ທີຣະສິນ ແດງດາ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ທີລະສິນ ແດງດາ)
ທີລະສິນ ແດງດາ
ຂໍ້ມູນສ່ວນບຸກຄົນ
ຊື່ເຕັມທີລະສິນ ແດງດາ
ວັນເກີດ6 ມິຖຸນາ ຄ.ສ. 1988(1988-06-06)
ບ່ອນທີ່ເກີດບາງກອກ ປະເທດໄທ
ສ່ວນສູງ1.81 (5 ຟຸດ 11.3 ນິ້ວ)[1]
ຕຳແໜ່ງກອງໜ້າ
ຂໍ້ມູນສະໂມສອນ
ສະໂມສອນປະຈຸບັນ
ເອສຊີຈີ ເມືອງທອງ ຍູໄນເຕັດ
ໝາຍເລກ10
ສະໂມສອນເຍົາວະຊົນ
2003–2004ໂຮງຮຽນອັດສັມຊັນທົນບຸລີ
ສະໂມສອນອາຊີບ*
ປີທີມລົງຫຼີ້ນ(ປະຕູ)
2004–2005ໂຮງຮຽນຈ່າອາກາດ6(3)
2006–2007ລາຊະປະຊາ18(9)
2007→ໂຮງຮຽນຈ່າອາກາດ (ຍືມໂຕ)(13)
2007ເອສຊີຈີ ເມືອງທອງ ຍູໄນເຕັດ15(7)
2007–2008ແມນເຊສເຕີ້ ຊິຕີ້25(18)
2008-2009ສະໂມສອນບານເຕະລິເວີພູ (ຍືມໂຕ)28(18)
2009ເມືອງທອງ ຍູໄນເຕັດ186(114)
2014–2015ອູເດ ອັນເມລີອາ (ຍືມໂຕ)6(1)
ທີມຊາດ
2002-2004ໄທ ຍູ1711(7)
2005-2007ໄທ ຍູ192(28)
2007-2009ອັງກິດ13(5)
2009–ໄທ68(33)
* ນັດທີ່ລົງຫຼີ້ນແລະປະຕູທີ່ຍິງໃຫ້ສະໂມສອນສະເພາລີກໃນປະເທດເທົ່ານັ້ນ ຂໍ້ມູນຫຼ້າສຸດ ນະ ວັນທີ່ 5 ທັນວາ 2014

† ລົງຫຼີ້ນ (ປະຕູ)

‡ ນັດທີ່ລົງຫຼີ້ນແລະປະຕູທີ່ຍິງໃຫ້ທີມຊາດ
ຂໍ້ມູນຫຼ້າສຸດ ນະ ວັນທີ່ 21 ຕຸລາ 2013

ທີລະສິນ ແດງດາ (ໄທ: ธีรศิลป์ แดงดา) ຊື່ຫຼີ້ນ ມຸ້ຍ ເກີດວັນທີ 6 ມິຖຸນາ ຄ.ສ. 1988 ເປັນນັກບານເຕະທີມຊາດໄທ ປະຈຸບັນຫຼີ້ນໃຫ້ກັບເມືອງທອງ ຍູໄນເຕັດ ໃນໄທພຣີເມຍລີກ ໃນຕຳແໜ່ງກອງໜ້າ.

ປະຫວັດ[ດັດແກ້]

ທີລະສິນ ແດງດາ ເກີດຢູ່ບາງກອກ ມີບິດາຊື່ພ.ອ.ອ.ປະສິດ ແດງດາ ແລະ ມານດາຊື່ການຈະນາ ເຊິ່ງເປັນຊາວຈັງຫວັດສຸລິນ ແລະ ທີລະສິນມີນ້ອງສາວໜຶ່ງຄົນຊື່ທະນີການ ແດງດາ ເຊິ່ງເປັນນັກກີລາບານເຕະຍິງທີມຊາດໄທ ທັງນີ້ ທີລະສິນສຳເລັດການສຶກສາລະດັບມັດຖະຍົມສຶກສາຕອນປາຍຈາກໂຮງຮຽນອັດສັມຊັນທົນບຸລີ ໂດຍລາວໄດ້ເປັນໜຶ່ງໃນນັກບານເຕະເຍົາວະຊົນຂອງໂຮງຮຽນອັດສັມຊັນທົນບຸລີນຳ ເຊິ່ງໄດ້ຮັບຄຳຊົມຈາກເພື່ອນຮ່ວມລຸ້ນ ແລະ ຜູ້ເຝິກສອນຂອງໂຮງຮຽນອັດສັມຊັນທົນບຸລີວ່າ ເປັນນັກບານເຕະທີ່ເກັ່ງ ແລະ ສາມາດເຄື່ອນໄຫວໄປນຳບານເຕະໄດ້ຢ່າງໄວວາ.

ບານເຕະສະໂມສອນ[ດັດແກ້]

ຈ່າອາກາດແລະລາຊະປະຊາ[ດັດແກ້]

ທີລະສິນ ແດງດາ ເລີ່ມຕົ້ນຫຼີ້ນບານເຕະນຳສະໂມສອນບານເຕະໂຮງຮຽນຈ່າອາກາດ ໃນໄທລີກດິວິຊັ່ນ 1 ລະດູການ 2547/48 ໃນຊ່ວງໄວພຽງ 17 ປີ ເຊິ່ງລາວບໍ່ຄ່ອຍມີໂອກາດລົງຫຼີ້ນຫຼາຍນັກ ແຕ່ກໍສາມາດເຮັດປະຕູໄດ້ 3 ປະຕູຈາກການລົງຫຼີ້ນພຽງ 6 ນັດ ເຊິ່ງໃນຂະນະນັ້ນ ຍັງຫຼີ້ນໃນຕຳແໜ່ງກອງກາງຕົວລຸກ.

ປີ ຄ.ສ. 2006 ທີລະສິນ ຍ້າຍໄປຫຼີ້ນໃຫ້ແກ່ລາຊະປະຊາ ເອັຟຊີ ໃນບານເຕະຖ້ວຍພະລາຊະທານປະເພດ ຂ ແລະຕົກຮອບແບ່ງກຸ່ມ ໂດຍທີລະສິນໄດ້ລົງຫຼີ້ນໃນຕຳແໜ່ງກອງໜ້າຫຼາຍຂຶ້ນ ແລະສາມາດເຮັດປະຕູໄດ້ເຖິງ 9 ປະຕູ ຈາກການລົງຫຼີ້ນ 18 ນັດ ລວມທັງຈ່າຍໃຫ້ເພື່ອນເຮັດປະຕູເຖິງ 5 ເທື່ອ.

ລະດູການ 2007 ທີລະສິນ ຖືກຍືມຕົວມາຫຼີ້ນໃຫ້ແກ່ໂຮງຮຽນຈ່າອາກາດຕື່ມອີກເທື່ອໃນຊ່ວງເຄິ່ງລະດູການທຳອິດ.

ເບິ່ງຕື່ມ[ດັດແກ້]

ອ້າງອີງ[ດັດແກ້]

  1. ขัอมูลนักเตะ เอสซีจี เมืองทอง ยูไนเต็ด