ກົວລາລຸມປູ

ຈາກ ວິກິພີເດຍ
ກົວລາລຸມປູ

ກົວລາລຸມປູ (ມາເລ: Kuala Lumpur, ອັກສອນຢາວີ: كوالا لومڤور, ອອກສຽງຕາມພາສາມາເລວ່າ ກົວລາລຸມປູຣ໌) ແມ່ນນະຄອນຫຼວງຂອງປະເທດມາເລເຊຍແລະແມ່ນເມືອງໃຫຍ່ທີ່ສຸດໃນປະເທດ. ພາຍໃນປະເທດນັ້ນ ກົວລາລຸມປູມັກຈະເອີ້ນຫຍໍ້ ໆ ວ່າ KL.

ກົວລາລຸມປູແມ່ນນຶ່ງໃນສາມດິນແດນສະຫພັນຂອງມາເລເຊຍ (Malaysian Federal Territories) ລ້ອມຮອບດ້ວຍລັດສະລັງງໍເທິງຊາຍຝັ່ງຕາເວັນຕົກຕອນກາງຂອງຄາບສະໝຸດມະລາຢູ. ຝ່າຍບໍລິຫານຂອງລັດຖະບານປະເທດໄດ້ຍ້າຍໄປຢູ່ເມືອງໃໝ່ ແມ່ນ ປູຕະລາຈາຢາ. ຢ່າງໃດກໍດີ ພະລາຊະຖານຂອງເຈົ້າຊີວິດຂອງມາເລເຊຍ ລັດຖະສະພາມາເລເຊຍ ແລະຝ່າຍນິຕິບັນຍັດຍັງຄົງຢູ່ກົວລາລຸມປູ.