ນັກໂທດການເມືອງ

ຈາກ ວິກິພີເດຍ

ນັກໂທດການເມືອງ ແມ່ນຜູ້ຄົນເຊິ່ງຖືກຄຸມຂັງຢູ່ໃນຄຸກ ຍ້ອນຕໍ່ຕ້ານຫຼືດຳລິຕິຕຽນລັດຖະບານ. ຄຳນີ້ແມ່ນມັກໃຊ້ໂດຍຜູ້ຄົນຫຼືກຸ່ມ ເຊິ່ງຕໍ່ຕ້ານຄວາມຖືກຕ້ອງຕາມກົດໝາຍຂອງການກັກຂັງນັກໂທດ. ຜູ້ຄົນເຊິ່ງໃຊ້ຄຳນີ້ມັກເວົ້າເຖິງຄົນຜູ້ພວມຈຳຄຸກຍ້ອນກິຈະກໍາທາງດ້ານການເມືອງ.