ພັກກ້າວໄກ

ຈາກ ວິກິພີເດຍ
ພັກກ້າວໄກ
พรรคก้าวไกล
ປະທານພັກ ໄຊທະວັດ ຕຸລາທົນ
ເລຂາທິການພັກ ອະພິຊາດ ສິຣິສຸນທອນ
ຜູ້ນຳພັກ ພິທາ ລິ້ມຈະເຣີນຣັດ
ໂຄສົກພັກ ພະຣິດ ວັດຊະຣະສິນທຸ
ຜູ້ສ້າງຕັ້ງ ສັກຊາຍ ພົມໂທ
ສ້າງຕັ້ງ 1 ພຶດສະພາ ຄ.ສ. 2014
ສຳນັກງານໃຫຍ່ 167 ອາຄານອະນາຄົດໃໝ່ ຊອຍຣາມຄຳແຫງ 42 ແຂວງຫົວໝາກ ເຂດບາງກະປິ ບາງກອກ ປະເທດໄທ
ຈຳນວນສະມາຊິກ (2023) 85.976 ຄົນ
ແນວຄິດ ປະຊາທິບປະໄຕສັງຄົມນິຍົມ
ພິພັດທະນາການນິຍົມ
ຕ່ອຕ້ານທະຫານນິຍົມ
ຈຸດຍືນ ກາງຊ້າຍ
ກຸ່ມລະດັບພູມິພາກ ເຄືອຊ່າຍປະຊາທິບປະໄຕສັງຄົມນິຍົມໃນອາຊີ
ສີພັກ      ສີແສດ
ເວັບໄຊຕ໌ moveforwardparty.org

ພັກກ້າວໄກ (ໄທ: พรรคก้าวไกล; ພຣຣຄກ້າວໄກລ; ຫຍໍ້: ກ.ກ.) ແມ່ນພັກການເມືອງໄທທີ່ຈົດທະບຽນສ້າງຕັ້ງເມື່ອວັນມີ 1 ພຶດສະພາ ຄ.ສ. 2014 ດ້ວຍຊື່ ພັກຮ່ວມພັດທະນາຊາດໄທ (ໄທ: พรรคร่วมพัฒนาชาติไทย) ຕໍ່ມາໄດ້ມີການປ່ຽນຊື່ເປັນ ພັກເຜິ້ງຫຼວງ (ໄທ: พรรคผึ้งหลวง) ໃນປີ 2019 ແລະປີ 2020 ໄດ້ປ່ຽນມາໃຊ້ຊື່ປັດຈຸບັນຫຼັງຈາກທີ່ພັກອະນາຄົດໃໝ່ເຖີກຍຸບແລະສະມາຊິກສ່ວນໃຫຍ່ໄດ້ຍ້າຍມາພັກກ້າວໄກ.

ປະຫວັດ[ດັດແກ້]

ພັກຮ່ວມພັດທະນາຊາດໄທ (ຄັ້ງທຳອິດ)[ດັດແກ້]

ໄດ້ຈົດທະບຽນສ້າງຕັ້ງເມື່ອວັນມີ 1 ພຶດສະພາ ຄ.ສ. 2014 ໂດຍມີທ່ານ ສັກຊາຍ ພົມໂທ ເປັນຫົວໜ້າພັກ ແລະທ່ານນາງ ສົມພອນ ສີມະຫາພົມ ເປັນເລຂາທິການພັກ ມີສຳນັກງານໃຫຍ່ຢູ່ທີ່ 29/2 ໝູ່ 14 ຕຳບົນໜອງນາຄຳ ອຳເພີເມືອງອຸດອນທານີ ຈັງຫວັດອຸດອນທານີ ພ້ອມຄຳຂວັນວ່າ "ຮ່ວມພັດທະນາ ພາຊາດພົ້ນວິກິດ ພິຊິດໄພຄອຣ໌ຣັປຊັ່ນ ຍຶດມັ່ນຄວາມເປັນໄທ" (ໄທ: ร่วมพัฒนา พาชาติพ้นวิกฤต พิชิตภัยคอร์รัปชั่น ยึดมั่นความเป็นไทย).

ຕໍ່ມາວັນທີ 15 ທັນວາ ຄ.ສ. 2017 ທ່ານສັກຊາຍໄດ້ຍື່ນໜັງສືລາອອກຈາກຕຳແໜ່ງຫົວໜ້າພັກ ມີການແຕ່ງຕັ້ງທ່ານ ສະຣາວຸດ ສິງຫະກາງພົນ ຮອງຫົວໜ້າພັກ ເປັນຮັກສາການຫົວໜ້າພັກ ໃນວັນທີ 9 ພະຈິກ ຄ.ສ. 2018 ທາງພັກໄດ້ມີມະຕິເລືອກທ່ານ ທະນະພົນ ພົນຍ່ຽມ ແລະທ່ານ ອັງກູນ ໄຜ່ແກ້ວ ເປັນຫົວໜ້າແລະເລຂາທິການພັກຄົນໃໝ່ ຍ້າຍສຳນັກງານໃຫຍ່ມາທີ່ 31/107 ໝູ່ 6 ຊອຍຊິນນະເຂດ 2 ແຍກ 15 ແຂວງທຸ່ງສອງຫ້ອງ ເຂດຫຼັກສີ່ ບາງກອກ ແລະປ່ຽນຄຳຂວັນເປັນ "ຮ່ວມພັດທະນາ ນຳປະຊາໃຫ້ຫຼຸດພົ້ນ ທຳຄ່າຂອງຄົນໃຫ້ເທົ່າທຽມ"' (ໄທ: ร่วมพัฒนา นำประชาให้หลุดพ้น ทำค่าของคนให้เท่าเทียม).

ພັກເຜິ້ງຫຼວງ[ດັດແກ້]

ຕໍ່ມາທ່ານທະນະພົນໄດ້ລາອອກຈາກຕຳແໜ່ງ ທາງພັກໄດ້ຈັດປະຊຸມໃຫຍ່ໃນວັນທີ 19 ມັງກອນ ຄ.ສ. 2019 ມີມະຕິໃຫ້ປ່ຽນຊື່ພັກ ແຕ່ງຕັ້ງທ່ານ ກ້ອງພົບ ວັງສຸນທອນ ແລະທ່ານ ນະວິຣຸນ ຊົນລະຫານ ເປັນຫົວໜ້າແລະເລຂາທິການຄົນໃໝ່ ໄດ້ຍ້ານສຳນັກງານໃຫຍ່ໄປທີ່ 168/9 ໝູ່ 12 ຕຳບົນນາງົ່ວ ອຳເພີເມືອງເພັດຊະບູນ ຈັງຫວັດເພັດຊະບູນ ແລະປ່ຽນຄຳຂວັນເປັນ "ພິກປະຫວັດສາດ ພິກງົບປະມານ 90% ສູ່ໝູ່ບ້ານ/ຊຸມຊົນ"' (ໄທ: พลิกประวัติศาสตร์ พลิกงบพัฒนา 90% สู่หมู่บ้าน/ชุมชน).

ຕໍ່ມາທ່ານວິຣຸນໄດ້ລາອອກຈາກຕຳແໜ່ງເລຂາທິການພັກ ທາງພັກຈຶງຈັດປະຊຸມວິສາມັນໃນວັນທີ 7 ຕຸລາ ຄ.ສ. 2019 ມີມະຕິເລືອກໃຫ້ທ່ານ ເຈດສະດາ ພົມດີ ເປັນເລຂາທິການຄົນໃໝ່.

ພັກຮ່ວມພັດທະນາຊາດໄທ (ຄັ້ງທີ 2)[ດັດແກ້]

ວັນທີ 7 ທັນວາ ຄ.ສ. 2019 ໄດ້ມີການປະຊຸມໃຫຍ່ ມີມະຕິໃຫ້ປ່ຽນຊື່ພັກກັບເປັນຊື່ເດີມ ແລະເລືອກໃຫ້ທ່ານ ທະນະພົນ ພົນຍ່ຽມ ແລະທ່ານ ອັງກູນ ໄຜ່ແກ້ວ ກັບມາເປັນຫົວໜ້າແລະເລຂາທິການສະໄໝທີ 2 ແລະຍ້າຍທີທຳການກັບໄປຢູ່ບ່ອນທີ່ເດີມທີ່ເຂດຫຼັກສີ່.

ພັກກ້າວໄກ[ດັດແກ້]

ຕໍ່ມາວັນທີ 19 ມັງກອນ ຄ.ສ. 2020 ກອງປະຊຸມພັກໄດ້ມີມະຕິປ່ຽນຊື່ພັກ ແລະເລືອກທ່ານ ຣາເຊນ ຕິຍະວັດຊະຣະພົງ ແລະທ່ານ ປີໃໝ່ ຣັດຖະວົງສາ ເປັນຫົວໜ້າແລະເລຂາທິການຄົນໃໝ່ ແຕ່ວັນທີ 18 ກຸມພາ ຄ.ສ. 2020 ທ່ານຣາເຊນໄດ້ເສຍຊີວິດຢ່າງກະທັນຫັນ ທຳໃຫ້ທ່ານປີໃໝ່ເລຂາທິການພັກຕ້ອງເປັນຮັກສາການຫົວໜ້າພັກ.

ຕໍ່ມາວັນທີ 21 ກຸມພາ ຄ.ສ. 2020 ທ່ານ ພິທາ ລິ້ມຈະເຣີນຣັດ ໄດ້ຖະແຫຼງຂ່າວນຳ ສ.ສ. ທັ້ງ 55 ທ່ານ ຂອງອະດີດພັກອະນາຄົດໃໝ່ທີ່ເຖີກສານລັດຖະທຳມະນູນສັ່ງຍຸບພັກ ເຂົ້າສັງກັດພັກກ້າວໄກ ໂດຍກອງປະຊຸມມີມະຕິໃຫ້ທ່ານພິທາເປັນຫົວໜ້າພັກ ແລະທ່ານ ໄຊທະວັດ ຕຸລາທົນ ອດີດຮອງເລຂາທິການພັກອະນາຄົດໃໝ່ ເປັນເລຂາທິການພັກ ເຊິ່ງທ່ານພິທາຍືນຍັນວ່າຈະສານຕໍ່ອຸດົມການຂອງພັກອະນາຄົດໃໝ່ທຸກປະການ.

ບຸກຄະລາກອນ[ດັດແກ້]

ຫົວໜ້າ[ດັດແກ້]

ລຳດັບ ຮູບ ຊື່ ເລີ່ມຕົ້ນ ສິ້ນສຸດ
ພັກຮ່ວມພັດທະນາຊາດໄທ
1 ສັກຊາຍ ພົມໂທ 1 ພຶດສະພາ ຄ.ສ. 2014 15 ທັນວາ ຄ.ສ. 2017
- ສະຣາວຸດ ສິງຫະກາງພົນ 15 ທັນວາ ຄ.ສ. 2017 9 ພະຈິກ ຄ.ສ. 2018
2 ທະນະພົນ ພົນຍ່ຽມ 9 ພະຈິກ ຄ.ສ. 2018 19 ມັງກອນ ຄ.ສ. 2019
ພັກເຜຶ້ງຫຼວງ
3 ກ້ອງພົບ ວັງສຸນທອນ 19 ມັງກອນ ຄ.ສ. 2019 7 ທັນວາ ຄ.ສ. 2019
ພັກຮ່ວມພັດທະນາຊາດໄທ
(2) ທະນະພົນ ພົນຍ່ຽມ 7 ທັນວາ ຄ.ສ. 2019 19 ມັງກອນ ຄ.ສ. 2020
ພັກກ້າວໄກ
4 ຣາເຊນ ຕິຍະວັດຊະຣະພົງ 19 ມັງກອນ ຄ.ສ. 2020 18 ກຸມພາ ຄ.ສ. 2020
- ປີໃຫມ່ ຣັດຖະວົງສາ 18 ກຸມພາ ຄ.ສ. 2020 14 ມີນາ ຄ.ສ. 2020
5 ພິທາ ລິ້ມຈະເຣີນຣັດ 14 ມີນາ ຄ.ສ. 2020 23 ກັນຍາ ຄ.ສ. 2023
6 ໄຊທະວັດ ຕຸລາທົນ 23 ກັນຍາ ຄ.ສ. 2023 ປັດຈຸບັນ

ເລຂາທິການ[ດັດແກ້]

ລຳດັບ ຮູບ ຊື່ ເລີ່ມຕົ້ນ ສິ້ນສຸດ
ພັກຮ່ວມພັດທະນາຊາດໄທ
1 ສົມພອນ ສີມະຫາພົມ 1 ພຶດສະພາ ຄ.ສ. 2014 9 ພະຈິກ ຄ.ສ. 2017
2 ອັງກູນ ໄຜ່ແກ້ວ 9 ພະຈິກ ຄ.ສ. 2017 19 ມັງກອນ ຄ.ສ. 2019
ພັກເຜຶ້ງຫຼວງ
3 ວິຣຸນ ຊົນລະຫານ 19 ມັງກອນ ຄ.ສ. 2019 8 ກໍລະກົດ ຄ.ສ. 2020
- ນະຣຶມົນ ພານໂຄກສູງ 8 ກໍລະກົດ ຄ.ສ. 2019 7 ຕຸລາ ຄ.ສ. 2019
4 ເຈດສະດາ ພົມດີ 7 ຕຸລາ ຄ.ສ. 2019 7 ທັນວາ ຄ.ສ. 2019
ພັກຮ່ວມພັດທະນາຊາດໄທ
(2) ອັງກູນ ໄຜ່ແກ້ວ 7 ທັນວາ ຄ.ສ. 2019 19 ມັງກອນ ຄ.ສ. 2020
ພັກກ້າວໄກ
5 ປີໃໝ່ ຣັດຖະວົງສາ 19 ມັງກອນ ຄ.ສ. 2020 14 ມີນາ ຄ.ສ. 2020
6 ໄຊທະວັດ ຕຸລາທົນ 14 ມີນາ ຄ.ສ. 2020 23 ກັນຍາ ຄ.ສ. 2023
7 ອະພິຊາດ ສິຣິສຸນທອນ 23 ກັນຍາ ຄ.ສ. 2023 ປັດຈຸບັນ

ການເລືອກຕັ້ງ[ດັດແກ້]

ການເລືອກຕັ້ງທົ່ວໄປ[ດັດແກ້]

ສະພາຜູ້ແທນລາຊະດອນ[ດັດແກ້]

ການເລືອກຕັ້ງ ຈຳນວນທີ່ນັ່ງ ຄະແນນສຽງທັ້ງໝົດ ສັດສ່ວນຄະແນນສຽງ ທີ່ນັ່ງປ່ຽນ ສະຖານະພາບພັກ ຜູ້ນຳເລືອກຕັ້ງ
2019 0/500 12.576 0% 0 ບໍ່ມີທີ່ນັ່ງ ກ້ອງພົບ ວັງສຸນທອນ
2023 151/500 14.438.851 36,54% Increase151 ຝ່າຍຄ້ານ ພິທາ ລິ້ມຈະເຣີນຣັດ

ການເລືອກຕັ້ງນະຄອນຫຼວງບາງກອກ[ດັດແກ້]

ຜູ້ວ່າລາຊະການນະຄອນຫຼວງບາງກອກ[ດັດແກ້]

ການເລືອກຕັ້ງ ຜູ້ສະໝັກ ຄະແນນສຽງທັ້ງໝົດ ສັດສ່ວນຄະແນນສຽງ ຜົນການເລືອກຕັ້ວ
2022 ວິໂຣດ ລັກຂະນາອະດິສອນ 253.851 9,49% ພ່າຍແພ້

ສະພານະຄອນຫຼວງບາງກອກ[ດັດແກ້]

ການເລືອກຕັ້ງ ຈຳນວນທີ່ນັ່ງ ຄະແນນສຽງທັ້ງໝົດ ສັດສ່ວນຄະແນນສຽງ ທີ່ນັ່ງປ່ຽນ ຜົນການເລືອກຕັ້ງ
2022 14/50 485.830 20,85% 14 ສຽງຂ້າງມາກຮ່ວມກັບພັກເພື່ອໄທ