ກາເຟ

ຈາກ ວິກິພີເດຍ
ກາເຟດຳເຊິ່ງບັນຈຸໃນຖ້ວຍ

ກາເຟ (ອັງກິດ: coffee, ຝະລັ່ງ: café) ແມ່ນເຄື່ອງດື່ມທີ່ເຮັດແຕ່ມະເລັດ ເຊິ່ງໄດ້ແຕ່ຕົ້ນກາເຟ ຫຼືນິຍົມເອີ້ນວ່າ ເມັດກາເຟ ຂົ້ວ. ມີການປູກຕົ້ນກາເຟໃນຫຼາຍກວ່າ 70 ປະເທດທົ່ວໂລກ. ກາເຟຂຽວ(ກາເຟຍັງບໍ່ກາຍການຂົ້ວ) ແມ່ນໜຶ່ງໃນສິນຄ້າທາງການກະເສດ ເຊິ່ງມີການຊື້ຂາຍກັນຫຼາຍທີ່ສຸດໃນໂລກ. ກາເຟມີສ່ວນປະກອບຂອງຄາຟີອີນ ເຮັດໃຫ້ມັນມີສັບພະຄຸນຊູກຳລັງໃນມະນຸດ. ປັດຈຸບັນ ກາເຟແມ່ນເຄື່ອງດື່ມເຊິ່ງໄດ້ຮັບຄວາມນິຍົມທີ່ສຸດໃນໂລກ.

ແມ່ນທີ່ເຊື່ອກັນວ່າສັບພະຄຸນຊູກຳລັງຈາກມະເລັດຂອງຕົ້ນກາເຟນັ້ນຖືກພໍ້ເປັນເທື່ອທຳອິດໃນເຢເມນ ແຖບອາລະເບຍ ແລະທາງຕະເວັນອອກສຽງເໜືອຂອງເອທິໂອເປຍ ແລະການປູກຕົ້ນກາເຟໃນສະໄໝທຳອິດໄດ້ແພ່ຂະຫຍາຍໃນໂລກອາຫຼັບ. ຫຼັກຖານບັນທຶກວ່າການດື່ມກາເຟໄດ້ປາກົດຂຶ້ນຮາວກາງຄິດສັດຕະວັດທີ່ 15 ອັນແມ່ນຫຼັກຖານເຊິ່ງເຊື່ອຖືໄດ້ ແລະເກົ່າແກ່ທີ່ສຸດ. ຖືກພໍ້ໃນວິຫານຊູຟີ ໃນເຢເມນ ແຖບອາລະເບຍ ແຕ່ໂລກມຸດສະລິມ. ກາເຟໄດ້ແພ່ຂະຫຍາຍໄປຍັງທະວີບເອີລົບ ອິນໂດນີເຊຍ ແລະທະວີບອະເມລິກາ. ໃນລະຫວ່າງທີ່ກາເຟເລີ່ມເດີນທາງແຕ່ທະວີບອະເມລິກາເໜືອແລະຕະເວັນອອກກາງສູ່ທະວີບເອີລົບ ກາເຟໄດ້ຖືກສົ່ງກາຍໄປຍັງຊິຊິລີແລະອິຕາລີໃນຕອນກົກຄິດສັດຕະວັດທີ່ 17, ແຕ່ນັ້ນກາຍຕຸລະກີໄປຍັງກີດ ຮັງກາລີ ແລະອອດເຕຍໃນຕອນປາຍຄິດສັດຕະວັດທີ່ 17. ຈາກອິຕາລີແລະອອດເຕຍ ກາເຟໄດ້ແພ່ຂະຫຍາຍໄປຍັງສ່ວນທີ່ເຫຼືອຂອງທະວິບເອີລົບ. ກາເຟໄດ້ເຂົ້າມາມີບົດບາດສຳຄັນໃນສັງຄົມຫຼາຍບ່ອນຕະຫຼອດປະວັດສາດ. ໃນແອຟິກາແລະເຢເມນ ມັນຖືກໃຊ້ຮ່ວມນຳພິທີກຳທາງສາດສະໜາ. ຜົນທີ່ຕາມມາແມ່ນ ສາດສະນະຈັກເອທີໂອເປຍ ໄດ້ສັ່ງຫ້າມການບໍລິໂພກກາເຟຕະຫຼອກການ. ຈົນຮອດລັດຊະສະໄໝຂອງຈັກກະພັດເມເນລິກທີ່ 2. ມັນຍັງໄດ້ຖືກຫ້າມໃນຈັກກະວັດອອດໂຕມັນລະຫວ່າງຄິດສັດຕະວັດທີ່ 17 ເນື່ອງຈາກສາເຫດທາງການເມືອງ ແລະ ມີສ່ວນກ່ຽວພັນນຳກິດຈະກຳທາງການເມືອງຫົວຮຸນແຮງໃນທະວີບເອີລົບ.