ທະນີ
ທະນີ (ວົງ: Hylobatidae; ອັງກິດ: Gibbon) ຈັດຢູ່ໃນຟີລຳສັດມີແກນສັນຫຼັງ ຊັ້ນສັດລ້ຽງລູກດ້ວຍນົມ ອັນດັບວານອນ (Primates) ເປັນລິງບໍ່ມີຫາງ ເຊິ່ງຈັດໃຫ້ຢູ່ໃນວົງ Hylobatidae ແລະຈັດໃຫ້ເປັນ 1 ໃນ 4 ລີງທີ່ມີຄວາມໃກ້ຄຽງກັບມະນຸດຫຼາຍທີ່ສຸດ ເຊິ່ງປະກອບໄປດ້ວຍ ທະນີ, ຈິມແປນຊີ, ອຸລັງອຸຕັງ, ກໍລິລາ ໂດຍທະນີຈະມີຄວາມໃກ້ຄຽງມະນຸດໜ້ອຍທີ່ສຸດໃນບັນດາລີງໄຮ້ຫາງທັງ 4 ນີ້ ເນື່ອງຈາກມີແຂນຂາເລັກແລະຍາວ ມີແຂ້ວແງທີ່ແຫຼມຄົມ ແລະໃຊ້ຊີວິດຫາກິນຢູ່ເທິງກົກໄມ້ຫຼາຍກວ່າພື້ນດິນ.[໑] ນັບວ່າທະນີມີແຂນທີ່ມີໄລຍະຍາວທີ່ສຸດໃນບັນດາສັດອັນດັບວານອນທັງໝົດ.[໒]
ອ້າງອີງ[ດັດແກ້]
- ↑ ตีแผ่ชีวิตชะนี
- ↑ วิถีวานร, "พินัยกรรมธรรมชาติ". สารคดีทางทีวีไทย: ศุกร์ที่ 18 มกราคม 2556