ຈິນຊີຮ່ອງເຕ້

ຈາກ ວິກິພີເດຍ
ຈິນຊີຮ່ອງເຕ້
ຈັກກະພັດແຫ່ງຈັກກະວັດຈີນ
ຈັກກະພັດແຫ່ງຣາຊະວົງສິນ
ສະເວີຍລາດ221–210 ປີກ່ອນ ຄ.ສ
ພຣະມະຫາກະສັດແຫ່ງຣັດສິນ
ສະເວີຍລາດ247– 221 ປີກ່ອນ ຄ.ສ
Predecessorພຣະເຈົ້າສິນວັງຊຽງ
Successorພຣະອົງເອງ
ປະສູດອິ໋ງ ເຈິ້ງ/ຈ້າວ
260 ປີກ່ອນ ຄ.ສ
ສິ້ນພະຊົນ210 ປີກ່ອນຄ.ສ
Burialສຸສານຫູວງ ຊີອານ[1]
Full name
  • ຊື່ບັນພະຊົນ: ອິ໋ງ (嬴)
  • ຊື່ຕະກູນ: ຈ້າວ (趙)
  • ຊື່ຕົວ: ເຈິ້ງ (政)

ສິນສື່ຫວັງຕີ້​, ຕາມ​ສຳນຽງ​ມາດ​ຕະ​ຖານ ​ຫຼື ຈິ໋ນຊີຮ່ອງເຕ້​ ​ຕາມ​ສໍາ​ນ​ຽງ​ອື່ນ ( ຈີນ: 秦始皇帝; ພິນອິນ: Qín Shǐ Huángdì 260–210 ກ່ອນ ຄ.ສ.) [2] ເປັນພຣະມະຫາກະສັດພຣະອົງທຳອິດແຫ່ງຈັກກະພັດຈີນ [3] [3] ສ້າງຕັ້ງ ລາຊະວົງສິນ ແລະບໍ່ຊົງໃຊ້ຕຳແໜ່ງ ຫວັງ (王) ຄືກັບພຣະມະຫາກະສັດໃນລາຊະວົງຊາງ ແລະ ລາຊະວົງໂຈກ່ອນໜ້ານີ້​ແຕ່​ຊົງໃຊ້ຕຳແໜ່ງຫວັງຕີ້ (皇帝), ອັນເປັນຕຳແໜ່ງທີ່ພຣະມະຫາກະສັດຈີນຊົງໃຊ້ສືບໆກັນມາອີກສອງພັນປີ.

ພຣະອົງປະສູດໃນ ເມືອງຫານຕານ, ເມືອງຫຼວງຂອງລັດຈ້າວ, ມີພະນາມເດີມວ່າ ອິ໋ງ ເຈິ໋ງ (嬴政) ຫຼື ຈ້າວ ເຈິ້ງ (趙政), ພຣະບິດາ ຄື ພຣະເຈົ້າສິນຈວັງຊຽງ (秦莊襄王) ພຣະມະຫາກະສັດແຫ່ງຣັດສິນ ພຣະມານດາ ຄື ຈ້າວ ຈີ (赵姬), ພຣະອົງຊົງໄດ້ຮັບຄວາມອະນຸເຄາະຈາກ ລຫວີ່ ປູ້ເຫວຍ໌ (呂不韋). ) ພໍ່ຄ້າຜູ້ມັ່ງຄັ່ງ ໃນສືບທອດລາຊະບັນລັງຕໍ່ຈາກພຣະບິດາ. ໃນປີ 221 ກ່ອນ ຄ.ສ. ເມື່ອ​ມີ​ອາ​ຍຸ 38 ປີ, ເພິ່ນ​ໄດ້​ເອົາ​ຊະ​ນະລັດ​ອື່ນໆທັງ​ໝົດ ແລະຊົງຜະນວກລວມລັດເຫຼົ່ານັ້ນເຂົ້າເປັນຈັກກະວັດອັນໜຶ່ງອັນດຽວ ແລ້ວຊົງຂຶ້ນຄອງອຳນາດໃນຖານະ ຫວັງຕີ້ ພຣະອົງທຳອິດຂອງຈັກະະວັດຈີນ ໃນຣາຊະສະໄໝຂອງພຣະອົງ ແມ່ທັບນາຍກອງຂອງພຣະອົງມີສ່ວນຢ່າງຍິ່ງ ໃນການຂະຫຍາຍອານາເຂດຈັກກະວັດຂອງພຣະອົງ ໂດຍການ​ສູ້​ຮົບ​ກັບ​ຊາວ​ບ້າ​ຍຢີໄປ່ເຢວ່ (百越) ທາງຕອນໃຕ້ຂອງຣັດຊູ່, ຈົນສາມາດຜະນວກ​ຫູ​ໜານ ​ແລະ ກວ່ງ​ຕົງ ໄດ້ເປັນການຖາວອນ ​ແລະ ​ເຮັດສົງຄາມກັບ​ຊາວຊຍົງໜູ (匈奴) ທາງ​ຕອນໃນຂອງເອເຊຍ.

ພຣະອົງ​ຍັງ​ໄດ້​ເຂົ້າ​ຮ່ວມກັບອັກຄະຣະມະຫາເສນາບໍດີ ຫຼີ່ ຊື່ (李斯) ​ໃນ​ການ​ປະຕິ​ຮູບຂະໜານໃຫຍ່ໃນດ້ານ​ເສດຖະກິດ​ແລະ​ການ​ເມືອງ ເພື່ອເຮັດໃຫ້ຫຼັກປະຕິບັດທີ່ແຕກຕ່າງກັນໄປໃນລັດຕ່າງໆ ແຕ່ກ່ອນນັ້ນກາຍເປັນມາດຕະຖານດຽວກັນ ປະຫວັດສາດແບບຈາຮີດລະບຸວ່າ, ​ໃນ​ເລື່ອງ​ນີ້, ​ຊົງສັ່ງ​ໃຫ້ ​ເຜົາຕຳລາ​ແລະ​ຂ້າບັນດິດຢ່າງຫຼວງຫູາຍ ໂຄງການ​ອັນ​ໃຫຍ່​ຫຼວງ​ຂອງ​ພຣະອົງນັ້ນ ຍັງ​ລວມ​ເຖິງ​ການ​ລວມເອົາ​ກຳ​ແພງ​ຂອງລັດ​ຕ່າງໆ ເຂົ້າເປັນ​ເປັນ​ກຳ​ແພງ​ເມືອງ​ຈີນອັນໜຶ່ງອັນດຽວກັນ ແລະ​ສ້າງ​ເສັ້ນ​ທາງ​ເດີນ​ທາງ​ບົກ​ເປັນ​ໜຶ່ງດຽວກັນ ພ້ອມ​ທັງ​ສ້າງ​ສຸສານ​ຫຼວງ ​ເຊິ່ງມີ​ທະຫານ​ດິນ​ເຜົາ ຂະໜາດເທົ່າຄົນແທ້ອາລັກຂາຢູ່ ພຣະອົງໄດ້ສະເຫວີຍຣາດຢູ່ຈົນເສຍຊີວິດເມື່ອ 210 ປີກ່ອນ ຄ.ສ ລະຫວ່າງການສະເດັດ ປະພາດພາກຕາເວັນອອກ ເປັນຄັ້ງທີ 5 [4]

ນັກປະຫວັດສາດແບບຈາຮີດມັກພັນລະນາວ່າ ພຣະອົງຊົງເປັນຜູ້ປົກຄອງທີ່ໂຫດຮ້າຍ ແລະເປັນຜູ້ນິຍົມໃນ​ກົດໝາຍ ​ຢ່າງ​ເຄັ່ງ​ຄັດ, ທັງນີ້, ສ່ວນ​ໜຶ່ງ​ເປັນຜົນມາຈາກມຸມມອງໃນສະໄໝ ​ລາຊະວົງຮັ່ນ ທີ່​ມີການວິພາກວິຈານພຣະອົງ​ຢ່າງ​ຮຸນ​ແຮງ​ແຕ່ວ່ານັບແຕ່ກາງຄິດສະຕະວັດທີ 20 ເປັນຕົ້ນມາ ນັກວິຊາການເລີ່ມຕັ້ງຄຳຖາມເຖິງມຸງດັ່ງກ່າວ. [5]

ອ້າງອີງ[ດັດແກ້]

  1. Paludan 1998, p. 16.
  2. Wood, Frances. (2008). China's First Emperor and His Terracotta Warriors, pp. 2-33. Macmillan Publishing, 2008. ISBN 0-312-38112-3.
  3. 3.0 3.1 Müller 2021.
  4. Sima Qian 2007.
  5. Loewe 2000.

ບັນນານຸກົມ[ດັດແກ້]

  •  
  •  
  •  
  •  
  •  
  •  

ແຫຼ່ງຂໍ້ມູນອື່ນ[ດັດແກ້]