ຄວາມຄຶດ

ຈາກ ວິກິພີເດຍ

ໂດຍທົ່ວໄປ ຄວາມຄຶດ (ອັງກິດ: thought, ຝຣັ່ງ: pensée) ໝາຍເຖິງ ກິຈະກຳທາງຈິດໃຈຫຼືທາງປັນຍາທີ່ກ່ຽວຂ້ອງກັບຈິດສຳນຶກສະເພາະຄົນ. ຄວາມຄຶດຍັງອາດໝາຍເຖິງຂະບວນການຄຶດຫຼືລຳດັບແງ່ຄຶດ. ໃນທຳນອງດຽວກັນ ກອບຄວາມຄຶດ ໝາຍລວມເຖິງ ຂະບວນການການຮັບຮູ້ ການຮັບຮູ້ຄວາມຮູ້ສຶກ ຄວາມມີຈິດສຳນຶກ ແລະຈິນຕະນາການ. ການເຮັດຄວາມເຂົ້າໃຈຮອດຈຸດກຳເໜີດທີ່ເປັນຮູບທຳແລະນາມທຳ ຂະບວນວິທີ ແລະຜົນ ຍັງຄືຊິເປັນເປົ້າໝາຍທີ່ນັກວິຊາການຈຳນວນຫຼາຍ ເຊັ່ນ ນັກຊີວະວິທະຍາ ນັກປັດຊະຍາ ນັກຈິດວິທະຍາ ແລະນັກສັງຄົມວິທະຍາ ຕັ້ງໄວ້ ເນື່ອງມາຈາກຄວາມຄຶດນັ້ນແມ່ນຫຼັກພື້ນຖານຮອງຮັບການເຮັດແລະປະຕິກິລິຍາຂອງມະນຸດ.