ລັດຖະບານລາຊະອານາຈັກລາວພັດຖິ່ນ

ຈາກ ວິກິພີເດຍ
ຣັຖບາລພຣະ​​ຣາ​ຊອາ​ນາ​ຈັກຣ໌​ລາວພັດຖິ່ນ

ພຣະຣາຊອານາຈັກຣ໌ລາວ
ເຄື່ອງໝາຍຊາດຂອງລາວ
ເຄື່ອງໝາຍຊາດ
ຄຳຂວັນ"ຊາຕ ສາສນາ ພາສາ ພຣະມະຫາະກະສັຕຍ໌ ຣັຖທັມມະນູນ ປະຊາທິປະຕັຍ
ເອກະຣາຊວັທນາຖາວອຣ"
ເພງຊາດເພງຊາດລາວ (ເນື້ອຮ້ອງ ຄ.ສ. 1947)
ດິນແດນທີ່ລັດຖະບານພັດຖິ່ນອ້າງສິດ
ດິນແດນທີ່ລັດຖະບານພັດຖິ່ນອ້າງສິດ
ເມືອງຫຼວງວຽງຈັນ
(ນິຕິໄນ)
ທຳນຽບລັດຖະບານພັດຖິ່ນຈັດຕັ້ງ ນະ ເກຣສ໌ແຮມອອຣິກອນ
ສະຫະລັດ (ພຼຶດຕິໄນ)
ການປົກຄອງລັດຖະບານພັດຖິ່ນ
ເຈົ້າຊາຍ ສຸລິວົງ ສະຫວ່າງ
ທ້າວຄຳຜຸຍ ສີສວັສດີ
ກໍ່ຕັ້ງ
• ການປະກາດຈັດຕັ້ງ
6 ມີນາຄົມ ค.ศ. 2003

ລັດຖະບານພະລາຊະອານາຈັກລາວພັດຖິ່ນ (ຄຳເຄົ້າ: ຣັຖບາລພຣະ​​ຣາ​ຊອາ​ນາ​ຈັກຣ໌​ລາວພັດຖິ່ນ; ອັງກິດ: The Royal Lao Government in Exile; RLGE) ເປັນລັດຖະບານພັດຖິ່ນຂອງພະລາຊະອານາຈັກລາວຊຶ່ງກະທຳການເຄື່ອນໄຫວໂດຍກຸ່ມຜູ້ນິຍົມລະບອບພະມະຫາກະສັດລາວ

ຂະບວນການນິຍົມກະສັດລາວຢູ່ຝ່າຍຕົງຂ້າມກັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ.ລາວ) ເປົ້າໝາຍຄືຟື້ນຄືນລະບອບກະສັດໃນລາວ ໂດຍມີຮູບແບບການປົກຄອງແບບປະຊາທິປະໄຕ ອັນມີພະມະຫາກະສັດ ຊົງເປັນ ປະມຸກ ລັດຖະບານພັດຖິ່ນນີ້ຍັງແນວຄວາມເຊື່ອທີ່ວ່າການຟື້ນຄືນສະຖາບັນພະມະຫາກະສັດສາມາດສ້າງປະຊາທິປະໄຕທີ່ແທ້ຈິງໃນລາວ ເພື່ອຮັບຮອງຄວາມເປັນອິດສະຫຼະພາບ ການພິພາກສາຄະດີ ສັນຕິພາບຂອງປະຊາຊົນລາວທັ້ງປວງ[1] ຜູ້ນຳຂອງລັດຖະບານພັດຖິ່ນນີ້ ຄື ທ້າວຄຳຜຸຍ ສີສວັສດີ

ລັດຖະບານພັດຖິ່ນໄດ້ຈັດຕັ້ງຂຶ້ໂດຍກຸ່ມຄົນລາວທີ່ຍັງນິຍົມລະບອບກະສັດທີ່ເມືອງເກຣສ໌ແຮມອອຣິກອນ ສະຫະລັດອາເມລິກາ ສ່ວນເຈົ້າມະຫາຊີວິດ ຫຼື ເຈົ້າສຸລິວົງ ສະຫວ່າງ ໄດ້ຊົງລີ້ໄພປະທັບຢູ່ທີ່ຄະລຶຫາດສ່ວນພະອົງທີ່ປະເທດຝຣັ່ງ

ຢ່າງໄລກໍຕາມລັດຖະບານລາວພັດຖິ່ນນີ້ຖືໄດ້ວ່າເປັນຂະບວນການເຄື່ອນໄຫວໃຕ້ດິນນິຍົມກະສັດທີ່ຜິດກົດໝາຍໃນປະເທດລາວ (ສປປ.ລາວ) ແລະບໍ່ໄດ້ຮັບການຮັບຮອງຈາກທາງການສະຫະລັດອາເມລິກາ

  1. "AD: Leader of the Royal Lao Government in Exile Calls for Actions Against Lao Regime - Press Release - Dec 20, 05". Archived from the original on 2011-07-07. Retrieved 2011-06-26.