ຂ່າວສານປະເທດລາວ

ຈາກ ວິກິພີເດຍ

'ຂ່າວສານປະເທດລາວ (ຂປລ) ເປັນ ສຳນັກ​ຂ່າວສານ​ປະ​ເທດ​ລາວ ສ້າງຕັ້ງຂຶ້ນ ໃນວັນທີ 6 ເດືອນມັງກອນປີ 1968  ຢູ່​ຖ້ຳ​ແຫ່ງ​ໜຶ່ງ ທີ່ບ້ານ​ບັກ ທົ່ງ​ນາ​ໄກ (ປະຈຸ​ບັນແມ່ນ​ເມືອງວຽງໄຊ) ​ແຂວງຫົວພັນ ຊຶ່ງ​ເປັນ​ຖານ​ທີ່ໝັ້ນຂອງ​ການ​ປະຕິວັດ​ລາວ, ທ່ານ ສຸພານຸວົງ, ປະທານ​ສູນ​ກາງ​​ແນວ​ລາວ​ຮັກ​ຊາດ ​ໄດ້​ລົງ​ນາມ​ມະຕິ​ຕົກລົງ ຂອງ​ ສູນ​ກາງ​ແນວ​ລາວ​ ຮັກ​ຊາດ​ສະບັບ​ໜຶ່ງ ວ່າ​ດ້ວຍ​ການ​ສ້າງຕັ້ງສຳນັກ​ຂ່າວສານ​ປະ​ເທດ​ລາວ ທີ່​ມີ​ຕົວ​ໜັງສື​ລາວ ຂຽນຫຍໍ້​ວ່າ “ຂປລ“ ຫຼື​  “KPL“​ ໃນ​ໂອກາດ​ລະນຶກວັນສ້າງຕັ້ງ​ແນວ​ລາວ​ຮັກ​ຊາດ ຄົບຮອບ 12 ປີ, ຂຶ້ນ​ຢ່າງ​ເປັນ​ທາງ​ການ  ​ເພື່ອ​ເຮັດ​ໜ້າ​ທີ່​ຖະ​ແຫລ​ງ ຂ່າວ​ຢູ່​ພາຍ​ໃນ ​ແລະ ຕໍ່ຕ່າງປະ​ເທດ ກ່ຽວ​ກັບ​ຂະ​ບວນການ​ຕໍ່​ສູ້​ຢ່າງ​ພິລະ​ອາດ​ຫານ ​ຂອງ ປະຊາຊົນ​ລາວ ບັນດາ​ເຜົ່າ ຕ້າ​ນກັບຈັກກະພັດ ​ແລະ ລູກ​ແຫລ້ງ​ຕີນ​ມື ຂອງ ພວກ​ເຂົາ ທີ່ມີ​ຕໍ່​ປະຊາຊົນ​ລາວ. [1]

  1. https://kpl.gov.la/Page/Information/About.aspx