ທຣານຊິສເຕີ

ຈາກ ວິກິພີເດຍ

ທະລານຊິສະເຕີ (ອັງກິດ: transistor) ແມ່ນອຸປະກອນສານກຶ່ງໂຕນຳທີ່ ສາມາດເຮັດໜ້າທີ່ ຂະຫຍາຍສັນຍານໄຟຟ້າ ເປິດ/ປິດສັນຍານໄຟຟ້າ ຄົງຄ່າແຮງດັນໄຟຟ້າ ຫຼືກ້ຳສັນຍານໄຟຟ້າ (modulate) ເປັນຕົ້ນ. ການເຮັດວຽກຂອງທະລານຊິສະເຕີ ປຽບໄດ້ກັບວາວ ທີ່ຖືກຄວບຄຸມດ້ວຍສັນຍານໄຟຟ້າຂາເຂົ້າ ເພື່ອປັບຂະໜາດກະແສໄຟຟ້າຂາອອກ ທີ່ມາຈາກແຫຼ່ງຈ່າຍແຮງດັນ.