ຈຳນວນທຳມະຊາດ

ຈາກ ວິກິພີເດຍ

ໃນ ຄະນິດສາດ ຈຳນວນທຳມະຊາດ ສາມາດໝາຍເຖິງ ອົງປະກອບ ຂອງ ກຸ່ມ {1, 2, 3, ...} (ເຊັ່ນ: ຈຳນວນຖ້ວນບວກ) ດັ່ງໃຊ້ທົ່ວໄປ ໃນ ທິດສະດີຈຳນວນ ຫຼື ຂອງ ອົງປະກອບ ຂອງ ກຸ່ມ {0, 1, 2, 3, ...} (ເຊັ່ນ: ຈຳນວນຖ້ວນບໍ່ລົບ ) ດັ່ງມັກໃຊ້ ໃນ ຕັກກະຄະນິດສາດ, ທິດສະດີກຸ່ມ ແລະ ຄອມພິວເຕີສາດ.

ຈຳນວນທຳມະຊາດ ມີ 2 ຈຸດປະສົງ: ໃຊ້ເພື່ອການນັບຈຳນວນ (ເຊັ່ນ: ມີໝາກໂປມ 3 ໜ່ວຍເທິງໂຕະ), ແລະ ເພື່ອການຈັດລຳດັບ (ເຊັ່ນ: ນີ້ແມ່ນເມືອງໃຫຍ່ ອັນດັບ3 ໃນໂລກ).

ປະຫວັດຂອງຈຳນວນທຳມະຊາດແລະຈຳນວນສູນ[ແກ້ໄຂ]

ມີການສັນນິດຖານວ່າຈຳນວນທຳມະຊາດ ມີແຫຼ່ງກຳເນີດຢູ່ທີ່ການນັບ, ໂດຍເລີ່ມຈາກເລກໜຶ່ງ. ຈຳນວນທຳມະຊາດໃນນາມມະທຳໄດ້ເກີດຂຶ້ນເປັນຄັ້ງທຳອິດຈາກການໃຊ້ໂຕເລກ ເພື່ອສະແດງຄ່າໃຫ້ຈຳນວນ ຈົນໄດ້ພັດທະນາຂຶ້ນມາໃນການບັນທຶກຈຳນວນທີ່ມາກຂຶ້ນ. ໂຕຢ່າງເຊັ່ນ, ຜູ້ຄົນບາບິໂລນໄດ້ສ້າງລະບົບຫຼັກຈຳນວນຂຶ້ນມາ ເຊິ່ງຈຳເປັນຫຼາຍໃນລະບົບເລກໜຶ່ງຮອດສິບ, ຄົນອີຢິບໄດ້ສ້າງລະບົບຈຳນວນຢ່າງແຕກຕ່າງໃນພາສາເຮຍໂຣກຣິບ ສຳລັບເລກໜຶ່ງຮອດສິບ ແລະເລກຍົກກຳລັງຕັ້ງແຕ່ຫຼັກສິບຮອດຫຼັກລ້ານ ຕັ້ງແຕ່ທີ່ຖ້ຳຫິນຂອງຄາຣ໌ໜັກ (ເຄຫະກຳຂອງຊາວອີຢິບ) ກ່ອນຄິດຕະສັກກະຫຼາດ 1,500 ປີ ຈົນຮອດລູຟຟ໌ທີ່ປາລີ ສະແດງຈຳນວນ 276 ໂດຍ 2 ແທນທີ່ຫຼັກຮ້ອຍ, 7 ແທນທີ່ຫຼັກສິບ, 6 ແທນທີ່ຫຼັກໜ່ວຍ ແລະດັ່ງເຊັ່ນການຂຽນຈຳນວນ 4,622 ດ້ວຍ.

ນິຍາມໂດຍປະລິຍາຍ[ແກ້ໄຂ]