ເຫດການ 14 ຕຸລາ

ຈາກ ວິກິພີເດຍ
ເຫດການ 14 ຕຸລາ
ຝູງຊົນຊຸມນຸມທີອານຸສາວະລີປະຊາທິປະໄຕໃນປີ 1973 ເພື່ອຕໍ່ຕ້ານລະບອບຜະເດັດການທະຫານ
ວັນທີ14 ຕຸລາ ຄ.ສ. 1973
ສະຖານທີ່ຖະໜົນຣາດຊະດຳເນີນ ບາງກອກ ປະເທດໄທ
ສາເຫດ
  • ລະບອບຜະເດັດການທະຫານ
  • ການທຸຈະລິດ
ເປົ້າໝາຍ
  • ຮຽກຮ້ອງລັດຖະທຳມະນູນທີເປັນປະຊາທິປະໄຕ
  • ໃຫ້ນາຍົກລັດຖະມົນຕີລາອອກຈາກຕຳແໜ່ງ
ວິທີການການເດີນຂະບວນ, ການແຈກໃບປິວ, ການກໍ່ຈະລາຈົນ
ຜົນ
ຄູ່ຂັດແຍ້ງ

ຜູ້ປະທ້ວງ:

ລັດຖະບານ :

ລາຊະການ :

ຜູ້ນຳ
จำนวน
500.000+ ຄົນ (14 ຕຸລາ 1973)
ຄວາມເສຍຫາຍ
ເສຍຊີວິດ77 ຄົນ
ບາດເຈັບ857 ຄົນ

ເຫດການ 14 ຕຸລາ (ໄທ: เหตุการณ์ 14 ตุลา) ຫຼື ວັນມະຫາວິປະໂຍກ ຫຼື ວັນມະຫາປິຕິ ແມານເຫດການປາບປາມຜູ້ປະທ້ວງບໍລິເວນພະບໍລົມມະຫາລາຊະວັງແລະຖະໜົນຣາດຊະດຳເນີນຢ່າງຮຸນແຮງໂດຍລັດຖະບານທ່ານ ຈອມພົນ ຖະໜອມ ກິດຕິຂະຈອນ ຈົນມີຜູ້ເສຍຊີວິດຫຼາຍສິບຄົນ ບາດເຈັບກວ່າ 800 ຄົນ ແລະມີຜູ້ສູນຫາຍອີກຈຳນວນມາກ

ການປະທ້ວງເກີດຂຶ້ນຈາກຫຼາຍສາເຫດ ຄື ປະເທດໄທຢູ່ພາຍໃຕ້ລະບອບຜະເດັດການທະຫານມານານເກືອບ 15 ປີ ຕັ້ງແຕ່ສະໄໝທ່ານ ຈອມພົນ ສະຫຼິດ ທະນະລັດ ປະກອບກັບການທຸຈະລິດຫຼາຍໃນລັດຖະບານ ຮວມທັ້ງການລັດຖະປະຫານຕົວເອງໃນປີ 1971 ຂ່າວການລັກລອບຄ່າສັດປ່າໃນເຂດອຸດທະຍານແຫ່ງຊາດ ນຳໄປສູ່ການຮຽກຮ້ອງລັດຖະທຳນະນູນທີເປັນປະຊາທິປະໄຕ ມີການຕີພິມ "ບັນທຶກລັບຈາກທຸ່ງໃຫຍ່" ທຳໃຫ້ເກີດຄວາມສົນໃຈໃນໝູ່ປະຊາຊົນ ນຳໄປສູ່ການເດີນແຈກໃບປິວຂອງນັກສຶກສາໃນບາງກອກ ລະຫວ່າງວັນທີ 6–9 ຕຸລາ ມີນັກເຄື່ອນໄຫວທາງການເມືອງແລະສະມາຊິກສະພາຜູ້ແທນລາຊະດອນເຖີກຈັບກຸມ ຊຶ່ງຕໍ່ມາບຸກຄົນເຫຼົ່ານີ້ໄດຊື່ວ່າ "13 ຂະບົດລັດຖະທຳມະນູນ" ທຳໃຫ້ເກີດການປະທ້ວງໃຫຍ່ ເລີ່ມຕັ້ງແຕ່ວັນທີ 9 ຕຸລາ ທີ່ມະຫາວິທະຍາໄລທຳມະສາດສູ່ການເດີນປະທ້ວງໃນຖະໜົນຣາດຊະດຳເນີນ ໂດນມີປະຊາຊົນທະຍອຍເຂົ້າຮ່ວມຫຼາຍແສນຄົນ ວັນທີ 13 ຕຸລາ ລັດຖະບານປະກາດຍອມຮັບຂໍ້ຮຽກຮ້ອງຂອງຜູ້ປະທ້ວງວ່າຈະຮ່າງລັດຖະທຳມະນູນ ທຳໃຫ້ຜູ້ຊຸມນຸມບາງສ່ວນສະຫຼາຍຕົວ

ຢ່າງໄຮກົດີ ວັນທີ 14 ຕຸລາ ຄ.ສ. 1973 ຜູ້ປະທ້ວງບາງສ່ວນເດີນທາງໄປພະບໍລົມມະຫາລາຊະວັງເພື່ອຂໍພົບຜູ້ແທນພະອົງພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ເມື່ອຕົກລົງສະຫຼາຍຕົວແລ້ວຈູ່ໆ ກົເກີດເຫດຮະເບີດແຖວພະບໍລົມມະຫາລາຊະວັງ ແລະເລີ່ມປາບປາມການປະທ້ວງຢ່າງຮຸນແຮງໂດຍມີການຮະດົມລົດຖັງແລະເຮລີຄອບເຕີ ຝ່າຍຜູ້ປະທ້ວງມີຜູ້ເຂົ້າຮ່ວມເພີ່ມເປັນປະມານ 500.000 ຄົນ ຈົນຝ່າຍຄວາມມັ່ນຄົງຖອນກຳລັງອອກໄປໃນຊ່ວງເຍັນ ແລະໃນເວລາ 19.15 ນ. ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ມີພະລາຊະດຳລັດທາງໂທລະພາບວ່າລັດຖະບານທະຫານລາອອກແລ້ວ ຫຼັງຈາກນັ້ນມີການປະທະກັນອີກເລັກນ້ອຍໃນວັນທີ 15 ຕຸລາ ແຕ່ຜູ້ຊຸມນຸມເມື່ອສະຫຼາຍຕົວຮູ້ວ່າບຸກຄົນສຳຄັນໃນລັດຖະບານສາມຄົນທີຮຽກວ່າ "3 ທໍລະລາດ" ເດີນທາງອອກນອກປະເທດແລ້ວ

ຫຼັງເຫດການ ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ຊົງແຕ່ງຕັ້ງ ທ່ານ ສັນຍາ ທຳມະສັກ ເປັນນາຍົກລັດຖະມົນຕີ ແມ່ນການເລີ່ມຕົ້ນຂອງ "ຍຸກການທົດລອງປະຊາທິປະໄຕ" ທີສິ້ນສຸດລົງດ້ວຍເຫດການ 6 ຕຸລາແລະລັດຖະປະຫານ ປີ 1976; ຜູ້ເສຍຊີວິດໄດ້ຮັບຍົກຍ່ອງເປັນ "ວີລະຊົນເດືອນຕຸລາ" ແລະມີແຜນກໍ່ສ້າງອະນຸສອນສະຖານ 14 ຕຸລາເພື່ອເປັນອະນຸສອນ ແຕ່ການກໍ່ສ້າງນັ້ນກວ່າຈະເສັດກົລ່ວງມາຈົນປີ 1998