ກາຍ ຟອກສ໌
ກາຍ ຟອກສ໌ | |
|---|---|
ພາຍແຕ້ມກາຍ ຟອກສ໌ຂອງຈອດ ຄະລຸກແຊງ ຕີພິມໃນນະວະນິຍາຍປີ ຄ.ສ. 1840 ໂດຍວິນລຽມ ແຮລິຊັນ ເອນເວີດ | |
| ເກີດ | 13 ເມສາ ຄ.ສ. 1570 (ສັນນິດຖານ) ຢອກ ປະເທດອັງກິດ |
| ເສຍຊີວິດ | 31 ມັງກອນ ຄ.ສ. 1606 ເວດມິນສະເຕີ ລອນດອນ ປະເທດອັງກິດ |
ສາເຫດເສຍຊີວິດ | ຄໍຫັກ |
| ສັນຊາດ | ອັງກິດ |
| ຊື່ອື່ນ | ກວີໂດ ຟອກສ໌, ຈອນ ຈອນຊັນ |
| ການສຶກສາ | ໂຮງຮຽນເຊນພີເທີ ຢອກ |
| ອາຊີບ | ທະຫານ; ອັນເຟເລດ |
| ປີປະຕິບັດວຽກ | ຄ.ສ. 1591–1603 |
| ມີຊື່ສຽງຈາກ | ກະບົດຜູ້ມີສ່ວນໃນແຜນດິນປືນ |
| ຖືກກ່າວຫາ | ກະບົດຕໍ່ແຜ່ນດິນ |
| ຮັບໂທດ | ແຂວນຄໍ ຄວັກໄສ້ ແລະຜ່າສີ່ |
| ບຸບພະກາລີ | ເອດເວີດ ຟອກສ໌, ອີດິດ (ສະກຸນເດີມ ບະເລກຫຼືແຈັກຊັນ) |
ກາຍ ຟອກສ໌ (ອັງກິດ: Guy Fawkes; 13 ເມສາ ຄ.ສ. 1570 – 31 ມັງກອນ ຄ.ສ. 1606) ທີ່ຮູ້ຈັກກັນອີກຊື່ນຶ່ງວ່າ ກວີໂດ ຟອກສ໌ (ອິຕາລີ: Guido Fawkes) ອັນເປັນຊື່ທີ່ກາຍ ຟອກສ໌ໃຊ້ຂະນະສູ້ຮົບໃຫ້ກັບແອສະປາຍໃນກຸ່ມປະເທດແຜ່ນດິນຕ່ຳ. ກາຍ ຟອກສ໌ເປັນສະມາຊິກກຸ່ມກາໂຕລິກອັງກິດແຂວງຜູ້ວາງແຜນແຜນດິນປືນ (Gunpowder Plot) ທີ່ລົ້ມເຫຼວໃນປີ ຄ.ສ. 1605.
ຟອກສ໌ເກີດແລະໄດ້ຮັບການສຶກສາໃນຢອຣ໌ກ ບິດາຂອງກາຍ ຟອກສ໌ເສຍຊີວິດເມື່ອຟອກສ໌ອາຍຸໄດ້ແປດປີ. ຈາກນັ້ນ ມານດາຂອງກາຍ ຟອກສສົມລົດກັບຜູ້ນັບຖືກາໂຕລິກທີ່ບໍ່ເຂົ້າຮ່ວມກິຈະການຂອງສາສະນະຈັກແຫ່ງອັງກິດ (recusant) ພາຍຫຼັງຟອກສ໌ປ່ຽນມານັບຖືອກາໂຕລິກແລະເດີນທາງໄປແຜ່ນດິນໃຫຍ່ເອີລົບ ທີ່ເຊິ່ງກາຍ ຟອກສ໌ສູ້ຮົບໃນສົງຄາມແປດສິບປີ ໂດຍຢູ່ຝ່າຢແອສະປາຍກາໂຕລິກ ແລະສູ້ຮົບກັບນັກປະຕິຮູບດັດປະໂລຕັດສະຕັງ ກາຍ ຟອກສ໌ເດີນທາງໄປແອສະປາຍເພື່ອສະແຫວງການສະໜັບສະໜຸນກະບົດກາໂຕລິກໃນອັງກິດ ແຕ່ບໍ່ສຳເລັດ ພາຍຫຼັງກາຍ ຟອກສ໌ພົບພໍ້ທໍມັດ ວິນເທີ (Thomas Wintour) ເຊິ່ງເດີນທາງກັບອັງກິດພ້ອມກັບກາຍ ຟອກສ໌ນຳ.
ວິນເທີແນະນຳກາຍ ຟອກສ໌ໃຫ້ຮູ້ຈັກລໍເບີດ ເຄດສະບີ (Robert Catesby) ຜູ້ວາງແຜນລອບປົງພະຊົນພະເຈົ້າເຈມທີ 1 ແລະຟື້ນຟູພະມະຫາກະສັດກາໂຕລິກສູ່ລາຊະບັນລັງ ກຸ່ມຜູ້ວາງແຜນເຊົ່າຫ້ອງໃຕ້ດິນໃຕ້ສະພາຂຸນນາງ ແລະກາຍ ຟອກສ໌ໄດ້ຮັບມອບໝາຍໃຫ້ຮັບຜິດຊອບລະເບີດດິນປືນທີ່ພວກກາຍ ຟອກສ໌ເກັບສະສົມໄວ້ຢູ່ຫັ້ນ. ທາງການຄົ້ນພະລາຊະວັງເວດມິນສະເຕີໃນຊ່ວງເຊົ້າມືດວັນທີ 5 ພະຈິກຫຼັງໄດ້ຮັບການແຈ້ງເຕືອນຈາກຈົດໝາຍນິລະນາມ ແລະພົບກາຍ ຟອກສ໌ພວມເຝົ້າລະເບີດຢູ່ ກາຍ ຟອກສ໌ຖືກສອບສວນແລະທໍລະມານຢູ່ສອງສາມມື້ຈົນຍອມເປິດເຜີຍຂໍ້ມູນໃນທີ່ສຸດ. ກ່ອນການປະຫັດປະຫານຊີວິດໃນວັນທີ 31 ມັງກອນ ກາຍ ຟອກສ໌ໂດດຈາກຕະແລງແກງທີ່ກາຍ ຟອກສ໌ພວມຈະຖືກແຂວນຄໍ ແລະຄໍຫັກ ຈຶ່ງບໍ່ໄດ້ຮັບຄວາມທໍລະມານຈາກການຖືກຕັດແລະຄວ້ານອະໄວຍະວະທີ່ນຳມາ.
ຊື່ຂອງກາຍ ຟອກສ໌ກາຍເປັນຄຳພ້ອງກັບແຜນລະເບີດດິນປືນ ມີການສະເຫຼີມສະຫຼອງຄວາມລົ້ມເຫຼວຂອງແຜນດັ່ງກ່າວໃນອັງກິດຕັ້ງແຕ່ວັນທີ 5 ພະຈິກ ຄ.ສ. 1605 ຕາມປະເພນີມີການເຜົາຫຸ່ນຈຳລອງຂອງກາຍ ຟອກສ໌ເທິງກອງໄຟ ເຊິ່ງມັກຮ່ວມດ້ວຍການສະແດງດອກໄມ້ໄຟ.
ອ້າງອີງ
[ດັດແກ້]- ໝາຍເຫດ
- ເຊີງອັດ
- ບັນນານຸກົມ
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

ແຫຼ່ງຂໍ້ມູນອື່ນ
[ດັດແກ້]
ວິກິມີເດຍຄອມມອນມີສື່ກ່ຽວກັບ Guy Fawkes