ພາສາຈ້ວງ

ຈາກ ວິກິພີເດຍ

ພາສາຈ້ວງ(ຈ້ວງ: Vahcuengh; ພາສາຈີນ:壮语; ພິງອິງ: Zhuàngyǔ) ແມ່ນພາສາຂອງຊາວຈ້ວງໃນມົນທົນກວາງຊີ ປະເທດຈີນ ແລະ ແມ່ນພາສາຕະກູນໄທ-ກະໄດ ທີ່ມີ 6 ວັນນະຍຸດ ແລະ ລະບົບການຂຽນທັງແບບທີ່ຢືມມາຈາກອັກສອນຈີນ ຄ້າຍກັບອັກສອນຈື໋ໂນມຂອງຫວຽດນາມ ເອີ້ນວ່າ ສືດິບ ແລະ ແບບທີ່ຂຽນດ້ວຍອັກສອນລາແຕັງ ເຊິ່ງເລີ່ມໃຊ້ເມື່ອ ຄ.ສ. 1957 ແລະປັບປຸງເມື່ອ ຄ.ສ. 1986