ຄະລາວາດນິຍົມ

ຈາກ ວິກິພີເດຍ

ຄະລາວາດນິຍົມ (ອັງກິດ: secularism, ຝຣັ່ງ: laïcité) ແມ່ນ ແນວປັດຊະຍາອັນວ່າສະຖາບັນການປົກຄອງຫຼືສະຖາບັນການເມືອງ ຫຼື ສະຖາບັນໃນຮູບອື່ນຄວນຈະດຳເນີນການປົກຄອງເຊິ່ງເປັນອິສະລະຈາກການອຳນາດການຄວບຄຸມຂອງສະຖາບັນສາສະໜາ ແລະຫຼືຄວາມເຊື່ອທາງສາສະໜາ.

ໃນມູມນຶ່ງສະຖາບັນທີ່ດຳເນີນນະໂຍບາຍ “ຄະລາວາດນິຍົມ” ກໍຈະເປັນສະຖາບັນເຊິ່ງຖືນະໂຍບາຍຂອງຄວາມເປັນກາງໃນທາງດ້ານຄວາມເຊື່ອທາງສາສະໜາຂອງປະຊາຊົນແລະ/ຫຼືຜູ້ຢູ່ໃນການປົກຄອງ ຜູ້ຈະດຳເນີນການປົກຄອງອັນເປັນອິສະລະຈາກກົດແລະຄຳສອນ ຫຼື ຄວາມເຊື່ອທາງສາສະໜາ, ເຊິ່ງຈະບໍ່ໃຊ້ອຳນາດຕາມຫຼັກຄວາມເຊື່ອທາງສາສະໜາໃນການບັງຄັບປະຊາຊົນ ແລະ ເຊິ່ງບໍ່ມີການມອບອະພິສິດພິເສດຫຼືໃຫ້ການຊ່ອຍເຫຼືອແກ່ສະຖາບັນສາສະໜາ ຫຼືໃນອີກມູມນຶ່ງ “ຄະລາວາດນິຍົມ” ໝາຍເຖິງມູມມອງເຊິ່ງກ່ຽວກັບກິຈະກຳແລະການຕັດສິນໃຈຂອງມະນຸດ ໂດຍສະເພາະແມ່ນກິຈະກຳແລະການຕັດສິນໃຈທາງການເມືອງ ວ່າຄວນຕັ້ງຢູ່ເທິງພື້ນຖານຂອງຂໍເທັດຈິງໂດຍປາສະຈາກອະຄະຕິຈາກອິດທິພົນທາງສາສະໜາ.