ຜັດກະເພົາ

ຈາກ ວິກິພີເດຍ
ຜັດກະເພົາ
ຜັດກะເພົາໝູກອບ
ກຳເໜີດ
ແຫຼ່ງກຳເໜີດປະເທດໄທ
ລາຍລະອຽດ
ອຸນະຫະພູມໃນການຈັດໃຫ້ກິນຮ້ອນ
ເຄື່ອງປຸງຫຼັກກະເພົາ, ຊີ້ນຫຼືອາຫານທະເລ, ຜັກທຽມ, ນ້ຳປາ, ນ້ຳຕານ

ຜັດກະເພົາ (ໄທ: ผัดกะเพรา) ແມ່ນໜື່ງໃນອາຫານຈານດຽວໃນໄທທີ່ນິຍົມຫຼາຍທີ່ສຸດ[1] ເປັນອາຫານຕາມຖະຫນົນ ອາຫານຕາມສັ່ງທີ່ພົບເລື້ອຍໃນປະເທດໄທ ບາງຄັ້ງມັນຖືກເອີ້ນວ່າເມນູສິ້ນຄິດ ເພາະເວລາສັ່ງອາຫານແລ້ວບໍ່ຮູ້ວ່າຈະກິນຫຍັງມັກແມ່ນຈະສັ່ງຜັດກະເພົາ[2]

ສ່ວນປະກອບຂອງຜັດກະເພົາປະກອບດ້ວຍຊີ້ນ, ໃບກະເພົາ, ໝາກພິກ, ຜັກທຽມ ຊີ້ນທີ່ໃຊ້ໃນການເຮັດຜັດກະເພົາເຊັ່ນ​ ໄກ່, ໝູ, ຊີ້ນງົວ, ກຸ້ງ, ປາມຶກ ຫຼືແມ້ກະທັ້ງປາ, ຫອຍ, ຊີ້ນປູ ວິທີ​ປຸງ​ແຕ່ງ​ໃຊ້​ວິທີ​ຜັດ​ສ່ວນ​ປະສົມ​ໃຫ້​ເຂົ້າ​ກັນ ປຸງລົດຊາດດ້ວຍນ້ຳປາ, ນ້ຳຕານ ບາງມັກໃສ່ແປ້ງນົວ, ຊີອິ້ວດຳ ແລະພິກໄທປົ່ນ ເພີ່ມນ້ຳໃຫ້ພຽງພໍຜະສົມຜະສານ ນິຍົມກິນກັບເຂົ້າຫຸງ ແຕ່ອາດຈະກິນກັບໄຂ່ດາວ ຫຼືມີນ້ຳປາໝາກເຜັດເປັນເຄື່ອງປຸງ ເພື່ອເຮັດໃຫ້ລົດຊາດຫອມ ແລະ ເຜັດຂຶ້ນ[3]

ອ້າງອີງ[ດັດແກ້]

  1. Thuan, Willy. "Thuan, W. (n.d.). Top 10 Thai Food - Most Popular Thai Foods". Bangkok.com. Asia Web Direct.
  2. ไสว บุญมา. "เมื่อกูรูสิ้นคิดคุมเศรษฐกิจของชาติ", ผู้จัดการออนไลน์, 27 December 2015
  3. ทรงวิศวะ, ดวงพร. "คนโบราณกินผัดกะเพราต่างจากเรายังไง". readthecloud.co. เดอะคลาวด์.