລິກາ ຄອຍຈັດການຫຼືຄວບຄຸມລະບົບງານວິໄຈທັງກັບຝ່າຍພົນລະເຮືອນແລະຝ່າຍທະຫານ. ໃນເດືອນກຸມພາ ຄ.ສ. 2006 ອົງການນາຊາໄດ້ປະກາດພາລະກິດຫຼັກແມ່ນການບຸກເບີກອະນາຄົດແຫ່ງການສຳຫຼວດອະວະກາດ ການຄົ້ນພົບທາງວິທະຍາສາດ ແລະງານວິໄຈທາງການບິນແລະອະວະກາດ.[2]
ຄຳຂວັນຂອງອົງການນາຊາ ແມ່ນ "ເພື່ອປະໂຫຍດຂອງທຸກຜູ້ທຸກຄົນ" (For the benefit of all).[3]
ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).