ນົມ

ຈາກ ວິກິພີເດຍ
ນົມໃນຈອກ.

ນົມ ຫຼື ນ້ຳນົມ (ອັງກິດ: milk, ຝຣັ່ງ: lait) ໝາຍເຖິງຂອງເຫຼວສີຂາວທີ່ປະກອບດ້ວຍສານອາຫານທີ່ອອກມາຈາກເຕົ້ານົມຂອງສັດລ້ຽງລູກດ້ວຍນົມ. ນົມຈະປະກອບໄປດ້ວຍສານອາຫານຫຼັກທີ່ຈຳເປັນສຳລັບເດັກນ້ອຍຫຼືສັດເກີດໃໝ່ ເຊິ່ງນົມສາມາດນຳໄປສ້າງຜະລິຕະພັນອື່ນໄດ້ແກ່ ຄີມ ເບີ ນົມສົ້ມ ກະແລັມ ເນີຍແຂງ. ນອກຈາກນີ້ນົມຍັງສາມາດໝາຍເຖີງເຄື່ອງດື່ມອື່ນທີ່ນຳມາໃຊ້ທົດແທນນົມ ເຊັ່ນ ນົມຖົ່ວເຫຼືອງ ນົມເຂົ້າ ຫຼື ນົມສາລີ ຯລຯ.