Jump to content

ດີອົດ

ຈາກ ວິກິພີເດຍ

ດີອົດ (ຝຣັ່ງ: diode) ຫຼື ໄດໂອດ (ອັງກິດ: diode) ແມ່ນອຸປະກອນເອເລັກຕະໂລນິກຊະນິດສອງຂັ້ວ ເຊິ່ງອອກແບບແລະຄວບຄຸມທິດທາງການໄຫຼຂອງປະຈຸໄຟຟ້າ ມັນຈະຍອມໃຫ້ກະແສໄຟຟ້າໄຫຼໃນທິດທາງດຽວ ແລະກັ້ນການໄຫຼໃນທິດທາງກົງກັນຂ້າມ. ເມື່ອກ່າວເຖິງດີອົດ ມັກຈະໝາຍເຖິງດີອົດເຊິ່ງເຮັດມາຈາກສານກຶ່ງໂຕນຳ (Semiconductor diode) ເຊິ່ງກໍແມ່ນຜະລຶກຂອງສານກຶ່ງໂຕນຳທີ່ຕໍ່ກັນໄດ້ຂັ້ວທາງໄຟຟ້າສອງຂັ້ວ. ສ່ວນດີອົດແບບຫຼອດສຸນຍາກາດ (Vacuum tube diode) ຖືກໃຊ້ສະເພາະທາງໃນເຕັກໂນໂລຊີໄຟຟ້າແຮງສູງບາງປະເພດ ເປັນຫຼອດສຸນຍາກາດທີ່ປະກອບດ້ວຍຂັ້ວເອເລັດຕະໂລນິກສອງຂັ້ວ ເຊິ່ງແມ່ນແຜ່ນໂຕນຳ (plate) ແລະກາຕົດ (cathode).

ອ້າງອີງ

[ດັດແກ້]
ບັນນານຸກົມ
  • Tooley, Mike (2012). Electronic Circuits: Fundamentals and Applications, 3rd Ed.. Routlege. p. 81. ISBN 1-136-40731-6.
  • Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

ແຫຼ່ງຂໍ້ມູນອື່ນ

[ດັດແກ້]