ການຕ່ຳສາດ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ການຕໍ່າສາດ)

ການຕໍ່າສາດ ແມ່ນການນຳວັດຖຸເຊັ່ນ ຜື ມາເຮັດເປັນສາດໂດຍໃຊ້ວິທີຕ່ຳ.

ສາດ[ດັດແກ້]

ອ່ານຕື່ມໃນ ສາດ

ສາດ ແມ່ນສິ່ງທີ່ໃຊ້ໄວ້ປູຮອງນັ່ງ ຫຼື ນອນ, ສາດທີ່ຜະລິດໂດຍຊາວບ້ານເມືອງນ້ອຍຈະມີຂະໜາດກວ່າງປະມານ 80 ເຊັນ ແລະ ຍາວປະມານ2ແມັດ ເຊິ່ງສາມາດດັດແປງໄດ້ຕາມຄວາມຕ້ອງການຂອງຜູ້ຊົມໃຊ້. ສີ ແລະ ລາຍຂອງສາດແມ່ນແລ້ວແຕ່ຄວາມຄິດສ້າງສັນຂອງຜູ້ຕໍ່າ.

ວັດສະດຸທີ່ປະກອບເຂົ້າໃນການຕໍ່າສາດ[ດັດແກ້]

ຜື

ຜືແມ່ນຫຍ້າຊະນິດຫນຶ່ງທີ່ເກີດຂື້ນໃນບຶງທາດຫລວງ, ບໍ່ເຄີຍໄດ້ຍິນວ່າສາມາດບໍລິໂພກໄດ້ ເພາະແມ່ນແຕ່ສັດລ້ຽງກໍ່ບັງບໍ່ກິນ (ຍົກເວັ້ນເວລາຕາກແຫ້ງແລ້ວ ຫຍ້າຈະມີຄວາມຫອມສຳຫລັບງົວ, ງົວຈຶ່ງມັກກິນ). ຫຍ້າທີ່ເຮົາເອີ້ນກັນວ່າຜືນີ້ມີລຳກ້ານທີ່ສາມາດຍາວຮອດ 2ແມັດ(ລວມທັງດອກ), ລຳກ້ານເປັນ3ລ່ຽມ ແລະ ຄົມຖ້າຈັບບໍ່ຖືກຈັງຫວະສາມາດບາດມືໄດ້. ລຳກ້ານຫຍາບ, ລຳຕົ້ນຈະອອ່ນ ທາງປາຍດອກຈະນ້ອຍ. ມັກເກີດໃນລະດູຝົນ. ນອກຈາກຜືແລ້ວ ຍັງມີຫຍ້າຮັງກາອີກ ທີ່ຊາວບ້ານນິຍົມເອົາມາຕໍ່າສາດ. ຜື 1 ຕົ້ນສາມາດແບ່ງອອກເປັນ 3 ຫາ 6 ສວ່ນ ແລແວແຕ່ລຳຕົ້ນ(ຂອບນ້ອກທີ່ເປັນ 3 ລ່ຽມສາມາດຊອຍອອກ ແລ້ ຍັງ ໃຈທາງກາງອີກ ຖ້າມັນໃຫຍ່ພໍເຮົາສາມາດແບ່ງອອກອີກໄດ້). ແຕ່ຕາມມາດຕະຖານທົ່ວໄປແລ້ວ 1 ຕົ້າສາມາດຊອຍໄດ້ 4 ປ່ຽງ.

- ຂໍ້ມູນຈາກຊາວບ້ານເມືອງນ້ອຍທີ່ອາໃສຍູ່ແຄມບຶງໃນປີ 2015 ຫລັງຈາກທີ່ບຶງທາດຫລາວໄດ້ເລີ່ມມີການພັດທະນາໃຫ້ເປັນເມືອງໃຫມ່. ຍອດຜືສາມາດກິນໄດ້ໂດຍທີ່ຊາວບ້ານຜູ້ທີ່ກິນບອກວ່າຍອດຂອງກົກຜືນັ້ນອ່ອນແລະຫວານດີເອົາມາເຮັດແກງຫລືລວກກິນກັບປົ່ນແມ່ນແຊບຫລາຍ

ອຸປະກອນໃນການຕໍ່າສາດ[ດັດແກ້]

ກີ່ຕໍ່າສາດ

ຟືມຕໍ່າສາດ

ໄມ້ແງ່ຜື

ເຊື້ອກ

ສີຍ້ອມຜື

ວິທີຕໍ່າສາດ[ດັດແກ້]