ງານມະຫະກຳກິລາແຫ່ງຊາດ

ຈາກ ວິກິພີເດຍ

ງານມະຫະກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາລະດັບທົ່ວປະເທດ ຊື່ງຈັດຂຶ້ນ ທຸກໆ 3 ປີ ເພື່ອສົ່ງເສີມ, ຊຸກຍູ້ຂະບວນການກິລາຢູ່ພາຍໃນປະເທດຢ່າງຕໍ່ເນື່ອງ, ທັງເປັນການ ປຸກລະດົມມະຫາຊົນເຂົ້າຣ່ວມວຽກງານກິລາໃຫ້ນັບມື້ກ້ວາງຂວາງ, ເພື່ອສົ່ງເສີມສຸຂະພາບຈິດ, ສຸ ຂະພາບຮ່າງກາຍ, ສ້າງພົນລະເມືອງລາວທຸກຄົນໃຫ້ມີສຸຂະພາບແຂງແຮງ. ປະຕິບັດທິດຊີ້ນຳທີ່ ວ່າ: “ ຫັນກິລາກາຍເປັນທົ່ວປວງຊົນ, ກາຍເປັນຄວາມຮັບຜິດຊອບຂອງສັງຄົມ “ ງານມະຫະກຳກິລາແຫ່ງຊາດແຕ່ລະຄັ້ງ ແມ່ນການປຸກລະດົມຊາວໜຸ່ມ ເຍົາວະຊົນ, ນັກຮຽນ, ນັກສຶກສາ, ທະຫານ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ຫັນມາຫລີ້ນ ກິລາ, ໃຊ້ ເວລາຫວ່າງໃຫ້ເປັນປະໂຫຍດ, ຝຶກຝົນຮ່າງກາຍໃຫ້ສົມບູນແຂງແຮງ ເພື່ອສືບຕໍ່ ພາລະກິດປ່ຽນແປງໃໝ່ອັນມີກຽດສະຫງ່າຂອງພັກ.

ງານມະຫະກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາ ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ, ນັກກິລາທີ່ດີເດັ່ນ, ນັກກິລາທີ່ມີຜົນສຳເລັດຈາກການຝຶກຊ້ອມ ເພື່ອເປັນຕົວແທນ ທີມຊາດ ເຂົ້າຮ່ວມແຂ່ງຂັນລາຍການສຳຄັນຕ່າງໆທັງພາຍໃນ ແລະ ຕ່າງປະເທດກໍ່ຄື ເວທີສາກົນ ເພື່ອສ້າງຊື່ສຽງມາໃຫ້ປະເທດຊາດ. ການພັດທະນາກິລາກາຍະກຳຂອງລາວໃນໄລຍະຜ່ານມາ ກໍ່ຄື ປະຈຸບັນ ພັກ ແລະ ລັດ ຖະບານ ໄດ້ເອົາໃຈໃສ່ຊີ້ນຳບັນດາຂະແໜງການຕ່າງໆນັບແຕ່ສູນກາງຈົນຮອດ ທ້ອງຖິ່ນ ໂດຍມີການຜັດປ່ຽນກັນເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດທຸກໆ 3 ປີ

ເຈົ້າພາບທີ່ຜ່ານມາ[ດັດແກ້]

ຄັ້ງທີ ປີ ເຈົ້າພາບ ວັນທີ ປະເພດກິລາ ຈຳນວນທີມເຂົ້າຮ່ວມ ຈຳນວນນັກກິລາເຂົ້າຮ່ວມ (ຄົນ) ເຈົ້າຫຼຽນຄຳ
1 1985 ນະຄອນຫຼວງວຽງຈັນ N/A 10 5 ເຂດ ແລະ 8 ກະຊວງ 620 ນະຄອນຫຼວງວຽງຈັນ
2 1987 ສະຫວັນນະເຂດ N/A 12 7 ເຂດ ແລະ 9 ກະຊວງ 1376 ນະຄອນຫຼວງວຽງຈັນ
3 1991 ຄຳມ່ວນ N/A 11 9 ເຂດ 950 ນະຄອນຫຼວງວຽງຈັນ
4 1994 ຈຳປາສັກ N/A 14 9 ເຂດ 1600 ນະຄອນຫຼວງວຽງຈັນ
5 1997 ຫຼວງພະບາງ N/A 14 9 ເຂດ 1668 ນະຄອນຫຼວງວຽງຈັນ
6 2000 ນະຄອນຫຼວງວຽງຈັນ N/A 22 18 ແຂວງ ແລະ 16 ກະຊວງ 3210 ນະຄອນຫຼວງວຽງຈັນ
7 2005 ສະຫວັນນະເຂດ N/A 22 17 ແຂວງ ແລະ 13 ກະຊວງ 3257 ນະຄອນຫຼວງວຽງຈັນ
8 2008 ຈຳປາສັກ 13-22 ທັນວາ 2008 24 N/A N/A N/A
9 2011 ຫຼວງພະບາງ N/A 25 N/A N/A N/A
10 2014 ອຸດົມໄຊ 13-21 ທັນວາ 2014 28 18 ແຂວງ ແລະ 7 ກະຊວງ N/A ກະຊວງປ້ອງກັນປະເທດ
11 2022 ຊຽງຂວາງ 13-22 ທັນວາ 2022 25 N/A N/A N/A

ແຫຼ່ງອ້າງອີງ[ດັດແກ້]