ຄັງສຳຮອງເງິນຕາຕ່າງປະເທດ

ຈາກ ວິກິພີເດຍ

ຄັງສຳຮອງເງິນຕາຕ່າງປະເທດ (ພາສາອັງກິດ:Foreign exchange reserves ຫຼື Forex reserves), ໃນຄວາມໝາຍແຄບ, ແມ່ນ ເງິນຕາຕ່າງປະເທດ ຝາກຢູ່ ຫຼື ຖືໂດຍ ທະນາຄານກາງ ແລະ ອົງການການເງິນລັດ. ແຕ່ໃນຕົວຈິງ, ຄຳສັບດັ່ງກ່າວ ແມ່ນ ຖືກໃຊ້ ເພື່ອໝາຍລວມທັງ ເງິນຕາຕ່າງປະເທດ, ຄຳ, SDR ອີກ. ຄັງສຳຮອງເງິນຕາຕ່າງປະເທດ ແມ່ນ ມີໄວ້ເພື່ອ ຊຳລະຄ່ານຳເຂົ້າ, ໜີ້ຕໍ່ຕ່າງປະເທດ ແລະ ຮັບປະກັນສະຖຽນລະພາບ ຂອງ ເງິນຕາຂອງປະເທດ. ສ່ວນຫຼາຍ ບັນດາປະເທດໃນໂລກ ຈະມີຄັງສຳຮອງເງິນຕາຕ່າງປະເທດ ເປັນ ເງິນໂດລາສະຫະລັດ ແຕ່ ກໍ່ຍັງມີກໍລະນີເປັນ ເງິນເອີໂຣ ແລະ ເງິນເຢັນອີກ. ເຖິງແມ່ນວ່າ ຈະບໍ່ມີຄວາມເຫັນເອກະພາບກັນ ຂອງ ນັກວິຊາການວ່າ ລະດັບຄັງສຳຮອງເງິນຕາຕ່າງປະເທດ ຂອງປະເທດໃດໜຶ່ງຄວນຈະແມ່ນເທົ່າໃດ, ແຕ່ໂດຍທົ່ວໄປ ວ່າກັນວ່າ ມັນຈະຕ້ອງຫຼາຍກວ່າ ມູນຄ່ານຳເຂົ້າສາມເດືອນ ຫຼື ມູນຄ່າໜີ້ໄລຍະສັ້ນສິບຫ້າປີ.