ຊັງດີຢົງ
ຊັງດີຢົງ[1] (ຝຣັ່ງ: Cendrillon) ຫຼື ຊີນເດີເລລ້າ (ອັງກິດ: Cinderella) ຫຼື ສາວນ້ອຍຂີ້ເທົ່າ ແມ່ນເທບນິຍາຍທີ່ໄດ້ຮັບຄວາມນິຍົມເປັນຢ່າງສູງທົ່ວທັງໂລກ. ມີການດັດແປງເປັນຮູບແບບຕ່າງໆ ຫຼາຍກວ່າພັນເທື່ອ.[2] ເນື້ອເລື່ອງກ່ຽວກັບເດັກນ້ອຍສາວກຳພ້າຜູ້ນຶ່ງທີ່ຢູ່ໃນອຸປະຖຳຂອງແມ່ລ້ຽງກັບເອື້ອຍລ້ຽງສອງຄົນ ແຕ່ຖືກທາລຸນແລະໃຊ້ງານຢ່າງຂ້າຂ້ອຍ. ລຸນຫຼັງ ນາງໄດ້ພົບຮັກກັບເຈົ້າເມືອງຫຼືເຈົ້າຊາຍຜູ້ສູງສັກ.
ຕຳນານຊັງດີຢົງ ມີປາກົດໃນເທບນິຍາຍ ຫຼືນິທານພື້ນບ້ານປະເທດຕ່າງໆ ທົ່ວທັງໂລກໂດຍມີຊື່ຂອງໂຕເອກແຕກຕ່າງກັນອອກໄປ ແຕ່ວ່າສະບັບທີ່ມີຊື່ສຽງທີ່ສຸດເປັນຂອງນັກຂຽນຊາວຝະລັ່ງຊື່ ຊາກ ແປກໂລນ ໃນປີ ຄ.ສ. 1697 ເຊິ່ງອີງມາຈາກວັນນະຄະດີ ຈິອຳບັດຕິສະຕາ ເບຊິນ ເລື່ອງ La Gatta Cenerentola ໃນປີ ຄ.ສ. 1634. ໃນເລື່ອງນີ້ໂຕເອກມີຊື່ວ່າ ເອນລາ (Ella) ແຕ່ແມ່ລ້ຽງກັບເອື້ອຍໃຈຮ້າຍຂອງນາງພາກັນເອີ້ນນາງວ່າ ຊິນເດເລນລ້າ (Cinderella) ອັນໝາຍເຖິງ "ເອນລາຜູ້ເປື້ອນເປີ" ເຊິ່ງກາຍເປັນຊື່ເອີ້ນເທບນິຍາຍໃນໂຄງເລື່ອງນີ້ໂດຍທົ່ວໄປ.
ອ້າງອີງ[ດັດແກ້]
- ↑ ຈາກ ຝຣັ່ງ: Cendrillon ຊັງດຣີຢົງ
- ↑ แจ็ค ซิปส์, The Great Fairy Tale Tradition: From Straparola and Basile to the Brothers Grimm, น. 444, ISBN 0-393-97636-X
- ບັນນານຸກົມ
ແຫຼ່ງຂໍ້ມູນອື່ນ[ດັດແກ້]
- Fairyland Cinderella
- SurLaLune Fairy Tales.com: ຊັງດີຢົງ ພ້ອມຮູບແລະໝາຍເຫດປະກອບ ລວມເລື່ອງຂອງຊັງດີຢົງແບບຕ່າງໆ ທົ່ວໂລກ
- ຊັງດີຢົງ ຂອງ ດິສະນີ
- ຄູ່ມືການຮຽນວ່າດ້ວຍຊັງດີຢົງ ລາຍລະອຽດກ່ຽວກັບໂຕລະຄອນ ພັອດ ສາກ ປຽບທຽບກັນໃນເວີຊັ້ນຕ່າງໆ.
- Cenerentola ໂດຍ ຈິດຳບັດຕິສະຕາ ເບຊິນ ສະບັບແປພາສາອັງກິດ(ອັງກິດ)
- Zezzolla, La Gatta Cenerentola "ຊັງດີຢົງ" ໂດຍ ຈິອຳບັດຕິສະຕາ ເບຊິນ -(ຕົ້ນສະບັບພາສາອິຕາລີ)
- Assepoester (ຊັງດີຢົງ ໃນພາສາໂຮງລັງ) ລວມຂໍ້ມູນແລະຮູບຂອງຊັງດີຢົງ
- ນິທານເອສົບ ເລື່ອງ ໂລໂດພິດກັບເກີບກຸຫຼາບ
- ຊັງດີຢົງ ເວີຊັ້ນເອຢິບ