ເມືອງວຽງໄຊ
ຮູບຮ່າງການສະແດງຜົນ
ເມືອງວຽງໄຊເປັັນເມືອງໜຶ່ງທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍ ບໍ່ວ່າຈະເປັນທັງດ້ານພາສາ ວັດທະນະທຳ ທຳມະຊາດ ຜຸ້ຄົນ ແລະ ອາຫານ, ນອກຈາກນີ້, ກໍຍັງເປັນເມືອງໜືື່ງຂອງແຂວງຫົວພັນ ເຊຶ່ງມີຊາຍແດນຕິດກັບປະເທດຫວຽດນາມຕັ້ງຢູ່ທາງທິດເໜືອຂອງປະເທດລາວ ເປັນເມືຶອງແຫ່ງປະຫວັດສາດຂອງປະເທດລາວ ເພາະເປັນເມືອງອະດີດສູນບັນຊາການໃຫຍ່ຂອງກຸ່ມຜູ້ນຳຂະບວນການປະເທດລາວ ໃນຊ່ວງປີ 1975 ຫມູ່ບ້ານຊົນພື້ນເມືອງ ຫຼາກຫຼາຍວັດທະນະທຳ ແລະ ແຫລ່ງຕ່ຳແຜ່ນອັນດັບ 1 ຂອງລາວ ຢ່າງຊຳເໜືອ ໂດຍສະເພາະທີ່ມາຈາກເມືອງຊອນ ແລະ ສົບຫາວຖືວ່າຄຸນນະພາບດີທີ່ສຸດ. ເມືອງວຽງໄຊຍັງເປັນເມືອງທີ່ມີທຳມະຊາດທີ່ອຸດົມສົມບຸນແລະສວຍງາມເປັນຕົ້ນແມ່ນພູຜາປ້່າດົງແລະຖຳຕ່າງໆ