ວັດໃຫຍ່ອິນທາລາມ

ຈາກ ວິກິພີເດຍ

ວັດໃຫຍ່ອິນທາລາມ (ໄທ: วัดใหญ่อินทาราม ວັດໃຫຍ່ອິນທາຣາມ) ແມ່ນອາຣາມຫຼວງ ຊະນິດສາມັນ ແມ່ນວັດເກົ່າແກ່ໂບລານຄູ່ບ້ານຄູ່ເມືອງຂອງຈັງຫວັດຊົນບຸລີ, ປະເທດໄທ.ສ້າງຂຶ້ນໃນສະໄໝກຸງສີອະຍຸດທະຍາຕອນປາຍ ຕັ້ງຢູ່ຖະໜົນເຈດຈຳນົງ ຕຳບົນບາງປາສ້ອຍ ອຳເພີເມືອງຊົນບຸລີ ຈັງຫວັດຊົນບຸລີ

ການເດີນທາງ[ດັດແກ້]

ວັດໃຫຍ່ອິນທາລາມ ຈາກຖະໜົນສຸຂຸມວິດ ບໍລິເວນສີ່ແຍກໄປອຳເພີພະນັດນິຄົມ (ສີ່ແຍກສະເຫຼິມໄທ) ລ້ຽວຂວາເຂົ້າສູ່ຖະໜົນໂພຣິ໌ທອງ ລ້ຽວຂວາເຂົ້າຖະໜົນເຈດຈຳນົງປະມານ 300 ແມັດ ວັດຕັ້ງຢູ່ຣິມຖະໜົນຫ່າງຈາກສາລາກາງ ຈັງຫວັດຊົນບຸລີປະມານ 500 ແມັດ

ປະຫວັດ[ດັດແກ້]

ຫຼັກຖານຄວາມເປັນມາຂອງວັດໃຫຍ່ອິນທາລາມ ແມ່ນ ບັນດາສະຖາປັດຕະຍະກຳຕ່າງໆ ພາຍໃນບໍລິເວນວັດ ຄື ພະອຸໂບສົດ, ພະວິຫານ, ຖານເສມາ, ແລະ ພະປາງ. ທັງນີ້ຍັງມີປະຫວັດເລົ່າສືບມາວ່າໃນສະໄໝກຸງສີອະຍຸທະຍາຕອນປາຍ ພະເຈົ້າຕາກສິນ ໄດ້ເຄີຍສະເດັດປະທັບ ນະ ວັດໃຫຍ່ອິນທາລາມເທື່ອນື່ງ.