ຊາກດຶກດຳບັນ

ຈາກ ວິກິພີເດຍ

ແມ່ແບບ:ຄວາມໝາຍອື່ນ

ຊາກດຶກດຳບັນກຸ້ງພົບທີ່ລີບັງ

ຊາກດຶກດຳບັນ ຫຼື ຟອດຊິວ (ອັງກິດ: fossil) ຄຳວ່າ ຟອດຊິວ ມີຄວາມໝາຍເດີມວ່າ ເປັນຂອງແປກທີ່ຂຸດຂຶ້ນມາໄດ້ຈາກພື້ນດິນ. ແຕ່ໃນປັດຈຸບັນຖືກນຳມາໃຊ້ໃນຄວາມໝາຍຂອງຊາກ ຫຼື ຮ່ອງຮອຍຂອງສິ່ງທີ່ມີຊີວິດດຶກດຳບັນທີ່ຖືກແປສະພາບດ້ວຍຂະບວນການເກີດຊາກດຶກດຳບັນ ແລະ ຖືກເກັບຮັກສາໄວ້ໃນຊັ້ນຫີນ ໂດຍອາດຈະປະກອບໄປດ້ວຍຊາກເຫຼືອຂອງສັດ, ພືດ ຫຼື ກຸ່ມຂອງສິ່ງທີ່ມີຊີວິດອື່ນໆທີ່ໄດ້ຮັບການຈັດແບ່ງຈຳແນກໄວ້ທາງຊີວະວິທະຍາ ແລະ ຮວມເຖິງຮ່ອງຮອຍຕ່າງໆຂອງສິ່ງທີ່ມີຊີວິດນັ້ນໆ.

ການເກີດຊາກດຶກດຳບັນ[ແກ້ໄຂ]

ຊາກດຶກດຳບັນມີຫຼາຍຊະນິດ, ອາດເປັນສິ່ງທີ່ມີຄວາມຄົງທົນຍາກຕໍ່ການທຳລາຍເຊັ່ນ ແຂ້ວ, ກະດູກ ຫຼື ເປືອກ. ແຕ່ໃນບາງສະພາວະ ອາດມີການເກັບຮັກສາຊາກສັດໝົດໂຕໃຫ້ຄົງຢູ່ໄດ້ເຊັ່ນ: ຊ້າງແມັມມັອດ ຢູ່ຊີເບຣີ

ການປ່ຽນແປງຈາກຊາກສິ່ງທີ່ມີຊີວິດມາເປັນຊາກດຶກດຳບັນນັ້ນ ເກີດໄດ້ໃນຫຼາຍລັກສະນະ ໂດຍທີ່ເມື່ອສິ່ງທີ່ມີຊີວິດຕາຍລົງ, ສ່ວນຕ່າງໆຂອງສິ່ງທີ່ມີຊີວິດຈະຄ່ອຍໆຖືກປ່ຽນ. ຊ່ອງວ່າງ ຫຼື ຮູຕ່າງໆໃນໂຄງສ້າງອາດຈະມີແຮ່ທາດເຂົ້າໄປຕົກຜະລຶກເຮັດໃຫ້ແຂງຂຶ້ນ ເຊິ່ງເອີ້ນຂະບວນການນີ້ວ່າ: ການກາຍເປັນຫີນ (petrification) ຫຼື ເນື້ອເຍື່ອ, ຜະໜັງເຊວ ແລະ ສ່ວນແຂງອື່ນໆ ຈະຖືກແທນທີ່ດ້ວຍແຮ່ທາດ ໂດຍຂະບວນການແທນທີ່ (replacement).

ເປືອກຫອຍ ຫຼື ສິ່ງທີ່ມີຊີວິດທີ່ຈົມຢູ່ຕາມຊັ້ນຕະກອນເມື່ອຖືກລະລາຍໄປກັບນ້ຳບາດານ ຈະເກີດເປັນຮອຍປະທັບຢູ່ເທິງຊັ້ນຕະກອນ ເຊິ່ງເອີ້ນລັກສະນະນີ້ວ່າ ຮອຍພິມ (mold). ຫາກວ່າຊ່ອງວ່າງນີ້ມີແຮ່ເຂົ້າໄປຕົກຜະລຶກ ຈະໄດ້ຊາກດຶກດຳບັນໃນລັກສະນະທີ່ເອີ້ນວ່າຮູບຫຼໍ່ (cast).

ການເພີ່ມກາກບອນ (carbonization) ມັກເປັນການເກັບຮັກສາຊາກດຶກດຳບັນຈຳພວກໃບໄມ້ ຫຼື ສັດນ້ອຍໆ ໃນລັກສະນະທີ່ມີຕະກອນເນື້ອລະອຽດມາປິດທັບຊາກສິ່ງທີ່ມີຊີວິດ. ເມື່ອເວລາຜ່ານໄປ ຄວາມດັນທີ່ເພີ່ມຂຶ້ນ ຈະເຮັດໃຫ້ສ່ວນປະກອບທີ່ເປັນຂອງແຫຼວ ແລະ ກ໊າສຖືກຂັບອອກໄປ ເຫຼືອໄວ້ແຕ່ແຜ່ນຟີມບາງໆຂອງກາກບອນ. ຫາກວ່າແຜ່ນຟີມບາງໆນີ້ຫຼຸດຫາຍໄປ, ຮ່ອງຮອຍທີ່ຍັງຫຼົງເຫຼືອຢູ່ໃນຊັ້ນຕະກອນເນື້ອລະອຽດນີ້ຈະເອີ້ນວ່າ impression.

ສິ່ງທີ່ມີຊີວິດຂະໜາດນ້ອຍທີ່ມີລັກສະນະບອບບາງ ເຊັ່ນ ພວກແມງໄມ້, ການເກັບຮັກສາໃຫ້ກາຍເປັນຊາກດຶກດຳບັນ ໂດຍປົກກະຕິເຮັດໄດ້ຍາກ. ວິທີການທີ່ເໝາະສົມ ສຳລັບສິ່ງທີ່ມີຊີວິດເຫຼົ່ານີ້ ກໍຄືການເກັບໄວ້ໃນຢາງໄມ້ ເຊິ່ງຢາງໄມ້ນີ້ຈະປ້ອງກັນສິ່ງທີ່ມີຊີວິດເຫຼົານີ້ຈາກການທຳລາຍໂດຍທຳມະຊາດ.

ນອກຈາກທີ່ກ່າວມາຂ້າງເທິງທັງໝົດແລ້ວ, ຊາກດຶກດຳບັນຍັງອາດເປັນຮ່ອງຮອຍ ທີ່ເກີດຈາກສິ່ງທີ່ມີຊີວິດເຊັ່ນ: ຮ່ອງຮອຍຂອງສິ່ງທີ່ມີຊີວິດ, ຮອຍຄືບຄານ; ຮອຍຕີນ ທີ່ຢູ່ໃນຊັ້ນຕະກອນ ແລະ ກາຍເປັນຫີນໃນໄລຍະເວລາຕໍ່ມາ ຫຼື ອາດເປັນຮູ ຫຼື ໂພງ (burrows) ໃນຊັ້ນຕະກອນ, ໃນເນື້ອໄມ້ ຫຼື ໃນຫີນທີ່ເກີດຈາກສິ່ງທີ່ມີຊີວິດ ແລະ ມີແຮ່ທາດໄປຕົກຜະລຶກໃນຊ່ອງວ່າງເຫຼົ່ານີ້; ມູນສັດ ຫຼື ເສດອາຫານທີ່ຢູ່ໃນກະເພາະ (coprolites) ເປັນຊາກດຶກດຳບັນທີ່ມີປະໂຫຍດຫຼາຍໃນການບອກເຖິງນິໄສການກິນຂອງສັດນັ້ນໆ ຫຼື ອາດຈະເປັນກ້ອນຫີນທີ່ສັດກິນເຂົ້າໄປ (gastroliths) ເພື່ອຊ່ວຍໃນການຍ່ອຍອາຫານ ແລະ ສາມາດເປັນແບບຢ່າງໄດ້.

ປະເພດຂອງຊາກດຶກດຳບັນ[ແກ້ໄຂ]

ຊາກດຶກດຳບັນສາມາດຈຳແນກອອກເປັນປະເພດຕ່າງໆໄດ້ຫຼາຍລັກສະນະ ທັງນີ້ຂຶ້ນຢູ່ກັບວ່າຈະໃຊ້ຫຼັກເກນຫຍັງເປັນບັນທັດຖານ. ການພະຍາຍາມຈຳແນກຕາມຫຼັກອະນຸກົມວິທານຕາມແບບຊີວະວິທະຍາ ອາດພົບກັບຂໍ້ຈຳກັດ ເນື່ອງຈາກສ່ວນໃຫຍ່ແລ້ວຊາກດຶກດຳບັນ ມັກເປັນສ່ວນຊາກເຫຼືອຈາກການຜຸພັງສະຫຼາຍຕົວ, ສ່ວນໃຫຍ່ເປັນສ່ວນທີ່ແຂງ ມີຄວາມທົນທານຕໍ່ການຜຸພັງສະຫຼາຍຕົວສູງກວ່າສ່ວນທີ່ເປັນເນື້ອເຍື່ອອ່ອນນຸ້ມ ເຊັ່ນ: ກະດູກ, ແຂ້ວ, ກະດອງ, ເປືອກ ແລະ ສານເຊວລູໂລດຂອງພືດບາງສ່ວນ. ແນວໃດກໍຕາມ, ເພື່ອໃຫ້ສອດຄ່ອງກັບປະເພດນັກວິໄຈຊາກດຶກດຳບັນ (ນັກບັນພະຊີວິນວິທະຍາ) ໃນປັດຈຸບັນນີ້ ຈະຈຳແນກຊາກດຶກດຳບັນອອກເປັນ 3 ປະເພດຄື:

  1. ຊາກດຶກດຳບັນສັດ
  2. ຊາກດຶກດຳບັນພືດ
  3. ຊາກດຶກດຳບັນຮ່ອງຮອຍ

ຄວາມສຳຄັນຂອງຊາກດຶກດຳບັນ[ແກ້ໄຂ]

ເມື່ອສຶກສາຈຳນວນຊາກດຶກດຳບັນທີ່ໄດ້ພົບ, ພົບວ່າມີປະລິມານໜ້ອຍຫຼາຍເມື່ອທຽບກັບປະລິມານສິ່ງທີ່ມີຊີວິດທັງຫຼາຍທີ່ເຄີຍມີຊີວິດຢູ່ໃນໂລກ. ຊາກສິ່ງທີ່ມີຊີວິດສ່ວນໃຫຍ່ຖືກທຳລາຍໄປຕາມທຳມະຊາດ. ດັ່ງນັ້ນ, ການເກັບຮັກສາຊາກສິ່ງທີ່ມີຊີວິດຈົນກະທັ້ງກາຍມາເປັນຊາກດຶກດຳບັນ ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງມີສະພາວະທີ່ພິເສດ ເຊິ່ງໄດ້ແກ່: ການຕົກລົງຕົວ ແລະ ການຖືກເກັບຮັກສາໄວ້ຢ່າງວ່ອງໄວ ເພື່ອເປັນການປ້ອງກັນການຖືກທຳລາຍຈາກທຳມະຊາດ ແບະ ການທີ່ຕ້ອງມີສ່ວນທີ່ແຂງຂອງສິ່ງທີ່ມີຊີວິດ ເຊິ່ງເປັນສ່ວນທີ່ຖືກເກັບຮັກສາໄດ້ງ່າຍກວ່າສ່ວນທີ່ອ່ອນນຸ້ມ.

ຊາກດຶກດຳບັນທີ່ພົບໃນຫີນ ມີຄວາມສຳຄັນຢ່າງຍິ່ງ, ມັນສະແດງໃຫ້ເຫັນເຖິງວິວັດທະນາການຂອງສິ່ງທີ່ມີຊີວິດຊະນິດຕ່າງໆ, ໃຊ້ເປັນຕົວກຳນົດອາຍຸຂອງຫີນ ແລະ ນຳໃຊ້ມາເປັນຫຼັກຖານໃນການຫາຄວາມສຳພັນຂອງຊັ້ນຫີນໃນບໍລິເວນຕ່າງໆ. ສິ່ງທີ່ນັກທໍລະນີວິທະຍາສົນໃຈເປັນພິເສດກ່ຽວກັບການນຳຊາກດຶກດຳບັນມາເປັນຕົວກຳນົດອາຍຸຂອງຫີນແມ່ນ ຊາກດຶກດຳບັນດັດຊະນີ (index fossils) ຊຶ່ງເປັນຊາກຂອງສິ່ງທີ່ມີຊີວິດທີ່ເຄີຍມີຊີວິດຢູ່ເທິງໂລກ, ມີການແຜ່ກະຈາຍທົ່ວໄປ ແຕ່ມີຊີວິຢູ່ໃນຊ່ວງສັ້ນໆ ເຊິ່ງການທີ່ພົບຊາກດຶກດຳບັນດັດຊະນີໃນຊັ້ນຫີນຕ່າງບໍລິເວນກັນ, ນັກທໍລະນີວິທະຍາສາມາດກຳນົດໄດ້ວ່າຫີນທີ່ພົບຊາກດຶກດຳບັນດັດຊະນີເຫຼົ່ານັ້ນມີອາຍຸໃນຊ່ວງດຽວກັນ. ແຕ່ແນວໃດກໍຕາມ, ໃນຊັ້ນຫີນຕ່າງໆ ອາດພົບຊາກດຶກດຳບັນດັດຊະນີໄດ້ຍາກ ດັ່ງນັ້ນອາດຈຳເປັນຕ້ອງໃຊ້ກຸ່ມຂອງຊາກດຶກດຳບັນໃນການຫາຄວາມສຳພັນຂອງຊັ້ນຫີນໃນບໍລິເວນຕ່າງໆເຊິ່ງຈະມີຄວາມຖືກຕ້ອງກວ່າການໃຊ້ຊາກດຶກດຳບັນພຽງຊະນິດດຽວ.

ນອກຈາກປະໂຫຍດທີ່ໃຊ້ໃນການຫາຄວາມສຳພັນຂອງຊັ້ນຫີນແລ້ວ, ຊາກດຶກດຳບັນຍັງຖືກນຳມາໃຊ້ໃນການບອກເຖິງສະພາບແວດລ້ອມການສະສົມຕົວຂອງຕະກອນນຳ ເຖິງແມ່ນວ່າສະພາບແວດລ້ອມການສະສົມຕົວອາດຈະໄດ້ຈາກການສຶກສາລາຍລະອຽດຂອງຊັ້ນຫີນ ແຕ່ຊາກດຶກດຳບັນອາດໃຫ້ລາຍລະອຽດທີ່ຫຼາຍກວ່າ.

ອາຍຸຊາກດຶກດຳບັນ, ອາຍຸຫີນ[ແກ້ໄຂ]

ການບອກອາຍຸຂອງຊາກດຶກດຳບັນ ຫຼື ອາຍຸຫີນ ສາມາດບອກໄດ້ 2 ແບບຄື

  • ອາຍຸປຽບທຽບ (Relative Age) ຄືອາຍຸທາງທໍລະນີວິທະຍາຂອງຊາກດຶກດຳບັນ, ຫີນ, ລັກສະນະທາງທໍລະນີວິທະຍາ ຫຼື ເຫດການທາງທໍລະນີວິທະຍາ ເມື່ອປຽບທຽບກັບຊາກດຶກດຳບັນ, ຫີນ, ລັກສະນະທາງທໍລະນີວິທະຍາ ຫຼື ເຫດການທາງທໍລະນີວິທະຍາອື່ນໆ ເຊິ່ງແທນທີ່ຈະແບ່ງອອກເປັນຈຳນວນປີ. ດັ່ງນັ້ນການບອກອາຍຸຂອງຫີນແບບນີ້ ຈຶ່ງບອກໄດ້ພຽງແຕ່ວ່າອາຍຸແກ່ກວ່າ ຫຼື ອ່ອນກວ່າຫີນ ຫຼື ຊາກດຶກດຳບັນອີກຊຸດໜຶ່ງເທົ່ານັ້ນ ໂດຍອາໄສຕຳແໜ່ງການວາງຕົວຂອງຫີນຕະກອນເປັນຕົວບົ່ງບອກ (Index fossil) ເປັນສ່ວນໃຫຍ່ ເພາະຊັ້ນຫີນຕະກອນແຕ່ລະຊັ້ນຈະຕ້ອງໃຊ້ໄລຍະເວລາຊ່ວງໜຶ່ງທີ່ຈະເກີດການທັບຖົມເມື່ອສາມາດຮຽງລຳດັບຂອງຫີນຕະກອນແຕ່ລະຊຸດຕາມລຳດັບກໍຈະສາມາດຫາເວລາປຽບທຽບໄດ້ ແລະ ຈະຕ້ອງໃຊ້ຫຼັກວິຊາການທາງທໍລະນີວິທະຍາ (Stratigraphy) ປະກອບນຳ.

ການສຶກສາເວລາປຽບທຽບໂດຍອາໄສຫຼັກຄວາມຈິງ ມີຢູ່ 3 ຂໍ້ຄື

1. ກົດການວາງຕົວຊ້ອນກັນຂອງຊັ້ນຫີນຕະກອນ (Law of superposition): ຖ້າຫີນຕະກອນຊຸດໜຶ່ງບໍ່ຖືກປີ້ນກັບໂດຍປະກົດການທາງທຳມະຊາດແລ້ວ, ສ່ວນເທິງສຸດຂອງຫີນຊຸດນີ້ຈະອາຍຸອ່ອນ ຫຼື ໜ້ອຍທີ່ສຸດ ແລະ ສ່ວນລຸ່ມສຸດຈະມີອາຍຸແກ່ ຫຼື ຫຼາຍກວ່າສະເໝີ;

2. ກົດຂອງຄວາມສຳພັນໃນການຕັດຜ່ານຊັ້ນຫີນ (Law of cross-cutting relationship ): ຫີນທີ່ຕັດຜ່ານເຂົ້າມາໃນຫີນຂ້າງຄຽງຈະມີອາຍຸໜ້ອຍກວ່າຫີນທີ່ຖືກຕັດເຂົ້າມາ;

3. ການປຽບທຽບຂອງຫີນຕະກອນ (correlation of sedimentary rock): ສຶກສາປຽບທຽບຫີນຕະກອນໃນບໍລິເວນທີ່ຕ່າງກັນໂດຍອາໄສ:

ກ. ໃຊ້ລັກສະນະທາງກາຍະພາບໂດຍອາໄສຄີເບດ (key bed) ເຊິ່ງເປັນຊັ້ນຫີນທີ່ມີລັກສະນະເດັ່ນສະເພາະຕົວຂອງມັນເອງ ແລະ ຖ້າພົບຢູ່ໄສຈະຕ້ອງສາມາດບົ່ງບອກຈົດຈຳໄດ້ຢ່າງຖືກຕ້ອງວ່າຊັ້ນຫີນທີ່ວາງຕົວຢູ່ຂ້າງເທິງ ແລະ ຂ້າງລຸ່ມຂອງຄີເບດຈະມີລັດສະນະຕ່າງກັນອອກໄປໃນແຕ່ລະບໍລິເວນນຳ;

ຂ. ປຽບທຽບໂດຍໃຊ້ຊາກດຶກດຳບັນ (correlation by fossil) ໂດຍມີຫຼັກເກນຄື: ໃນຊັ້ນຫີນໃດກໍຕາມ ຖ້າຫາກມີຊາກດຶກດຳບັນທີ່ຄື ຫຼື ຄ້າຍຄືກັນເກີດຢູ່ໃນຕົວຂອງມັນເອງແລ້ວ, ຊັ້ນຫີນນັ້ນ ຍ່ອມມີອາຍຸ ຫຼື ຊ່ວງເວລາທີ່ເກີດໃກ້ຄຽງດກັບຊາກດຶກດຳບັນທີ່ສາມາດໃຊ້ປຽບທຽບໄດ້ດີ ເປັນຊ່ວງໄລຍະເວລາສັ້ນໆ ແຕ່ເກີດການກະຈາຍເປັນບໍລິເວນກວ້າງຂວາງຫຼາຍທີ່ສຸດ. ຟອດຊິວເຫຼົ່ານີ້ເອີ້ນວ່າຟອດຊິວນຳທາງ ຫຼື ຟອດຊິວບົ່ງບອກ (guide or index fossil).

  • ອາຍຸສຳບູນ (Absolute age) ໝາຍເຖິງອາຍຸຊາກດຶກດຳບັນຂອງຫີນ, ລັກສະນະ ຫຼື ເຫດການທາງທໍລະນີວິທະຍາ (ໂດຍມາດວັດເປັນປີ ເຊັ່ນ: ພັນປີ ຫຼື ລ້ານປີ) ໂດຍທົ່ວໄປໝາຍເຖິງອາຍຸທີ່ຄຳນວນຫາໄດ້ຈາກອີໂຊຕົບຂອງທາດກຳມັນຕະລັງສີ ຂຶ້ນຢູ່ກັບວິທີການ ແລະ ຊ່ວງເວລາຂອງເຄິ່ງຊີວິດ (Half life period) ຂອງທາດນັ້ນໆ ເຊັ່ນ: C-14 ມີເຄິ່ງຊີວິດເທົ່າກັບ 5,730 ປີ ຈະໃຊ້ກັບຫີນ ຫຼື ຟອດຊິວບູຮານຄະດີທີ່ມີອາຍຸບໍ່ເກີນ 50,000 ປີ. ສ່ວນ U-238 ຫຼື K-40 ຈະໃຊ້ຫີນທີ່ມີອາຍຸຫຼາຍໆ ເຊິ່ງມີວິທີການທີ່ສະຫຼັບສັບຊ້ອນ, ໃຊ້ທຶນສູງ ແລະ ແຮ່ທາດທີ່ມີປະລິມານລັງສີໜ້ອຍຫຼາຍ. ວິທີການນີ້ເອີ້ນວ່າ: ການກວດຫາອາຍຸຈາກສານກຳມັນຕະພາບລັງສີ (radiometric age dating).

ການໃຊ້ທາດກຳມັນຕະພາບລັງສີເພື່ອຫາອາຍຸຫີນ ຫຼື ຟອດຊິວນັ້ນ ໃຊ້ຫຼັກການສຳຄັນຄື ການປຽບທຽບອັດຕາສ່ວນຂອງທາດກຳມັນຕະລັງສີທີ່ເຫຼືອຢູ່ (End product) ທີ່ເກີດຂຶ້ນກັບອີໂຊຕົບຂອງທາດກຳມັນຕະລັງສີຕັ້ງຕົ້ນ (Parent isotope) ແລ້ວຄຳນວນໂດຍໃຊ້ເວລາເຄິ່ງຊີວິດມາຊ່ວຍນຳ ກໍຈະໄດ້ອາຍຸຂອງຊັ້ນຫີນ ຫຼື ຊາກດຶກດຳບັນນັ້ນໆເຊັ່ນ:

ວິທີການ Uranium 238 - Lead 206 ວິທີການ Uranium 235 - Lead 207

ວິທີການ Potassium 40 - Argon 206 ວິທີການ Rubidium 87- Strontium 87

ວິທີການ Carbon 14 - Nitrogen 14

ການຫາອາຍຸໂດຍໃຊ້ທາດກຳມັນຕະລັງສີມີປະໂຫຍດ 2 ປະການຄື

1. ຊ່ວຍໃນການກຳນົດອາຍຸທີ່ແນ່ນອນຫຼັງຈາກການໃຊ້ fossil ແລະ Stratigrapy ແລ້ວ;

2. ຊ່ວຍບອກອາຍຸ ຫຼື ເລື່ອງລາວຂອງຍຸກສະໄໝ ພຣີແຄມບຽນ.

ອ້າງອີງ[ແກ້ໄຂ]

ແມ່ແບບ:ເລີ່ມອ້າງອີງ

  • ກົມຊັບພະຍາກອນທໍລະນີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄວາມຫຼາກຫຼາຍທາງຊີວະພາບຂອງສິ່ງທີ່ມີຊີວິດດຶກດຳບັນໃນປະເທດໄທ 114 ປີ (ພສ 2549), ກົມຊັບພະຍາກອນລະນີ (ພາສາໄທ)
  • http://www.yimwhan.com/board/show.php?user=gu-snow&topic=4&Cate=1

ແມ່ແບບ:ຈົບອ້າງອີງ ແມ່ແບບ:ຄອມມອນ-ໝວດໝູ່

ໝວດໝູ່:ຊີວະວິທະຍາວິທະຍາການ ໝວດໝູ່:ສັດຕະວະວິທະຍາ ໝວດໝູ່:ທໍລະນີວິທະຍາ ແມ່ແບບ:ໂຄງບັນພະຊີວິນວິທະຍາ