ດໍລີ (ແກະ)

ຈາກ ວິກິພີເດຍ

ດໍລີ (ອັງກິດ: Dolly) (5 ກໍລະກົດ 2539 – 14 ກຸມພາ 2546) ເປັນແກະລ້ຽງເພດເມຍ ແລະເປັນສັດລ້ຽງລູກດ້ວຍນ້ຳນົມໂຕທຳອິດທີ່ຖືກກະໂລນຈາກເຊລູນຮ່າງກາຍ (somatic cell) ຂອງສັດໂຕເຕັມໄວ ໂດຍໃຊ້ວິທີຖ່າຍຝາກນູກະເລອຸດ (nuclear transfer)[1][2] ດໍລີຖືກກະໂລນໂດຍ ອີຢັນ ວິນມຸດ (Ian Wilmut) ຄີດ ແຄມເບິນ (Keith Campbell) ແລະຜູ້ຮ່ວມງານໃນສະຖາບັນລໍສະລິນ (Roslin Institute) ສ່ວນໜຶ່ງຂອງມະຫາວິທະຍາໄລເອດິນບະລະ ປະເທດເອກົດ ແລະບໍລິສັດເຕັກໂນໂລຊີຊີວະພາບ PPL Therapeutics ຊຶ່ງຕັ້ງຢູ່ໃກ້ກັບເອດິນບະລະ ເງິນທຶນໃນການກະໂລນດໍລີມາຈາກບໍລິສັດ PPL Therapeutics ແລະກະຊວງການກະເສດຂອງສະຫະລາຊະອານາຈັກ[3] ມັນເກີດເມື່ອວັນທີ 5 ກໍລະກົດ ພ.ສ. 2547 ແລະຕາຍດ້ວຍພະຍາດທາງປອດເມື່ອອາຍຸໄດ້ 6 ປີ 7 ເດືອນ[4] ຫຼາຍສື່ ເຊັ່ນ BBC News ແລະ Scientific American ຍ້ອງຍໍໃຫ້ມັນເປັນ "ແກະໂດ່ງດັງທີ່ສຸດໃນໂລກ".[5][6]

ເຊລູນທີ່ໃຊ້ເປັນຜູ້ບໍລິຈາກເພື່ອກະໂລນດໍລີ ຖືກນຳມາຈາກ ຕ່ອມນ້ຳນົມ ແລະການທີ່ສາມາດສ້າງກະໂລນທີ່ແຂງແຮງໄດ້ແມ່ນໂຕພິສູດວ່າ ເຊລູນຈາກສ່ວນໜຶ່ງຂອງຮ່າງກາຍສາມາດນຳມາສ້າງສິ່ງມີຊີວິດໄດ້ທັງໂຕ ວິນມຸດກ່າວກ່ຽວກັບຊື່ຂອງດໍລີວ່າ "ດໍລີມາຈາກເຊລູນຕ່ອມນ້ຳນົມ ແລະພວກເຮົາບໍ່ສາມາດຄຶດເຖິງຕ່ອມນ້ຳນົມທີ່ເປັນຕາປະທັບໃຈຫຼາຍກວ່າຂອງດໍລີ ພາຕັນ ໄດ້".[7]

ອ້າງອີງ[ດັດແກ້]

  1. McLaren A (2000). "Cloning: pathways to a pluripotent future". Science. 288 (5472): 1775–80. doi:10.1126/science.288.5472.1775. PMID 10877698.
  2. Wilmut I; Schnieke AE; McWhir J; Kind AJ; et al. (1997). "Viable offspring derived from fetal and adult mammalian cells". Nature. 385 (6619): 810–3. Bibcode:1997Natur.385..810W. doi:10.1038/385810a0. PMID 9039911.
  3. Edwards, J. (1999). "Why dolly matters: Kinship, culture and cloning". Ethnos. 64 (3–4): 301–324. doi:10.1080/00141844.1999.9981606.
  4. "Dolly the sheep clone dies young". BBC News. 14 February 2003
  5. "Is Dolly old before her time?", BBC News, 27 May 1999. ຮຽກຂໍ້ມູນວັນທີ 4 October 2009
  6. Lehrman, Sally. "No More Cloning Around", Scientific American, July 2008. ຮຽກຂໍ້ມູນວັນທີ 21 September 2008
  7. "1997: Dolly the sheep is cloned", BBC News, 22 February 1997