ຄວາມເປັນພົນລະເມືອງ

ຈາກ ວິກິພີເດຍ

ຄວາມເປັນພົນລະເມືອງ (ອັງກິດ: citizenship) ແມ່ນສະຖານະພາບຂອງບຸກຄົນທີ່ຈາລີດປະເພນີ ຫຼື ກົດໝາຍຂອງລັດ ຮັບຮອງ ໂດຍໃຫ້ສິດທິ ແລະ ໜ້າທີ່ ຂອງຄວາມເປັນພົນລະເມືອງໃຫ້ກັບບຸກຄົນ, ເຊິ່ງອາດຮວມມີ ສິດທິໃນການອອກສຽງເລືອກຕັ້ງ, ການເຮັດວຽກແລະອາໄສຢູ່ໃນປະເທດ, ສິດທິກັບປະເທດ, ສິດທິຄອບຄອງອະສັງຫາລິມະຊັບ, ການຄຸ້ມຄອງທາງກົດໝາຍຕໍ່ລັດຖະບານຂອງປະເທດ, ແລະການຄຸ້ມຄອງຜ່ານກອງທັບຫຼືການທູດ. ພົນລະເມືອງຍັງມີໜ້າທີ່ບາງຢ່າງ ເຊັ່ນ ການປະຕິບັດຕາມກົດໝາຍຂອງລັດ, ຈ່າຍພາສີ, ຫຼື ຮັບລາຊະການທະຫານ. ບຸກຄົນອາດມີຄວາມເປັນພົນລະເມືອງຫຼາຍ ແລະບຸກຄົນທີ່ບໍ່ມີຄວາມເປັນພົນລະເມືອງ ຖືກເອີ້ນວ່າ ຜູ້ໄຮ້ສັນຊາດ (stateless).

ອ້າງອີງ[ດັດແກ້]