ຄວາມສວຍງາມ

ຈາກ ວິກິພີເດຍ

ຄວາມສວຍງາມ ຫຼື ຄວາມຈົບງາມ (ອັງກິດ: beauty, ຝຣັ່ງ: beau) ແມ່ນສະຖານະພາບຂອງສິ່ງໃດສິ່ງນຶ່ງທີ່ກໍ່ໃຫ້ເກີດຄວາມມ່ວນຊື່ນ ແລະຄວາມຊື່ນຊົມຜ່ານການເຂົ້າໃຈແລະຮັບຮູ້ເຖິງຄວາມສົມດຸນ ສັດສ່ວນ ແລະ ແຮງດຶງດູດ ຂອງສິ່ງ ໆ ນັ້ນ ເຊິ່ງອາດຈະເປັນບຸກຄົນ ສັດ ສິ່ງຂອງ ເຫດການ ສະຖານທີ່ ດົນຕີ ສິລະປະ ຫຼື ຄວາມຄຶດ. ສິ່ງກົງກັນຂ້າມກັບຄວາມສວຍງາມແມ່ນຄວາມຂີ້ຮ້າຍ ເຊິ່ງມີຜົນກະທົບຢ່າງກົງກັນຂ້າມຕໍ່ຜູ້ທີ່ຮັບຮູ້.